ຜັກບ້ວງ / Fetid Passionflower

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Passiflora foetida L. / Passifloraceae
ຊື່ພ້ອງ
Passiflora foetida var. balansae Chodat
Passiflora foetida var. ciliata (Aiton) Mast.
Passiflora foetida var. foetida
Passiflora foetida var. galapagensis Killip
Passiflora foetida var. gardneri Killip
Passiflora foetida var. gossypiifolia (Desv. ex Ham.) Mast.
Passiflora foetida var. hastata (Bertol.) Mast.
Passiflora foetida var. hibiscifolia (Lam.) Killip
Passiflora foetida var. hirsuta (L.) Mast.
Passiflora foetida var. hirsutissima Killip
Passiflora foetida var. hispida (DC. ex Triana & Planch.) Killip
Passiflora foetida var. isthmia Killip
Passiflora foetida var. maxonii Killip
Passiflora foetida var. mayarum Killip
Passiflora foetida var. moritziana (Planch.) Killip
Passiflora foetida var. muralis (Barb. Rodr.) Killip
Passiflora foetida var. nicaraguensis (Killip ex Standl.) Killip
Passiflora foetida var. nigelliflora (Hook.) Mast.
Passiflora foetida subsp. orinocensis Killip
Passiflora foetida var. orinocensis (Killip) Feuillet
Passiflora foetida var. polyadenia (Griseb.) Killip
Passiflora foetida var. quinqueloba (Griseb.) Killip
Passiflora foetida subsp. quinqueloba (Griseb.) Mast.
Passiflora foetida var. riparia (C. Wright ex Griseb.) Killip
Passiflora foetida var. salvadorensis Killip
Passiflora foetida var. sericea Chodat & Hassl.
Passiflora foetida var. subintegra Killip
Passiflora foetida var. subpalmata Killip
Passiflora foetida var. variegata G. Mey.
Passiflora foetida var. vitacea Mast.
ຊື່ອື່ນ
ລາວ: ຜັກບ້ວງ, ເຄືອຫໍ່ຫຳ, ເຄືອຫຳຫໍ່, ເຄືອຫໍ່ຫຸ່ມ, ເຄືອລີ້ນມັງກອນ, ເຄືອຫຳໝອຍ
ໄທ: ກະທົກຣົກ, ຜັກຂີ້ຫິດ
ຈີນ: ເລັ່ງຈູກ້ວຍ, ເລ້ງທຸງຈູ
ບັນຍາຍລັກສະນະພືດສາດ

