ຜັກກ້ານຈອງ / Sawah Lettuce
APA 6th ed. ຜັກກ້ານຈອງ / Sawah Lettuce. (2019, April 3). Retrieved from https://www.phakhaolao.la/kb/0000340
MLA 8th ed. ຜັກກ້ານຈອງ / Sawah Lettuce. Pha Khao Lao, 3 April 2019, https://www.phakhaolao.la/kb/0000340.
Chicago 17th ed. Pha Khao Lao. 2019. "ຜັກກ້ານຈອງ / Sawah Lettuce." Published April 3, 2019. https://www.phakhaolao.la/kb/0000340.
Limnocharis flava var. indica Buchenau
Limnocharis flava var. minor Micheli
ໄທ: ຕາລະປັດ ລືສີ, ກ້ານຈອງ, ນາງກວັກ, ບົວຄວກ, ບົວລອຍ, ບອນຈີນ.
ວຽດນາມ: ແນວ, ແກວແນວ, ນີທາວ.
ອັງກິດ: yellow velvet, yellow bur-head, velvetleaf, sawah-
lettuce, sawah-flower rush, hermit’s waterlily.
ຜັກກ້ານຈອງ ເປັນພືດນໍ້າທີ່ມີອາຍຸດົນຮອດປີ ເນື່ອງຈາກວ່າມີເຫົງາຝັງຢູ່ໃນດິນ ລໍາຕົ້ນເປັນຫຽ່ມຟູຢູ່ໝ້ານໍ້າ ມີຄວາມສູງເຖິງ ປະມານ 1 ມ ແລະ ບັນຈຸມີສານນໍ້ານົມ. ໃບເກີດເປັນຈຸ້ມດົກພຸ່ງຂຶ້ນພົ້ນນໍ້າ ມີຄວາມຍາວ ປະມານ 8-12 ຊມ ແລະ ກວ້າງ 12 ຊມ. ກ້ານໃບເປັນສາມຫຼ່ຽມ ມີຄວາມຍາວ 30-90 ຊມ ແລະ ມີໃບບາງ ສ້ວຍໄປທາງປາຍ ແລະ ຍາວແຕ່ 6-20 ຊມ. ປາຍຊໍ່ດອກມີລັກສະນະພຽງ ຫຼື ມົນ, ມີກ້ານຊໍ່ຍາວ ປະມານ 1.2 ມ ແລະ ໜາ ປະມານ 1.5 ຊມ. ກົກກ້ານຈອງ ມີດອກສີເຫຼືອງ ແຕ່ 5-15 ດອກ ຊຶ່ງມີຂະໜາດ 2-5 x 1-2 ຊມ. ໝາກກ້ານຈອງມີຂະໜາດ 11-16 x 58 ມມ ຊຶ່ງບັນຈຸແກ່ນຮູບຄ້າຍເຫຼັກຮອງຕີນມ້າ ຈຳນວນຫຼວງຫຼາຍຈີ້ມກັນຢູ່ ແລະ ມີຄວາມຍາວແຕ່ 1.1-1.3 ມມ. ສ່ວນຮາກຂອງກົກກ້ານຈອງ ມີລະບົບຮາກສັ້ນ ປະມານ 3 ຊມ ແລະ ໜ້າຕັດ 3 ຊມ ປະກອບດ້ວຍຮາກຝອຍ ຢ່າງຫຼວງຫຼາຍ.
ກ້ານໃບ, ໃບອ່ອນ ແລະ ພົ້ວດອກຂອງຜັກກ້ານຈອງ ສາມາດນຳມາລວກ, ປີ້ງ ຫຼື ກິນເປັນຜັກສົດກັບແຈ່ວ, ລາບ ແລະ ຕຳໝາກຮຸ່ງ. ນອກຈາກນີ້ ຍັງສາມາດໃຊ້ເປັນອາຫານສຳລັບໝູ ແລະ ງົວ, ໃຊ້ເຮັດຝຸ່ນຂຽວ ເພື່ອໃສ່ນາ, ໃຊ້ປູກໃສ່ກະຖັງສຳລັບປະດັບປະດາ ໃນບາງປະເທດ.