ເຄືອຕົດໝາ / Skunk-Vine

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Paederia foetida L. / Rubiaceae
ຊື່ພ້ອງ
Paederia foetida var. microcarpa Kurz
Paederia foetida f. microphylla (Honda) Tsukaya, Imaichi & J.Yokoy.
Paederia foetida var. sessiliflora (Poir.) Baker
ຊື່ອື່ນ
ລາວ: ເຄືອຕົດໝາ.
ໄທ:ກຣະພັງໂຫມ, ຜັກໄໝ ( ຊຽງໃໝ່ ), ຕະມູກປາໄຫຼ ( ອຸດອນທານີ ), ກຣະຈຽວເຜືອ ( ສະກົນນະຄອນ ), ເຄືອໄສ້ປາໄຫຼ ( ມະຫາສາລະຄາມ ), ຕົດໝູ, ຕົດໝາ, ຜັກໄໝ ( ພາກເໜືອ )ກະຈຽວເຜືອ, ເຄືອໄສ້ປາໄຫຼ, ຕະມູກປາໄຫຼ ( ພາກອີສານ ), ກຣະພັງໂຫມ, ຕົດໝູ, ຕົດໝາ ( ພາກກາງ ) ຍ່ານພາໂຫມ ( ພາກໃຕ້ ).
ບັນຍາຍລັກສະນະພືດສາດ

ເຄືອຕົດໝາຈັດເປັນພັນໄມ້ເຄືອປະເພດລົ້ມລຸກ, ເລືອພັນໄປຕາມພື້ນດິນ ຫຼື ເລືອພັນຕາມຕົ້ນໄມ້ອຶ່ນໆ, ລຳຕົ້ນມີຂະໜາດນ້ອຍ, ລຳຕົ້ນ ແລະ ໃບມີຢາງ ເມື່ອບີບ ຫຼື ຍ່ອງຈະມີກິ່ນເໝັນ. ຂະຫຍາຍພັນດ້ວຍວິທີການກ້າເມັດ. ພົບຂຶ້ນທົ່ວໄປຕາມປ່າທຳມະຊາດ.ມີຢູ່ດ້ວຍກັນຫຼາຍສາຍພັນເຊັ່ນ: ຊະນິດໃບໃຫຍ່ ລັກສະນະຂອງໃບຈະເປັນຮູບໄຂ່, ມີຂົນສັ້ນປົກຄຸມ, ຊະນິດໃບນ້ອຍ ລັກສະນະຂອງໃບຈະມີຮູບຮຽວຍາວ ຫຼື ຮູບຫອກ, ຊະນິດໃບຫຍ່ບໍ່ມີຢາງບໍ່ມີຂົນ, ມີກິ່ນເໝັນອ່ອນໆ. ດອກ: ອອກດອກເປັນຊໍ່ດອກນ້ອຍໆໂດຍຈະອອກຕາມຊອກໃບ ຫຼື ໂຄນກ້ານໃບ, ມີຊໍ່ລະປະມານ 2–3 ດອກ, ກີບລ້ຽງດອກຈະມີ 5 ກີບ, ມີຂະໜາດນ້ອຍ, ປາຍກີບແຍກກັນ, ກີບດ້ານນອກເປັນສີຂາວ, ສ່ວນກີບດ້ານໃນເປັນສີມ່ວງແດງ ຫຼື ສີຊົມພູ. ດອກມີເກສອນຜູ້ 5 ອັນ ແລະ ເກສອນແມ່ 1 ອັນຢູ່ກາງ. ໝາກ: ມີລັກສະນະກົມ, ໝາກອ່ອນເປັນສີຂຽວ. ເມື່ອແກ່ຈະເປັນສີນ້ຳຕານ.

ບັນຍາຍການນຳໃຊ້

ໃບ ແລະ ເຄືອໃຊ້ກິນເປັນຢາແກ້ໄຂ້, ແກ້ໂຕຮ້ອນ, ໃຊ້ຕົ້ມນ້ຳດື່ມແກ້ພິດໄຂ້ ເມື່ອເວລາເປັນໄຂ້ໃຫ້ໃຊ້ນ້ຳຕົ້ມຈາກເຄືອ ຫຼື ໃບ ນຳມາເຊັດໂຕ ຫຼື ນຳຜ້າສະອາດມາຈຸ່ມນ້ຳນຳມາວາງໄວ້ເທີງຫົວກໍ່ຈະເຮັດໃຫ້ອາການໄຂ້ຫຼຸດລົງໄດ້ເປັນຢ່າງດີ.ທັງຕົ້ນໃຊ້ຕົ້ມດື່ມເປັນຢາຂັບປັດສະວະ, ຊ່ວຍແກ້ພິດຕ່າງໆ. ໝໍຢາພື້ນບ້ານໃນປະເທດຟີລິບປີນຈະນຳໃບມາຕົ້ມ ແລະ ນຳມາຕຳໃຫ້ແຫຼກແລ້ວນຳມາໂພະລົງເທີງທ້ອງຈະຊ່ວຍແກ້ຍ່ຽວຢັດເຮັດໃຫ້ສາມາດຂັບປັດສະວະອອກມາໄດ້. ນອກນັ້ນຍັງນຳໃບມາຕົ້ມດື່ມກໍ່ຊ່ວຍຂັບໜີ້ວອອກຈາກກະເພາະປັດສະວະໄດ້ດ້ວຍ.ປະຊາຊົນລາວສະໄໝກ່ອນໄດ້ນຳໃຊ້ຮາກເຄືອຕົດໝາປະສົມ ຫຼື ນວດກັບແປ້ງເຂົ້າຂຽບເຮັດໃຫ້ແປ້ງເຂົ້າຂຽບໂພງດີ. ປະໂຫຍດທາງດ້ານການປິ່ນປົວສາມາດນຳໃຊ້ໝົດເກືອບທຸກສ່ວນສາມາດປົວພະຍາດໄດ້ເຊັ່ນ: ກະເພາະລົມ, ທ້ອງອືດ, ທ້ອງຍື່ງ. ໂດຍນຳເອົາເຄືອຕົດໝາ 1 ກຳມືປະສົມກັບຜັກບົ່ວເລືອດ ( ຫວ້ານຈອດ ) 3 ຫົວ, ຂີ້ໝີ້ນ 7 ປ່ຽງ, ຫວ້ານຕູບໝູບ 7 ຫົວ ແລະ ຫວ້ານໄພ 7 ປ່ຽງ. ເອົາທັງໝົ້ດປະສົມກັນນຳໄປຕົ້ມກັບນ້ຳ 1,5 ລິດໃຫ້ຟົດ, ຕອງດ້ວຍແພຂາວສະອາດແລ້ວແບ່ງດື່ມ 3 ເວລາ ( ເຊົ້າ, ສວຍ, ແລງ ) ຈົນກວ່າອາການຈະດີຂຶ້ນ.

ການປະກອບສ່ວນ