ຊ່ອງຟ້າ / Song Fa
APA 6th ed. ຊ່ອງຟ້າ / Song Fa. (2019, April 3). Retrieved from https://www.phakhaolao.la/kb/0000322
MLA 8th ed. ຊ່ອງຟ້າ / Song Fa. Pha Khao Lao, 3 April 2019, https://www.phakhaolao.la/kb/0000322.
Chicago 17th ed. Pha Khao Lao. 2019. "ຊ່ອງຟ້າ / Song Fa." Published April 3, 2019. https://www.phakhaolao.la/kb/0000322.
Clausena oliveri Koord. ex Backer
Glycosmis cambodiana Pierre
Glycosmis harmandiana Pierre
ຕົ້ນຊ່ອງຟ້າ ເປັນໄມ້ພຸ່ມ, ບໍ່ຫຼົ່ນໃບ, ສູງ 1-1.5 ມ, ໝົດທຸກສ່ວນຂອງຕົ້ນມີກິ່ນຫອມໝາກນາວ ແລະ ບັນຈຸມີທາດນໍ້າມັນຫອມລະເຫີຍ. ໃບປະສົມຍາວເຖິງ 20 ຊມ ແລະ ມີ 3 ໃບຍ່ອຍ ແຕ່ລະໃບ ມີຂະໜາດ 2-4 x 5-11 ຊມ. ຊໍ່ດອກ ມີດອກສີຂຽວເຫຼືອງອອກເປັນຈຸ້ມ 4 ດອກ, ມີຄວາມຍາວເຖິງ 20 ຊມ. ໝາກຂອງມັນເປັນຮູບໄຂ່ ມີເສັ້ນຜ່າກາງ 3-5 ມມ,ສີແດງຊໍ້າເວລາສຸກ ແລະ ບັນຈຸມີໜື່ງຫາສອງແກ່ນ.
ຮາກ, ໃບອ່ອນ, ເປືອກ ແລະ ດອກ ຂອງຊ່ອງຟ້າ ເພິ່ນມັກນຳໄປປະສົມກັບພືດສະໝຸນໄພອື່ນໆເປັນຢາລົດກົດ ແລະ ແກ້ການກິນອາຫານເປັນພິດ. ຮາກຂອງມັນຈະຊ່ວຍລົດອາການເຈັບຕາ, ອາການເຈັບຫົວ ແລະ ໄຂ້. ໝາກ ແລະ ຍອດອ່ອນທີ່ສົ້ມ ໃຊ້ກິນກັບລາບ ແລະ ແກງໜໍ່ໄມ້.