ພວງພີ່ / Pagoda Flower

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Clerodendrum paniculatum L / Lamiaceae
ຊື່ພ້ອງ
Caprifolium paniculatum Noronha
Cleianthus coccineus Lour. ex B.A.Gomes
Clerodendrum diversifolium Vahl
Clerodendrum pyramidale Andrews
Volkameria angulata Lour.
Volkameria diversifolia Vahl
ຊື່ອື່ນ
ລາວ: ພວງພີ່
ໄທ: ຈາດຟ້າ, ສາວສະຫວັນ, ນົມສາຫວັນ, ບົວລີງ, ພູເມືອກ, ພີງຈອງວາ.
ວຽດນາມ: ໂມຮົວໂດ, ແລວກາຍ.
ຈີນ: ຢວນຈິດາກີງ.
ອັງກິດ: Pagoda flower

ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ພວງພີ່ ເປັນພືດຟຸ່ມ. ລຳຕົ້ນຕັ້ງຊື່, ສູງ 1.5-3 ມ, ໜ້າຕັດທີ່ສ່ວນກົກລຳຕົ້ນ 2 ຊມ, ລຳຕົ້ນເປັນສີ່ຫຼ່ຽມ, ມີຂໍ້ໆ ແລະ ບໍ່ມີກິ່ງ, ເປືອກຕົ້ນມີລັກສະນະລຽບ,​ ສີນ້ຳຕານປົນຂຽວ, ບາງຄັ້ງມີຂົນ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບແບບຝາມື ຫຼື ຮູບໄຂ່ກ້ວາງ ຫຼື ຮູບໄຂ່ເກືອບກົມ, ກ້ວາງ 7-38 ຊມ, ຍາວ 4-40 ຊມ, ໂຄນໃບຮູບຫົວໃຈ, ຂອບແສກແຂ້ວເລືອຍ, ປາຍແຫຼມ, ມີຕ່ອມກະຈາຍຢູ່ທັງສອງດ້ານ, ຜິວໃບດ້ານເທິງມີສີຂຽວເຂັ້ມ, ລຽບ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນຊາກຊາ. ກ້ານໃບຍາວ 3-15 ຊມ, ຫຼື ອາດຍາວກ່ວາ, ມີຮ່ອງຕາມລວງຍາວ. ຊໍ່ດອກແບບແຕກແໜ່ງຂະໜາດໃຫຍ່, ອອກບໍລິເວນປາຍຍອດ, ກ້ວາງ 15-20 ຊມ, ຍາວ 30-35 ຊມ, ສີແດງ ຫຼື ສີສົ້ມ. ກ້ານຊໍ່ດອກເປັນຫຼ່ຽມ. ດອກຍ່ອຍມີຈຳນວນຫຼາຍ. ກາບດອກມີ 5 ກາບ, ມີຂົນກະຈາຍດ້ານນອກ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 2 ມມ, ປາຍແຍກເປັນ 5 ແຊກ, ຮູບຂອບຂະໜານ ຫຼື ແກມຮູບໄຂ່, ຍາວ 0.7-1.4 ຊມ, ມີຂົນ ແລະ ຕ່ອມກະຈາຍຢູ່ດ້ານນອກ. ເຕົ້າໄຂ່ຈັບເທິ່ງກີບດອກ, ຮູບຮີ ຫຼື ຮູບເກືອບກົມ, ຍາວປະມານ 1 ມມ, ຜິວລຽບ, ຮວງຮັບແຍກອອກເປັນ 2 ແສກ. ໃບປະດັບດອກຮູບໄຂ່ ຫຼື ຮູບຮີ, ຍາວປະມານ 1-1.5 ຊມ.​ ໃບປະດັບຍ່ອຍຮູບແຖບ, ຮູບຫອກ, ຍາວປະມານ 5 ມມ. ໝາກຮູບກົມ, ຂະໜາດນ້ອຍ, ມີ 2-4 ພູ, ມີເສັ້ນຜ່າສູນກາງປະມານ 4-9 ມມ, ສີຂຽວ, ໝາກສຸກຈະປ່ຽນເປັນສີນ້ຳເງິນປົນຂຽວ ຫຼື ສີດຳ. ແກ່ນມີ 1 ແກ່ນ, ມີລັກສະນະແຂງ. ມີຢູ່ສອງພັນ ຄື: var. paniculatum ແລະ var.diversifolium C.B.Clarke

