ປິດປີ່ແດງ / Rosy-flowered Leadwort
APA 6th ed. ປິດປີ່ແດງ / Rosy-flowered Leadwort. (2019, April 3). Retrieved from https://www.phakhaolao.la/kb/0000320
MLA 8th ed. ປິດປີ່ແດງ / Rosy-flowered Leadwort. Pha Khao Lao, 3 April 2019, https://www.phakhaolao.la/kb/0000320.
Chicago 17th ed. Pha Khao Lao. 2019. "ປິດປີ່ແດງ / Rosy-flowered Leadwort." Published April 3, 2019. https://www.phakhaolao.la/kb/0000320.
Thela coccinea Lour.
ໄທ: ຂຸຍວູ, ເສດຖາມັນພະເລີງແດງ, ຕັງຈູໂວ, ປິດປຽວແດງ, ໄຟໄຕ້ດິນ, ອຸບາກຸຊາ.
ມຽນມາ: ຈູວອນດາໂກເວນລີ, ແຄນຈອບນີ, ເຄນກີໂອກີນີ.
ວຽດນາມ: ຊິິກບົວຊາ, ດ້ອຍກົງນົວດໍ່.
ຈີນ: ຊີຮົວດານ.
ອັງກິດ: rosy-flowered leadwort, officinal leadwort, Indian leadwort, scarlet leadwort or whorled plantain.
ປິດປີ່ແດງ ເປັນພືດປະເພດພືດຜັກ, ບໍ່ຫຼົ່ນໃບ, ອາຍຸຂ້ອນຂ້າງຍືນ, ສູງ 1-2 ມ, ໜ້າຕັດຂອງລຳ 0.5 ຊມ ເສັ້ນຜ່າກາງປະມານ 0.3-0.5 ຊມ, ຍອດອ່ອນສີແດງ ແລະ ລຳຕົ້ນກົມເປັນປ້ອງສີຂຽວແກ່, ກິ່ງອ່ອນ ແລະ ໜໍ່ອ່ອນມີສີແດງ ແລະ ຂໍ້ສີແດງເຂັ້ມເກີດຕາມຂໍ້ຕິດດິນຄ້າຍເຄືອເຂົາ. ໃບແປ, ບາງ, ຮຽງສະລັບສ້ວຍຮູບໄຂ່-ຮີ, ຜີວໃບກ້ຽງ, ໜ້າໃບຂຽວເຂັ້ມ, ຫຼັງໃບມີສີຂຽວອ່ອນ, ຂອບໃບຍັກເປັນເຄືອ ປາຍໃບແຫຼມ ກົກໃບມົນ ໃບຍາວປະມານ 5-12 ຊມ.ກວ້າງ 3-5.5 ຊມ, ກ້ານໃບສີແດງເຂັ້ມມີຂະໜາດ. ຊໍ່ດອກເປັນພົ້ວເກີດຕາມປາຍກິ່ງ ຫຼື ງ່າມໃບ, ດອກສີແດງເຂັ້ມອອກດອກເດືອນ 3-5 . ຊໍ່ດອກຍາວ 10-30 ຊມ, ມີດອກຫອມ 20-90 ດອກ ທີ່ມີສີມ່ວງອ່ອນ ຫາແດງຊໍ້າ ຂະໜາດ ເສັ້ນຜ່າກາງ 2-2.5 ຊມ, ມີຂົນສີແດງ ໜຽວຕິດຢູ່ພື້ນດອກ. ໝາກເປັນແຄັບຊູນ (ກັບ). ໝາກກົມເປັນລອດຍາວປະມານ 0.5-1 ຊມ ໝາກແກ່ລະຫວ່າງເດືອນ 7-8.
ຮາກ, ໃບ ແລະ ລຳຕົ້ນ ຂອງປີດປີ່ແດງ ໃຊ້ເປັນຢາເພື່ອຟອກເລືອດ (ໂດຍສະເພາະໃນຜູ້ຍິງຖືພາ),ເປັນຢາຊ່ວຍຍ່ອຍອາຫານ, ແກ້ປວດ ແລະ ອາການບວມ. ຢ່າງໃດກໍດີ, ການນຳໃຊ້ພືດຊະນິດນີ້ບໍ່ແມ່ນຈະບໍ່ເປັນອັນຕະລາຍ. ຮາກຂອງມັນມີລົດຂົມ ສົ້ມ ສາມາດໃຊ້ບັນເທົາອາການທ້ອງຜູກ ແລະ ຈຸກສຽດ ແຕ່ອາດເຮັດໃຫ້ແທ້ງລູກໄດ້. ຢາຈາກປິດປີ່ແດງ ເປັນທີ່ຮູ້ກັນດີ ສຳລັບໃຊ້ຖ່າຍແມ່ທ້ອງ ແລະ ຂັບໄລ່ສານພິດ ເຊັ່ນ ສານນັກໂກຕິກ (ໃນຢາສູບ) ອອກຈາກຮ່າງກາຍ ທັງກະຕຸ້ນລະບົບປະສາດ ແລະ ເສີມກຳລັງ. ນອກຈາກນີ້, ມັນຍັງເປັນປະໂຫຍດຊ່ວຍລົດອາການຈຸກສຽດ,ອາການໄອ, ຫຼອດລົມອັກເສບ, ລິດສະດວງທະວານ, ພະຍາດຕີນຊ້າງ, ອາການໄຂ້ ແລະ ໂລກຂີ້ທູດ ແລະ ທັງຍັງຊ່ວຍຕຸດເລືອດໃນການລົງປະຈຳເດືອນຜູ້ຍີງ ແລະ ແກ້ເຈັບແຂ້ວອີກ. ປິດປີ່ແດງສາມາດໃຊ້ເປັນຢາປົວພະຍາດຜີວໜັງ ແລະ ເປັນພືດປະດັບໄດ້.