ຜັກຫົມໜາມ / Spiny Amaranth

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Amaranthus spinosus L. / Amaranthaceae
ຊື່ພ້ອງ
Amaranthus spinosus L.
Amaranthus spinosus var. basiscissus Thell.
Amaranthus spinosus var. circumscissus Thell.
Amaranthus spinosus var. indehiscens Thell.
Amaranthus spinosus f. inermis Lauterb. & K.Schum.
Amaranthus spinosus var. purpurascens Moq.
Amaranthus spinosus var. pygmaeus Hassk.
Amaranthus spinosus var. rubricaulis Hassk.
Amaranthus spinosus var. viridicaulis Hassk.
ຊື່ອື່ນ
ລາວ: ຜັກຫົມໝາມ
ໄທ: ຜັກຂົມໜາມ.
ກໍາປູເຈຍ: ພະຕິບັງລາ.
ວຽດນາມ: ຣໍເຢັນງາຍ, ງຽນງາຍ.
ຈີນ: ຊີຊຽນ.
ອັງກິດ: spiny amaranth, spiny pigweed, prickly amaranth.
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ ມີອາຍຸສັ້ນປະມານ 2-4 ເດືອນ ເມື່ອອອກດອກອອກແກ່ນແລ້ວຈະຄ່ອຍໆ ເຫື່ວຍແຫ້ງຕາຍເອງ ຫຼື ຮ້ອງວ່າເປັນພືດທີ່ມີອາຍຸປີດຽວ ຈາກຕ່າງແດນ ທີ່ມີລໍາຕົ້ນຊື່ ແລະ ແຕກກີ່ງງ່າຫຼາຍ ລໍາຕົ້ນເປັນກົມ ມີຜິວລຽບ ມີຮ່ອງລະອຽດຕາມຄວາມຍາວຂອງລໍາຕົ້ນ, ມີຄວາມສູງເຖິງ 1.3 ມ ການເກາະຕິດຂອງໃບລຽງສະລັບກັນ. ໃບເປັນໃບດ່ຽວ ກ້ານໃບຍາວ, ໃບມີຄວາມຍາວ ລະຫວ່າງ 3.5-11 ຊມ, ກວ້າງ 1.3-4.5 ຊມ. ຢູ່ຖານຈັບໃບ ຈະມີໜາມນຶ່ງ ຫຼື ສອງອັນຍາວ 1-2 ຊມ. ດອກຜັກຫົປັນພົ້ວໃຫຍ່ດົກໜາ ແລະ ມີສີຂຽວ. ຢູ່ເທິງຖານຈັບໃບຂື້ນໄປເລັກນ້ອຍ ຈະມີດອກຜູ້ ຊຶ່ງມີຄວາມຍາວ ປະມານ 2.5 ມມ. ໝາກມີລັກສະນະມົນຮູບໄຂ່ ສົ້ນເບື້ອງເທິງເປັນ 3 ແງ່ມ, ບັນຈຸແກ່ນ ທີ່ເປັນເມັດນ້ອຍໆປາຍແຫຼມ ມີສີດຳ ຫຼືສີນໍ້າຕານເຂັ້ມ ແລະ ຂະໜາດໜ້າຕັດ ປະມານ 0.7 ມມ.

ບັນຍາຍການນຳໃຊ້

ໃບອ່ອນ ຂອງຜັກຫົມໜາມສາມາດຕົ້ມເຮັດຂອງຫວານ ຫຼື ຕົ້ມກິນເປັນຜັກແທນຜັກບົ້ງ. ຖ້າວ່າກິນຫຼາຍເກີນໄປຈະເຮັດໃຫ້ມີອາການວຽນຫົວ ແລະ ປຸ້ນທ້ອງປວດຮາກ. ທຸກພາກສ່ວນຂອງຕົ້ນຜັກຫົມ ສາມາດຕົ້ມເພື່ອເປັນອາຫານໃຫ້ສັດລ້ຽງ, ສ່ວນໃບສາມາດນຳໃຊ້ເພື່ອຊ່ວຍຍ່ອຍອາຫານໃຫ້ດີຂຶ້ນ ທັງຊ່ວຍໃຫ້ເພີ້ມການໄຫຼຂອງນໍ້ານົມສຳລັບແມ່ລູກອ່ອນ ແລະ ການຂັບເລືອດເວລາລົງປະຈຳເດືອນ. ນອກຈາກນີ້, ໃບຜັກຫົມຍັງຊ່ວຍເຮັດໃຫ້ ປັດສະວະສະດວກດີ, ຮັກສາໂລກຂາດທາດເຫຼັກ, ປິ່ນປົວໂລກໜອງໃນ, ໄຟໄໝ້, ນໍ້າຮ້ອນລວກ, ໂລກຜີວໜັງຕ່າງໆທັງໃຊ້ໃນການຫ້າມເລືອດ ແລະ ຕ້ານພິດງູກັດອີກດ້ວຍ. ຮາກຜັກຫົມໄດ້ຖືກໃຊ້ເປັນຢາເຢັນ ແລະ ແກ້ປວດແຂ້ວ. ມີຜັກຫົມຫຼາຍຊະນິດທີ່ບໍ່ມີໜາມ ເຊັ່ນ Amaranthus tricolor ຊຶ່ງເປັນຜັກທີ່ຊາວວຽດນາມນິຍົມກິນ ແລະ ກໍ່ໃຊ້ເຮັດຢາທາ (ຢາຂີ້ເຜີ້ງ).

ການປະກອບສ່ວນ