ແຝກຫອມ / Vetiver Oil Grass

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Vetiveria zizanioides (L.) Nash. / Poaceae
ຊື່ພ້ອງ
Vetiveria zizanioides (L.) Nash
Vetiveria zizanioides var. chrysopogonoides (Hack.) A.Camus
Vetiveria zizanioides var. nigritana (Benth.) A.Camus
Vetiveria zizanioides var. tonkinensis A.Camus
ຊື່ອື່ນ
ລາວ: ແຝກຫອມ
ໄທ: ແກ້ງຫອມ, ແຂມຫອມ, ແຝກ, ຫຍ້າແຝກຫອມ.
ວຽດນາມ: ເຮືອງໃບ, ເຮືອງເລົາ.
ກໍາປູເຈຍ: ສະກີຢາ.
ອັງກິດ: vetiver oil, oil of vetiver, vetivert, khuskhus, cuscus, sevendara

ບັນຍາຍລັກສະນະພືດສາດ

ແຝກຫອມເປັນຫຍ້າ ສູງເຖິງ 1.5-2.5 ມ, ມີລະບົບຮາກຝອຍ ແຕກແໜງແຜ່ກວ້າງ ແລະ ຫອມ.ໃບ ແລບ ຮຽວ ຍາວ ຊື່ ແລະ ແຂງ, ຍາວ 40-90 ຊມ, ກວ້າງ 4-10 ມມ. ດອກ ອອກເປັນຮວງມີ 5-10 ວຽນ, ປົ່ງຈາກ ປາຍລຳຕົ້ນ, ຍາວ 25-30 ຊມ. ດອກ ບໍ່ມີກ້ານ ແລະ ເປັນສີເຫຼືອງ ຫຼື ສີຊົມພູ-ຕັບໝູ. ໝາກ ເປັນເມັດ ຄ້າຍຄືເມັດເຂົ້າ ແຕ່ຂ້ອນຂ້າງຍາວ ແລະ ຮຽວ.

ບັນຍາຍການນຳໃຊ້

ຮາກຂອງແຝກຫອມ ບັນຈຸສານ ສຳລັບໃຊ້ບໍາລຸງເສັ້ນຜົມ ແລະ ໃຊ້ອາບ ເຮັດໃຫ້ຮ່າງກາຍສົດຊື່ນ.ນໍ້າມັນ ທີ່ສະກັດອອກໄດ້ຈາກຮາກ ໃຊ້ເຂົ້າໃນການປຸງແຕ່ງນໍ້າຫອມ, ສະບູ ແລະ ເຄື່ອງສຳອາງຍ້ອນວ່າມັນຫອມ ທັງມີຄຸນສົມບັດໃນການເກັບທາດຫອມ. ແຝກຫອມ ໃຊ້ເຂົ້າໃນການນວດເພື່ອຜ່ອນຄາຍ ການປວດຂໍ້ກະດູກ, ປວດກ້າມເນື້ອ ແລະ ຜ່ອນຄາຍອາການເຄັ່ງຕຶງຂອງລະບົບປະສາດ. ນ໙ມັນແຝກຫອມ ມີສັບພະຄຸນສູງກັບຜູ້ສູງອາຍຸ ໃນການຜ່ອນຄາຍຄວາມເຈັບປວດຕ່າງໆ. ຕາມຕຳລາບູຮານ, ນໍ້າມັນແຝກຫອມ ຊ່ວຍລົດຄວາມດັນເລືອດ ແລະ ປົວຂີ້ກະສິວແລະ ບາດແຜ. ນອກຈາກນີ້ແລ້ວ, ມັນຍັງຖືກໃຊ້ເປັນສານ ສຳລັບເກັບຮັກສາອາຫານໄວ້ກິນດົນ.ພືດຊະນິດນີ້ ມີລະບົບຮາກ ທີ່ຂະຫຍາຍດີ ຈຶ່ງມັກຖືກນຳມາປູກ ເປັນພືດຕ້ານດິນເຈື່ອນນັບມື້ນັບຫຼາຍຂຶ້ນ.

ການປະກອບສ່ວນ