ສົ້ມພົດ / Chinese Sumac

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Rhus chinensis Mill. / Anacardiaceae
ຊື່ພ້ອງ
Rhus amela D.Don
Rhus chinensis var. chinensis
Rhus javanica var. chinensis (Mill.) T.Yamaz.
Rhus osbeckii Steud.
Rhus semialata Murray
Rhus semialata var. osbeckii DC.
Schinus indicus Burm.f.
Toxicodendron semialatum Kuntze
ຊື່ອື່ນ
ລາວ: ສົ້ມພົດ
ໄທ: ຊຸງ, ມະລ່ຽມຫິນ, ຕາສະໄອ, ມະພົດ, ສົ້ມພົດ, ສີຈີ.
ວຽດນາມ: ມວຍ, ຍູບອຍ, ດຽມຟູມົກ.
ຈີນ: ວູເຈະ, ຢານຟູມູ.
ອັງກິດ: Chinese gall, nutgall, Chinese sumac
ບັນຍາຍລັກສະນະພືດສາດ

ສົ້ມພົດ ເປັນຕົ້ນໄມ້ຂະໜາດນ້ອຍ ຫຼົ່ນໃບ, ມີຄວາມສູງລະຫວ່າງ 7-10 ມ ແລະ ໜ້າຕ້າງພຽງເອິກ ປະມານ 10-15 ຊມ. ມີເປືອກກ້ຽງ ສີມ່ົນ ປົນຂຽວ ແລະ ນໍ້າຕານ ແລະ ບັນຈຸມີຢາງສີເຫຼືອງອ່ອນໆ. ຕ່ອມຂົມ ຈະພົບຢູ່ຕາມກ້ານໃບ, ກິ່ງ ຫຼື ງ່າ ແລະ ມີຄວາມຍາວ ແຕ່ 3-6 ຊມ ຊຶ່ງເກີດຈາກແມງກາຝາກ ຊື່ Melaphis chinensis (Bell) Baker. ໃບປະສົມຂອງມັນ ຍາວ 10-30 ຊມ, ປະກອບດ້ວຍ ໃບຍ່ອຍ ສີ່ ຫາ ຫົກ ຄູ່ ຮູບໄຂ່ ຂະໜາດ 5-15 x 2.5-8 ຊມ, ອ່ອນນຸ້ມ, ມີຄາຍ ແລະ ມີຂອບໃບເປັນແຂ້ວເລື່ອຍ. ຊໍ່ດອກ ປະກອບມີຫຼາຍພົ້ວ,ດອກມີຄາຍ ແລະ ມີຄວາມຍາວເຖິງ 40 ຊມ. ຊໍ່ດອກ ແຕກເປັນກ່າງ ຍາວປະມານ 25 ຊມ ສ່ວນດອກ ເປັນສີຂາວ ຫຼື ສີຂຽວອ່ອນໆ. ໝາກ ເປັນໝາກເນື້ອ, ຮູບຮ່າງມົນ, ຂະໜາດເສັ້ນຜ່າສູນກາງ 5 ມມ, ມີຂົນອ່ອນໆ, ເວລາສຸກ ມີສີນ໙ຕານອ່ອນ ຫາສີມ່ວງ. 

ບັນຍາຍການນຳໃຊ້

ໝາກສົ້ມພົດ ມີລົດສົ້ມຫຼາຍ ແລະ ມັກໃຊ້ຕຳເຮັດແຈ່ວ. ໃບອ່ອນຂອງມັນ ໃຊ້ນຳມາປະສົມກັບໜໍ່ໄມ້ເພື່ອໃຫ້ໄດ້ອາຫານທີ່ມີລົດສົ້ມ. ສ່ວນອື່ນໆຂອງຕົ້ນ ໄດ້ນຳໃຊ້ເປັນສ່ວນປະສົມໃນຢາພື້ນເມືອງຫຼາຍຊະນິດຂອງຊົນເຜົ່າເຂດພູດອຍ. ຕ່ອມຂົມຈາກຕົ້ນໄມ້ ກໍຖືກນຳໃຊ້ທຳຄວາມສະອາດບາດແຜ. ຕ່ອມຂົມ ແລະ ໝາກ ຖືກໃຊ້ເຂົ້າປົວທ້ອງຂີ້ຮາກ. ໃນສະໄໝກ່ອນເພິ່ນໄດ້ໃຊ້ຕ່ອມຂົມ ເຮັດສີຍ້ອມໄໝ ສີຟ້າ ແລະ ເປັນສິນຄ້າຂາອອກຂອງຈີນ ແລະ ຍີ່ປຸ່ນ ໄປສູ່ຢູໂຣບ. ມີບາງຊົນເຜົ່າ ກໍໄດ້ນຳໃຊ້ສີດັ່ງກ່າວນີ້ເພື່ອຍ້ອມແຂ້ວຂອງຕົນເອງໃຫ້ດຳ.

ການປະກອບສ່ວນ