ຜັກຮາກຕີນຮຸ້ງ / Flowering Fern

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Helminthostachys zeylanica (L.) Hook. / Ophioglossaceae
ຊື່ພ້ອງ
Ophiala zeylanica (L.) Desv.
ຊື່ອື່ນ
ລາວ: ຜັກຮາກຕີນຮຸ້ງ
ໄທ: ກູດຈອງ, ກູດດິນຂວາງ, ກູດຕີນຮຸ້ງ, ກູດຊ້າງ, ຕີນນົກຍູງ, ຜັກນົກຍູງ, ຕູຢູລາຢີ.
ວຽດນາມ: ກວນທຣົງ, ຊາມດາດຣັງເຣິງງິ, ຊາມບົງບົງ.
ຈີນ: ການຮົງ, ດິວູກອງ.
ອັງກິດ: fern
ບັນຍາຍລັກສະນະພືດສາດ

ຜັກຕີນຮຸ້ງເປັນພືດລົ້ມລຸກ ອາຍຸຫຼາຍປີ ສູງ 20-50 ຊມ. ຮາກຂະຫຍາຍຕົວຢູ່ໃຕ້ດິນຮາກເຫົ້ງາແຕກແຫນງອອກເປັນຮາກນ້ອຍຫຼາຍໆຮາກ. ແຕ່ລະປີເກີດໝໍ່ຈາກຮາກເຫົ້ງາ ບໍ່ເກີນ 1 ໝໍ່. ໃບອອກເປັນວົງ ທີ່ບໍລິເວນທາງປາຍຍອດ, ສ່ວນຫຼາຍມີ 3 ໃບ ປົ່ງຈາກຈຸດດຽວກັນ, ແຕ່ລະໃບແຍກອອກເປັນໃບຍ່ອຍ 2-5 ໃບ, ຂອບໃບເປັນແສກນ້ອຍໆ ແລະ ບາງອັນຍັງວໍ້າເຂົ້າເລີກເສັ້ນກ່າງໃບຂັ້ນໝື່ງມີຈໍານວນຫຼາຍ ແລະ ຂະຫນານກັນໄປທາງຂອບໃບ. ຊໍ່ດອກ ຫຼື ຊໍ່ຫມາກກົມ ເປັນຊໍ່ຮວງ ຕັ້ງ (spike) ຊໍ່ຍາວ 10-20 ຊມ. ອອກດອກ ເດືອນ 6-7 ໝາກແກ່ພາຍໃນເດືອນສີງຫາ.

ບັນຍາຍການນຳໃຊ້

ຮາກຜັກຕີນຮຸ້ງ ເປັນຢາພື້ນເມື່ອງທີ່ໃຊ້ປິ່ນປົ່ວໂລກທ້ອງບິດ, ສໍາລັບຢູ່ປະເທດຈີນ ເພີ່ນນໍາໃຊ້ເປັນຢາເຢັນ ແລະ ເຮັດໃຫ້ຮ່າງກາຍແຂງແຮງ, ນອກຈາກນັ້ນ ຍັງໃຊ້ເປັນຢາປິ່ນປົວ ໄຂ້ຍູງອີກດ້ວຍ. ສ່ວນຍອດອ່ອນຂອງມັນ ກໍ່ໃຊ້ກິນເປັນອາຫານໄດ້.

ການປະກອບສ່ວນ