ເປັນເຄືອມີສີຂຽວ ແລະ ມີກິ່ນຂີວອ່ອນໆ, ໃບ, ຍອດ, ດອກ, ໃບປະດັບ ແລະ ຫູໃບໜຽວພ້ອມທັງມີຂົນຫຸ້ມຫໍ່ ແລະ ຂົນປ່ຽນຖ່າຍແຈກຢາຍຢູ່. ໃບ ແມ່ນໃບປະເພດດ່ຽວ, ຈັບແບບສະຫຼັບຢູ່ຕາມຂໍ້ຂອງເຄືອ. ແຕ່ລະຂໍ້ຫ່າງກັນ 5–7 ຊັງຕີແມັດ. ໃບມີຮູບຮ່າງສາມແຈສ້ວຍ, ຂອບໃບວັບເຂົ້າເລິກສາມາດເຫັນເປັນສາມສ່ວນຢ່າງຈະແຈ້ງ, ປາຍໃບສ້ວຍແຫຼມ, ຕີນໃບກົ່ງ. ກ້ານໃບຍາວ 0,5–6 ຊັງຕີແມັດ, ເນື້ອໃບປະມານ 8–11 ຊັງຕີແມັດ, ກວ້າງ 8,5–11,5 ຊັງຕີແມັດ. ເນື້ອໃບບາງຫຸ້ມຫໍ່ດ້ວຍຂົນທີ່ແຕກຕ່າງກັນ. ຢູ່ຕາມກ້ານໃບມີຂົນເປັນ 2 ແຖວທີ່ຂະໜານກັນຢູ່ຕາມແຄມຮ່ອງ ແລະ ມີຂົນຫຸ້ມຫໍ່ແຈກຢາຍທົ່ວໄປ. ຫູໃບຫຸ້ມຫໍ່ເອົາລຳຕົ້ນຢູ່ຕີນຂອງກ້ານໃບແຕ່ບໍ່ຈອດກັນ, ຫູໃບປະດັບດ້ວຍຕ່ອມປ່ອຍຖ່າຍຢູ່ແຄມ. ດອກ ແມ່ນປະເພດດອກດ່ຽວອອກຕາມຂໍ້ລະຫວ່າງກ້ານໃບ ແລະ ລຳ, ຢູ່ຂໍ້ໜຶ່ງຈະມີ 3 ດອກ. ແຕ່ຄວາມຈິງແລ້ວມີພຽງ 2 ດອກທີ່ສາມາດຂະຫຍາຍຕົວ. ສ່ວນອີກດອກໜຶ່ງນັ້ນບໍ່ຂະຫຍາຍຕົວ ແລະ ຈະປ່ຽນສະພາບກາຍມາເປັນມືທີ່ສອດກ່ຽວຈັບທາວຂຶ້ນໄປ, ດອກຈະບານເວລາກາງຄືນ ແລະ ຈະຄ່ອຍຫຸບເມື່ອຖືກແສງແດດ, ດອກທີ່ມີເພດຮ່ວມ. ດອກຫຸ້ມຫໍ່ດ້ວຍໃບຊ້ອນ 3 ໃບ ຊື່ງມີລັກສະນະຄ້າຍຄືດາງແຫ, ໃບຊ້ອນດັ່ງກ່າວເຕັມໄປດ້ວຍຕ່ອມ ແລະ ມີລັກສະນະໜຽວ. ເວລາດອກບານຈະມີລັກສະນະເຄິ່ງໜ່ວຍມົນ, ແມ່ນດອກປະເພດ 5 ມີກີບສີຂາວຈັດວາງເປັນ 2 ຊັ້ນ, ກີບຊັ້ນນອກມີລັກສະນະເປັນໃບສ້ວຍ, ສ່ວນກີບຊັ້ນໃນຈະປ່ຽນສະພາບເປັນເສັ້ນສີຂາວຢູ່ວົງນອກ ແລະ ສີອິດຢູ່ວົງໃນ, ມີເກສອນ 5 ອັນຈັບຢູ່ຕີນຂອງເຕົ້າໄຂ່, ເຕົ້າໄຂ່ຈັບເທີງມີລັກສະນະເປັນໜ່ວຍມົນ, ມີ 1 ຫ້ອງ. ການຈັບຂອງໄຂ່ແມ່ນຈັບຢູ່ 3 ຈຸດ ທີ່ສະເໝີກັນ, ປາຍເຕົ້າໄຂ່ມີ 3 ແງ່ມ ເບິ່ງເຫັນຈະແຈ້ງ ແລະ ແຕ່ລະຕຸ່ມສຸດດ້ວຍຕຸ່ມ. ໝາກ ແມ່ນໝາກປະເພດແຫ້ງ, ມີຂະໜາດນ້ອຍ, ເປັນໜ່ວຍມົນ, ໝາກຫຸ້ມຫໍ່ດ້ວຍຂົນເສັ້ນໃຫຍ່ ແລະ ອອກສີຂຽວ ຊື່ງວິວັດມາຈາກໃບຊ້ອນ, ມີເສັ້ນຜ່າໃຈກາງ 2–2,5 ຊັງຕີແມັດ, ມີແກ່ນຈຳນວນຫຼາຍ ຊື່ງແກ່ນດັ່ງກ່າວຫຸ້ມຫໍ່ດ້ວຍທາດເມືອກ. ແກ່ນມີສີນ້ຳຕານໄໝ້, ມີຮູບຮ່າງແປສ້ວຍ ແລະ ມີລັກສະນະສະເພາະ. ເວລາຍັງອ່ອນໝາກຈະມີສີຂຽວ ແລະ ເມື່ອສຸກໝາກຈະມີສີເຫຼືອງ.

ບັນຍາຍການນຳໃຊ້

ພືດນີ້ສ່ວນຫຼາຍໃຊ້ກິນເປັນອາຫານ. ໃຊ້ເປັນຢານອນຫຼັບ, ປົວອາການເຈັບເສັ້ນປະສາດ, ຂັບປັດສະວະ, ຂັບໄລ່ຂີ້ກະເທີ່, ເອົາໃບທຸບປົກບາດແຜແກ້ຄັນ. ໝາກສຸກໃຊ້ບຳລຸງປອດ, ແກ້ອາການຫາຍໃຈຝືດ ແລະ ປົວອາການອ່ອນເພຍ, ຮາກສົດ ຫຼື ຮາກຕາກແຫ້ງໃຊ້ຊົງກັບນ້ຳດື່ມເປັນຊາຈະຊ່ວຍໃຫ້ສົດຊື່ນ, ຊ່ວຍແກ້ໄຂ້ ແລະ ໄຂ້ຈັບສັ່ນ, ເມັດຊ່ວຍແກ້ໃຫ້ເດັກທີ່ມີອາການທ້ອງອືດດ້ວຍການນຳເມັດມາຕຳໃຫ້ລະອຽດໃຊ້ປະສົມກັບນ້ຳ ແລະ ຮົມຄວັນໃຫ້ອຸ່ນແລ້ວເອົາໄປທາທ້ອງເດັກ, ດອກ, ໃບ ແລະ ທັ້ງຕົ້ນມີຣົດເບື່ອເມົາໃຊ້ເປັນຢາຂັບປັດສະວະ, ເປືອກໃຊ້ຕຳປະສົມກັບນ້ຳໝາກພ້າວຊ່ວຍແກ້ໄຟໄໝ້ນ້ຳຮ້ອນລວກ.

ການປະກອບສ່ວນ