ໝາກຊິມ / Mak Sim

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Amalocalyx microlobus Pierre ex Spire. / Apocynaceae
ຊື່ພ້ອງ
Amalocalyx burmanicus Chatterjee
Amalocalyx yunnanensis Tsiang
ຊື່ອື່ນ
ລາວ: ໝາກຊິມ
ໄທ: ເຄືອກ້ຽວຂາ, ເຄືອເຂົາເນືອງ, ຢາງສະມຸດ, ແຕງທວນ, ມະຄ່າແນງ, ມະຈິນດາ, ສົ້ມມະແຍງ, ສົ້ມຈີ, ສົ້ມປອງ, ສົ້ມສຽນ, ຈີມຄໍາ
ຈີນ: ມາວຈີເຕັງ.
ບັນຍາຍລັກສະນະພືດສາດ

ຕົ້ນໝາກຊິມ ເປັນປະເພດເຄືອ ມີຂະໜາດຍາວ 10-15 ມ ຫຼື ບາງເທື່ອກໍເກີດເປັນພຸ່ມເຕ້ຍ ສູງປະມານ 2 ມ, ລຳຕົ້ນມີໜ້າຕ້າງ 5 ຊມ ກິ່ງງ່າມີຂົນດົກໜາ ແລະ ເນື້ອໄມ້ບາງຄັ້ງກໍ່ມີລັກສະນະເປັນສະໂນ ເວລາຖືກຕັດຈະມີນໍ້າຢາງສີຂາວໄຫຼອອກ. ໃບຂອງມັນແປ ບາງ, ຂະໜາດ 3.7-24 x 2.4-18.2 ຊມ. ຊໍ່ດອກ ເກີດທີ່ປາຍສຸດຂອງລຳຕົ້ນ ມີຄວາມຍາວປະມານ 9-25.5 ຊມ ມີດອກທີ່ມີກີບດອກເປັນທໍ່ກົມ ສີມ່ວງອົມບົວ ເກີດເປັນພົ້ວ ຂະໜາດຄວາມຍາວຂອງແຕ່ລະດອກ 2.3-3.1 ຊມ. ໝາກມີສີຂຽວ ເປັນຝັກ ທີ່ແຕກອ້າອອກເປັນສອງປ່ຽງໃນເວລາແກ່ ແຕ່ລະປ່ຽງມີຂະໜາດຍາວ 8-10 ຊມ ແລະ ກວ້າງ 1.2-1.8 ຊມ. ຝັກຂອງມັນມີສີນໍ້າຕານເວລາແກ່ ແລະ ມີຂົນອ່ອນໆ, ບັນຈຸແກ່ນແປໆຊຶ່ງມີຂະໜາດ 7-10 x 3-6 ມມ.

ບັນຍາຍການນຳໃຊ້

ໝາກຊິມມີລົດສົ້ມ ສາມາດກິນໄດ້ ທັງດິບ ແລະ ສຸກ ເພີ່ນນໍາໃຊ້ໝາກເຂົ້າເປັນເຄື່ອງເທດ ປຸງແຕ່ງອາຫານ ເຊັ່ນ: ໃສ່ໃນແກງ ຫຼື ຕໍາໝາກຮຸ້ງ.

ການປະກອບສ່ວນ