ສານ / Lady Palm
APA 6th ed. ສານ / Lady Palm. (2019, April 3). Retrieved from https://www.phakhaolao.la/kb/0000323
MLA 8th ed. ສານ / Lady Palm. Pha Khao Lao, 3 April 2019, https://www.phakhaolao.la/kb/0000323.
Chicago 17th ed. Pha Khao Lao. 2019. "ສານ / Lady Palm." Published April 3, 2019. https://www.phakhaolao.la/kb/0000323.
Rhapis laosensis Becc.
Rhapis macrantha Gagnep.
ໄທ: ຈາງ, ສາງ
ອັງກິດ: Lao lady palm.
ສານ ແມ່ນຕົ້ນປາມ ເກີດເປັນສຸມ ມີຕົ້ນນ້ອຍຫຼາຍລຳ ຈັບໃສ່ຕົ້ນໃຫຍ່ ທີ່ມີຂົນສີນໍ້າຕານ ແລະ ຫຸ້ມດ້ວຍໃຍ ແລະ ມີຄວາມສູງເຖິງ 1.8 ແມັດ. ໃບຂອງມັນຫຍາບ ແລະ ຂຽວເຫຼື້ອມ, ຈັດລຽງແບບໃບພັດລົມສາມຊີກ ແລະ ຕິດກັນໜ້ອຍນຶ່ງ ຢູ່ທີ່ກົກໃບ. ຂະໜາດຂອງໃບ 25 x 6 ຊມປາຍຢ່ອນລົງ. ຊໍ່ດອກສັ້ນ ມີຫຼາຍພົ້ວ ເກີດພົ້ນອອກມາຜ່ານກາບໃບ. ໝາກ ມີ ສາມແກ່ນ. ພືດສະກຸນນີ້ ປະກອບມີອີກ 12 ຊະນິດ ແລະ ຫຼາຍພັນຕື່ມອີກ ແຕ່ຊະນິດທີ່ຮູ້ກັນດີກວ່າໝູ່ ແມ່ນ Rhapis excelsa. Rhapis subtilis ຈາກປະເທດໄທ ມີລັກສະນະຄ້າຍຄືກັນກັບ Rhapis laoensis ຕ່າງແຕ່ວ່າ ມີກີບໃບ 3-6 ໃບ.
ຍອດສານ ກິນໄດ້ແຕ່ລົດຊາດຂົມໜ້ອຍໜື່ງ ແລະ ສ່ວນໃຫຍ່ແກງໃສ່ກັບໜໍ່ໄມ້. ໃບ ສາມາດ ໃຊ້ທາບາດແຜສົດ ເພື່ອຢຸດການໄຫຼຂອງເລືອດ (ຂັດເລືອດ) ແລະ ໃຊ້ສານໝວກ. ຢູ່ປະເທດຕາເວັນຕົກ ຕົ້ນສານເປັນພືດປະດັບ ຊະນິດນຶ່ງ ຂາຍໄດ້ລາຄາສູງ.