ຜັກກະສັງ / Shiny Leave

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Peperomia pellucida (L.) Kunth / Piperaceae
ຊື່ພ້ອງ
Peperomia pellucida var. minor Miq.
Peperomia pellucida var. pellucida
Peperomia pellucida var. pygmaea Willd. ex Miq.
ຊື່ອື່ນ
ລາວ: ຜັກກະສັງ
ໄທ: ຜັກກະສັງ, ຜັກຣາດຊະວົງ
ບັນຍາຍລັກສະນະພືດສາດ

ຜັກກະສັງຈັດເປັນພືດລົ້ມລຸກລຳຕົ້ນອ່ອນບາງຫັກງ່າຍ, ມີຄວາມສູງປະມານ 15–30 ຊັງຕີແມັດ. ລຳຕົ້ນ ແລະ ໃບເປັນສີຂຽວ ແລະ ອວບນ້ຳ. ໃບດ່ຽວຈັບລຽງສະຫຼັບໂດຍຈະອອກຈາກລຳຕົ້ນໃນລັກສະນະກົງກັນຂ້າມ, ລັກສະນະຂອງໃບເປັນຮູບຫົວໃຈ, ປາຍໃບແຫຼມ, ສ່ວນຂອບໃບລຽບ, ມີຕ່ອມໂປ່ງແສງ, ແຜ່ນໃບໜາເປັນຄື່ນເລັກນ້ອຍ, ຜີວໃບດ້ານເທີງມັນ, ດ້ານລຸ່ມຂຸ່ນ ແລະ ມີສີອ່ອນກວ່າ, ໃບມີຂະໜາດກວ້າງປະມານ 1–3 ຊັງຕີແມັດ ແລະ ຍາວປະມານ 1–4 ຊັງຕີແມັດ. ດອກເປັນຊໍ່ຕາມຊອກ ແລະ ຢູ່ປາຍກິ່ງ. ຊໍ່ດອກເປັນສີຂຽວອ່ອນ ຫຼື ສີຄີມ, ຊໍ່ດອກຈະອອກບໍລິເວນຂໍ້ກົງກັນຂ້າມກັບໃບປະກອບໄປດ້ວຍດອກນ້ອຍໆທີ່ບໍ່ມີກ້ານ, ມີດອກຍ່ອຍຈຳນວນຫຼາຍວຽນຮອບແກນ. ດອກເປັນດອກສົມບູນເພດບໍ່ມີກີບດອກ ແລະ ກີບລ້ຽງ, ມີໃບປະດັບດອກລະ 1 ອັນ. ໃບດອກມີເກສອນເພດຜູ້ 2 ອັນຢູ່ຂ້າງຮັງໄຂ່ເປັນສີຂາວກ້ານສັ້ນ, ເກສອນແມ່ 1 ອັນ, ຮັງໄຂ່ມີລັກສະນະກົມຢູ່ເໜືອຖານດອກ. ໝາກສົດມີລັກສະນະກົມ. ພາຍໃນໝາກມີເມັດ 1 ເມັດ, ເມັດເປັນສີດຳກົມ ແລະ ມີຂະໜາດນ້ອຍ.

ບັນຍາຍການນຳໃຊ້

ໃບນຳມາຕຳໃຫ້ແຫຼກໃຊ້ເປັນຢາແກ້ປວດຫົວ, ໃຊ້ເປັນຢາແກ້ໄຂ້, ແກ້ອັກເສບໄດ້, ໃບໃຊ້ກິນເປັນຜັກສົດຈະມີສັບພະຄຸນເປັນຢາໂຣກເລືອດອອກຕາມແຂ້ວເນື່ອງຈາກມີວິຕາມີນຊີສູງ. ໃບໃຊ້ຕຳໂພະຝີ ແລະ ແຜ ຫຼື ຄັ້ນເອົານ້ຳທາຝີທີ່ມີໜອງຈະຊ່ວຍຮັກສາຝີໜອງໄດ້. ໝໍຢາພື້ນເມືອງບາງຄົນຈະກິນຜັກກະສັງເປັນຢາແກ້ປວດຂໍ້. ຊື່ງໃນປະເທດຟີລິບປິນຈະມີການກິນຜັກກະສັງສົດໆ ຫຼື ນຳມາຕົ້ມກິນເພື່ອຮັກສາປະດົງຂໍ້, ອາການປວດຂໍ້ ແລະ ຂໍ້ອັກເສບ. ໂດຍນຳຜັກກະສັງຕົ້ນຍາວປະມານ 20 ຊັງຕີແມັດ ນຳມາຕົ້ມກັບນ້ຳ 2 ຈອກໃຫ້ເຫຼືອປະມານ 1 ຈອກໃຊ້ແບ່ງຮັບປະມານຄັ້ງລະເຄິ່ງຈອກເຊົາແລງ (ໃນປະຈຸບັນປະເທດຟີລິບປິນກຳລັງສຶກສາວິໄຈເພື່ອໃຊ້ເປັນຢາຮັກສາພະຍາດຂໍ້ອັກເສບລວມທັງປະດົງ. ຈາກການທີ່ຜັກກະສັງສາມາດຫຼຸດປະລິມານຢູຣິກໃນກະແສເລືອດ). ນອກຈາກນີ້ມີລິດຕ້ານການອັກເສບ ແລະ ຕ້ານແບັກທີເຣຍໄດ້ຫຼາຍຊະນິດທັງຍັງມີລິດເປັນກົດອ່ອນໆຊື່ງຈະຊ່ວຍກຳຈັດເນື້ອຕາຍເຮັດໃຫ້ຝີແຕກໄດ້ໂດຍງ່າຍ.

ການປະກອບສ່ວນ