ຕີນຕັ່ງ / Teen Tang

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Anomianthus dulcis (Dunal) J.Sinclair / Annonaceae
ຊື່ພ້ອງ
Anomianthus auritus (Blume) Backer
Anomianthus heterocarpus Zoll.
Uvaria heterocarpa Blume
ຊື່ອື່ນ
ລາວ: ຕີນຕັ່ງ
ໄທ: ຕົບຫູ, ຕີນຕັ່ງ(ນ້ອຍ), ນົມງົວ, ນົມແມວ, ຊູຍ, ບອດ.
ຫວຽດນາມ: ດູດິຖໍ, ໂວດັນຮົວ, ໄຕຣລອງ.
ກໍາປູເຈຍ: ວາຕຣຽນດາສກຣາບີ.
ບັນຍາຍລັກສະນະພືດສາດ

ຄຸນລັກສະນະຂອງພືດຕົ້ນຕີນຕັ່ງ ເປັນພືດພຸ່ມ ຫຼື ເປັນເຄືອ ລຳເຄືອມີມືຈັບຂໍ  ຫຼື ຕົ້ນໄມ້ຂະໜາດນ້ອຍ, ຫຼົ່ນໃບ, ສູງ 2-10 ມ, ຫຼື ເປັນເຄືອມີລຳຕົ້ນເປັນເນື້ອໄມ້ທີ່ສາມາດເຕີບໂຕໄດ້ຍາວເຖິງ 20-30 ມ ປີນກ້ຽວຕົ້ນໄມ້ອື່ນໆ ໃບດ່ຽວລຽງສະລັບ, ໃບຍາວ 9-11 ຊມ, ກວ້າງ 4-6 ຊມ. ແລະ ໜ້າຕັດລຳຕົ້ນ 10 ຊມ. ລຳຕົ້ນ, ສີດຳໝົ່ນ, ມີຂົນຄ້າຍຄືຮູບດາວ. ໃບເປັນແກກຮູບຫົວໃຈ ຢູ່ສ່ວນກົກ, ມີຂະໜາດ 11-15 x 4-6 ຊມ. ດອກມີກິ່ນຫອມ,ຊໍ່ດອກອອກດອກຕາມລຳງ່າ, ກີບດອກມີວົງລະ 3 ກີບ ມີ 6 ກີບ, ສີຊົມພູຈືດ ຫາ ສີນໍ້າຕານເຫຼືອງ ເກີດເປັນຈຸ້ມ 2–5 ດອກ, ອອກດອກເດືອນ 9-11  ແລະ ມີເສັ້ນຜ່າກາງ 2 ຊມ. ໝາກເປັນສີເຫຼືອງປົນສົ້ມ, ມີສີແດງເວລາສຸກ, ເປັນປະເພດໝາກແບຣີ ແລະ ມົນ ແລະ ມີຂະໜາດ 3-5 ຊມ. ເສົັ້ນຜ່າກາງ 1.5-2.4 ຊມ.

ບັນຍາຍການນຳໃຊ້

ເພິ່ນກິນພາກສ່ວນໃນຂອງໝາກຕີນຕັ່ງ ທີ່ມີລົດຊາດຫວານ. ໃບມີຄຸນສົມບັດເປັນຢາ.ໝາກສຸກກິນໄດ້ມີລົດຫວານ ແລະ ຫອມ, ໃບສົດ ຫຼື ໃບແຫ້ງນຳໃຊ້ຮ່ວມກັບຢາສະໜຸນໄພຊະນິດອື່ນໆແລ້ວປະກອບເປັນຢາຊຸມ. ລຳຕົ້ນສາມາດນຳມາໃຊ້ເຮັດເປັນເຄື່ອງຈັກສານໄດ້, ເຄືອຕີນຕັ່ງເປັນເນື້ອໄມ້ແຂງສາມາດນຳມາໃຊ້ເປັນຂອບກະບວຍວິດນໍ້າສຳລັບຕັກນໍ້າຫົດນໍ້າຜັກຫຼືຂອບເຄື່ອງຈັກສານ ເຮັດດາມມີດ, ເຄື່ອງຈັກສານ.

ການປະກອບສ່ວນ