ຕົ້ນໝາກເຍົາເລືອດ / Bellyache Bush

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Jatropha gossypiifolia L. / Euphorbiaceae
ຊື່ພ້ອງ
Adenoropium gossypiifolium (L.) Pohl
Adenoropium jacquinii Pohl
Jatropha elegans Kl.
Jatropha gossypiifolia f. angustiloba Chodat & Hassl.
Jatropha gossypiifolia var. gossypiifolia
Jatropha gossypiifolia subsp. heterophylla Chodat & Hassl.
Jatropha gossypiifolia var. staphysagriifolia (Mill.) Müll.Arg.
Jatropha jacquinii Baill.
Jatropha staphysagriifolia Mill.
Manihot gossypiifolia (L.) Crantz
ຊື່ອື່ນ
ລາວ: ໝາກເຍົາເລືອດ, ໝາກເຍົາແດງ
ໄທ: ສະບູ່ແດງ, ລະຫຸ່ງແດງ, ສະລອດແດງ, ສະບູ່ເລືອດ, ຫົງແດງ, ມະຫຸ່ງແດງ, ສີລອດ, ຍາເກາະ, ເຍົາປ່າ
Eng: bellyache bush, black physicnut or cotton-leaf physicnut
ບັນຍາຍລັກສະນະພືດສາດ

ພືດລຳໄມ້ຢືນຕົ້ນປະເພດແຕກຟຸ່ມຂະໜາດນ້ອຍ, ສູງປະມານ 2 ແມັດ, ລຳຕົ້ນໜຽວ, ອອກສີຂາວ, ມີຕູດ ແລະ ຕຸ່ມນ້ອຍແຈກຢາຍທົ່ວໄປ. ຍອດອ່ອນ, ລຳ, ກ້ານໃບ, ເນື້ອໃບ ແລະ ກ້ານໃບອອກສີແດງຊ້ຳ. ໃບ: ແມ່ນໃບປະເພດດ່ຽວສັບຊ້ອນແບບສະຫຼັບ, ຈັບຢູ່ຕາມລຳ ແລະ ງ່າ, ເນື້ອໃບແບ່ງເປັນ 3 ຫຼື  5 ສ່ວນ ແລະ ມີລັກສະນະຈ່າງອອກຄ້າຍຄືມື, ມີຂະໜາດກວ້າງ 15–20 ຊັງຕີແມັດ, ຍາວ 12–17 ຊັງຕີແມັດເນື້ອໃບອອກສີຂຽວອົມແດງຊ້ຳ, ສ່ວນໃບອ່ອນຈຳນວນໜຶ່ງທີ່ຢູ່ຍອດອອກສີແດງຊ້ຳ, ກ່າງໃບຈະແຈ້ງທາງເບື້ອງເທີງ ແລະ ເບື້ອງລຸ່ມ. ເນື້ອໃບເບື້ອງເທີງເຫຼື້ອມ, ມີຂົນຫຸ້ມ ແລະ ຂົນປປ່ອຍຖ່າຍຈັດລຽງກັນຢູ່ແຄມໃບ. ກ້ານໃບກົມ, ຍາວ 15–17 ຊັງຕີແມັດ, ອອກສີແດງຊ້ຳຢູ່ເບື້ອງໜ້າ ແລະ ເບື້ອງຫຼັງ. ຢູ່ເບື້ອງໜ້າຂອງກ້ານໃບມີຂົນປ່ອຍຖ່າຍແຈກຢາຍເປັນຈຸ້ມລຽນເປັນແຖວຍາວຕາມກ້ານໃບ. ຈຸ້ມຂົນດັ່ງກ່າວຍັງແຈກຢາຍລັກສະນະເປັນຈຸ້ມຢູ່ລະດັບກິ່ງງ່າອີກດ້ວຍ. ດອກ: ອອກເປັນພວງຢູ່ປາຍຍອດ, ມີສີແດງ. ແມ່ນດອກປະເພດ 5 ເປັນດອກທີ່ມີເຕົ້າໄຂ່ຈັບເທີງ ແລະ ມີເພດແຍກພາຍໃນຕົ້ນດຽວ, ຢູ່ຕາມແຄມຂອງກາບດອກມີຂົນຫຸ້ມຫໍ່ ແລະ ຂົນປ່ອຍຖ່າຍຈັບຢູ່ເຊັ່ນກັນ. ໝາກ: ມີຮູບກົມ, ມີເສັ້ນຜ່າກາງປະມານ 1 ຊັງຕີແມັດ, ເບິ່ງຮູບນອກ, ໝາກແບ່ງເປັນ 6 ປ່ຽງ, ຖ້າຜ່າເບິ່ງຈະເຫັນວ່າແບ່ງອອກເປັນ 3 ຫ້ອງ, ແຕ່ລະຫ້ອງບັນຈຸແກ່ນ 1 ອັນ. ແກ່ນຍາວ 0.7–0.8 ຊັງຕີແມັດ. ແຕ່ລະແກ່ນມີປີກສີຂາວ. ໝົດທຸກພາກສ່ວນຂອງຕົ້ນບັນຈຸທາດໄສໆ ພືດຊະນິດນີ້ມີຖິ່ນກຳເນີດຢູ່ທະວີບອາເມລິກາເຂດຮ້ອນ ແລະ ຊຸ່ມ. ປະຈຸບັນເກີດຢູ່ທົ່ວໄປຢູ່ຕາມບ່ອນຮົກເຮື້ອ. ລະດູອອກດອກແມ່ນ ເດືອນ ເມສາ ຫາ ເດືອນ ມິຖຸນາ.

ບັນຍາຍການນຳໃຊ້

ໃບໃຊ້ເປັນຢາລະບາຍ, ແກ້ໄຂ້, ແກ້ອາການເຈັບທ້ອງ ໂດຍການຕົ້ມນ້ຳກິນ ຫຼື ຈະໃຊ້ເມັດນຳມາເຜົາໃຫ້ສຸກແລ້ວກິນເປັນຢາຖ່າຍ, ຢາລະບາຍກໍ່ໄດ້ເຊັ່ນກັນແຕ່ຄວນໃຊ້ແຕ່ນ້ອຍ, ນ້ຳມັນຈາກເມັດໃຊ້ເປັນຢາຖ່າຍ, ຊ່ວຍຂັບຖ່າຍພະຍາດ, ຂັບຖ່າຍນ້ຳເຫຼືອງເສຍ, ໃບໃຊ້ຕຳແກ້ອາການຜື່ນຄັນ, ແກ້ຝີ. ຖ້ານຳໃບມາຕົ້ມນ້ຳອາບຈະຊ່ວຍບັນເທົາອາການປວດເມື່ອຍໄດ້. 

ການປະກອບສ່ວນ