ສົ້ມພົດ / Chinese Sumac
APA 6th ed. ສົ້ມພົດ / Chinese Sumac. (2019, April 3). Retrieved from https://www.phakhaolao.la/kb/0000328
MLA 8th ed. ສົ້ມພົດ / Chinese Sumac. Pha Khao Lao, 3 April 2019, https://www.phakhaolao.la/kb/0000328.
Chicago 17th ed. Pha Khao Lao. 2019. "ສົ້ມພົດ / Chinese Sumac." Published April 3, 2019. https://www.phakhaolao.la/kb/0000328.
Rhus chinensis var. chinensis
Rhus javanica var. chinensis (Mill.) T.Yamaz.
Rhus osbeckii Steud.
Rhus semialata Murray
Rhus semialata var. osbeckii DC.
Schinus indicus Burm.f.
Toxicodendron semialatum Kuntze
ໄທ: ຊຸງ, ມະລ່ຽມຫິນ, ຕາສະໄອ, ມະພົດ, ສົ້ມພົດ, ສີຈີ.
ວຽດນາມ: ມວຍ, ຍູບອຍ, ດຽມຟູມົກ.
ຈີນ: ວູເຈະ, ຢານຟູມູ.
ອັງກິດ: Chinese gall, nutgall, Chinese sumac
ສົ້ມພົດ ເປັນຕົ້ນໄມ້ຂະໜາດນ້ອຍ ຫຼົ່ນໃບ, ມີຄວາມສູງລະຫວ່າງ 7-10 ມ ແລະ ໜ້າຕ້າງພຽງເອິກ ປະມານ 10-15 ຊມ. ມີເປືອກກ້ຽງ ສີມ່ົນ ປົນຂຽວ ແລະ ນໍ້າຕານ ແລະ ບັນຈຸມີຢາງສີເຫຼືອງອ່ອນໆ. ຕ່ອມຂົມ ຈະພົບຢູ່ຕາມກ້ານໃບ, ກິ່ງ ຫຼື ງ່າ ແລະ ມີຄວາມຍາວ ແຕ່ 3-6 ຊມ ຊຶ່ງເກີດຈາກແມງກາຝາກ ຊື່ Melaphis chinensis (Bell) Baker. ໃບປະສົມຂອງມັນ ຍາວ 10-30 ຊມ, ປະກອບດ້ວຍ ໃບຍ່ອຍ ສີ່ ຫາ ຫົກ ຄູ່ ຮູບໄຂ່ ຂະໜາດ 5-15 x 2.5-8 ຊມ, ອ່ອນນຸ້ມ, ມີຄາຍ ແລະ ມີຂອບໃບເປັນແຂ້ວເລື່ອຍ. ຊໍ່ດອກ ປະກອບມີຫຼາຍພົ້ວ,ດອກມີຄາຍ ແລະ ມີຄວາມຍາວເຖິງ 40 ຊມ. ຊໍ່ດອກ ແຕກເປັນກ່າງ ຍາວປະມານ 25 ຊມ ສ່ວນດອກ ເປັນສີຂາວ ຫຼື ສີຂຽວອ່ອນໆ. ໝາກ ເປັນໝາກເນື້ອ, ຮູບຮ່າງມົນ, ຂະໜາດເສັ້ນຜ່າສູນກາງ 5 ມມ, ມີຂົນອ່ອນໆ, ເວລາສຸກ ມີສີນ໙ຕານອ່ອນ ຫາສີມ່ວງ.
ໝາກສົ້ມພົດ ມີລົດສົ້ມຫຼາຍ ແລະ ມັກໃຊ້ຕຳເຮັດແຈ່ວ. ໃບອ່ອນຂອງມັນ ໃຊ້ນຳມາປະສົມກັບໜໍ່ໄມ້ເພື່ອໃຫ້ໄດ້ອາຫານທີ່ມີລົດສົ້ມ. ສ່ວນອື່ນໆຂອງຕົ້ນ ໄດ້ນຳໃຊ້ເປັນສ່ວນປະສົມໃນຢາພື້ນເມືອງຫຼາຍຊະນິດຂອງຊົນເຜົ່າເຂດພູດອຍ. ຕ່ອມຂົມຈາກຕົ້ນໄມ້ ກໍຖືກນຳໃຊ້ທຳຄວາມສະອາດບາດແຜ. ຕ່ອມຂົມ ແລະ ໝາກ ຖືກໃຊ້ເຂົ້າປົວທ້ອງຂີ້ຮາກ. ໃນສະໄໝກ່ອນເພິ່ນໄດ້ໃຊ້ຕ່ອມຂົມ ເຮັດສີຍ້ອມໄໝ ສີຟ້າ ແລະ ເປັນສິນຄ້າຂາອອກຂອງຈີນ ແລະ ຍີ່ປຸ່ນ ໄປສູ່ຢູໂຣບ. ມີບາງຊົນເຜົ່າ ກໍໄດ້ນຳໃຊ້ສີດັ່ງກ່າວນີ້ເພື່ອຍ້ອມແຂ້ວຂອງຕົນເອງໃຫ້ດຳ.