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ຊ່ວຍຫຼຸດຄວາມດັນເລືອດ ເນື່ອງຈາກມີນ້ຳມັນຫອມລະເຫີຍ ມີກິ່ນສະເພາະຕົວ ແລະ ມີສານ 2-asarone ຊ່ວຍຫຼຸດຄວາມດັນເລືອດ, ແຕ່ມີລາຍງານພົບວ່າເປັນພິດຕໍ່ຕັບ ແລະ ອາດເຮັດໃຫ້ເກີດມິເຣັງໄດ້,​ ໃຊ້ຝົນກັບນ້ຳແກ້ໄຂ້, ຊ່ວຍແກ້ໄຂ້ມາລາເຣຍ, ແກ້ໄຂ້ເໜືອ, ຊ່ວຍແກ້ໄຂ້, ຖ່າຍເປັນນ້ຳ ແລະ ຜື່ນຂື້ນບໍລິເວນໜັງ, ຊ່ວຍແກ້ວັນນະໂຣກ, ຄົນອິສານນຳຮາກມາຕົ້ມເພື່ອຊ່ວຍແກ້ອາການເຈັບຫົວ ແລະ ອາການເຈັບໃນເບົ້າຕາໄດ້ດີ, ຊ່ວຍຂັບເສມຫະ, ເຮັດໃຫ້ປວດຮາກ ໃຊ້ໃນກໍລະນີກິນສານພິດເຂົ້າໄປ ແລະ ຕ້ອງການຂັບສານພິດອອກຈາກທາງເດີນອາຫານ, ແກ້ອາການເຈັບທ້ອງ, ຂັບລົມທົ່ວຮ່າງກາຍ, ຊ່ວຍຂັບລົມໃນຮ່າງກາຍ, ໃຊ້ແກ້ເລືອດໃນທ້ອງ, ໃຊ້ເປັນຢາຖ່າຍ, ໃຊ້ຂັບນ້ຳຄາວປາໃນຜູ້ຍິງ, ນຳມາຝົນທາຮັກສາຝີ, ຊ່ວຍແກ້ປາດົງລົມ ແລະ ປາດົງໄຟ, ໃຊ້ຕົ້ມກັບນ້ຳດື່ມບຳລຸງນ້ຳນົມ.
  • ໃບ: ໃຊ້ຮັກສາອາການແໜ້ນເອິກ, ແກ້ລົມໃນຊ່ວງເອິກ, ນຳມາຕຳພອກຊ່ວງເອິກແກ້ອັກເສບ, ແກ້ພິດຝີດາດ, ນຳມາຕຳ ແລະ ພອກແກ້ກະດັນບວມ, ແກ້ອາການບວມໃຕ້ແຂນ, ໃບສົດນຳມາຕຳເປັນຢາຮັກສາອາການເຈັບຂໍ້ ແລະ ເຈັບປະສາດ.
  • ຕົ້ນ: ຊ່ວຍແກ້ພິດຝີ, ຊ່ວຍແກ້ພິດ, ແກ້ອາການອັກເສບເນື່ອງຈາກຂີ້ເຂັບ ແລະ ແມງປ໋ອງກັດ.
  • ດອກ: ຊ່ວຍແກ້ອາການຕົກເລືອດ ແລະ ແກ້ເລືອດໃນທ້ອງ, ແກ້ພິດຝີ ແລະ ຊ່ວຍແກ້ພິດທີ່ເກີດຈາກການຕິດເຊື້ອໄດ້ອີກ.
  • ຮາກ, ດອກ ແລະ ຕົ້ນ: ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ, ຊ່ວຍແກ້ຝີພາຍໃນ ແລະ ຊ່ວຍແກ້ພິດຈາກແມງໄມ້ກັດຕ່ອຍ.
  • ບໍ່ລະບຸສ່ວນທີ່ໃຊ້: ນຳມາປະສົມກັບຮາກຄາ ແລະ ຜັກຄາດເພື່ອຮັກສາປັດສະຫວະຂັດ ແລະ ໃຊ້ເຂົ້າຕຳລາຂັບນິ້ວ.

ປະໂຫຍດ: 

  • ພືດປະດັບ: ປັດຈຸບັນໄດ້ມີການເພາະປູກເປັນໄມ້ປະດັບເນື່ອງຈາກມີດອກທີ່ສວຍງາມ.
  • ອາຫານ: ໃບອ່ອນນຳມາປະກອບອາຫານໄດ້.
  • ແກ່ນ: ສາມາດນຳມາເປັນສີຜ້າໄດ້ ໂດຍຈະໃຫ້ສີມ່ວງ.
ການປະກອບສ່ວນ