ຫຍ້າຢາງອື່ງ / Spurge

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Euphorbia hirta L. / Euphorbiaceae
ຊື່ພ້ອງ
Chamaesyce gemella (Lag.) Small
Chamaesyce hirta (L.) Millsp.
Chamaesyce hirta var. glaberrima (Koidz.) H.Hara
Chamaesyce hirta f. glaberrima (Koidz.) Hurus.
Chamaesyce hirta var. laeticincta Croizat
Chamaesyce hirta f. litoralis Hurus.
Chamaesyce karwinskyi (Boiss.) Millsp.
Chamaesyce pekinensis var. glaberrima (Koidz.) Makino & Nemoto
Chamaesyce pilulifera var. glaberrima (Koidz.) H.Hara
Chamaesyce rosei Millsp.
Desmonema hirta (L.) Raf.
Ditritea hirta (L.) Raf.
Euphorbia bancana Miq.
Euphorbia capitata Lam.
Euphorbia chrysochaeta W.Fitzg.
Euphorbia gemella Lag.
Euphorbia globulifera Kunth
Euphorbia hirta var. destituta L.C.Wheeler
Euphorbia hirta var. glaberrima Koidz.
Euphorbia karwinskyi Boiss.
Euphorbia nodiflora Steud.
Euphorbia obliterata Jacq.
Euphorbia pilulifera var. arechavaletae Herter
Euphorbia pilulifera var. discolor Engelm.
Euphorbia pilulifera var. glabrescens Thell.
Euphorbia pilulifera var. guaranitica Chodat & Hassl.
Euphorbia pilulifera var. hirta (L.) Thell.
Euphorbia pilulifera var. hirta (L.) Griseb.
Euphorbia pilulifera f. humifusa Domin
Euphorbia pilulifera var. obliterata (Jacq.) Hitchc.
Euphorbia pilulifera f. rubromaculata Domin
Euphorbia pilulifera f. viridis Domin
Euphorbia verticillata Vell.
ຊື່ອື່ນ
ລາວ: ຫຍ້າຢາງອື່ງ, ນົມຣາຊະສີ, ນ້ຳນົມຣາຊະສີ, ຫຍ້າຢາງອື່ງ
ໄທ: ນ້ຳນົມຣາຊະສີ,ຜັກໂຂມແດງ, ຫຍ້ານ້ຳໝຶກ, ຫຍ້າຫຼັງອື່ງ
ຈີນ: ໄຕ່ປວຍອ່ຽງເຊົ່າ, ປວຍອ້ຽງ
Eng: Asthma-plant
ບັນຍາຍລັກສະນະພືດສາດ

ພືດລຳຫຍ້າຍາວນານ, ສູງ 20–40 ຊັງຕີແມັດ, ມີລຳແຂງແກ່ນດີ, ແຕ່ມັກເນີ້ງ ຫຼື ຕັ້ງຊື່. ລຳກົມ, ມີຂົນຫຸ້ມທົ່ວໄປ, ອອກສີແດງແກມອິດຢູ່ປາຍລຳ, ສ່ວນຢູ່ກົກລຳອອກສີຂຽວປະສົມຈຸດດຳທົ່ວໄປ. ລຳແບ່ງເປັນຫຼາຍຂໍ້, ຕີນຂອງແຕ່ລະຂໍ້ເປັນເປົ້າ ແລະ ກົມ. ໃບ: ໃບປະເພດດ່ຽວ, ຈັບພາບກັນເປັນຄູ່ຢູ່ແຕ່ລະຂໍ້ຂອງລຳ. ໃບຍາວ 3–4 ຊັງຕີແມັດ, ກວ້າງ 1 ຊັງຕີແມັດ. ແຄມໃບເປັນແຂ້ວຖີ່ໆ, ຕີນໃບບໍ່ເຄິ່ງຄື: ຂ້າງໜື່ງແຫຼມ, ຂ້າງໜຶ່ງມົນ. ເນື້ອໃບເບື້ອງເທີງມີສີຂຽວເຂັ້ມ, ສ່ວນເບື້ອງລຸ່ມອອກສີຂາວ ແລະ ມີຂົນ. ກ່າງໃບເບື້ອງນ້ອຍ ມີ 2 ຄູ່, ເບື້ອງໃຫຍ່ມີ 3ຄູ່. ດອກ: ມີຂະໜາດນ້ອຍຈັດເປັນຈຸ້ມ, ມີຈຳນວນຫຼາຍ, ຈຸ້ມດອກຈັບຢູ່ແຕ່ລະຂໍ້ຂອງລຳຕົ້ນ. ແຕ່ລະຈຸຸ້ມດອກມີດອກຜູ້ຈຳນວນຫຼາຍ, ດອກແມ່ 1 ດອກ ມີກ້ານຍາວລື່ນດອກຜູ້, ເຕົ້າໄຂ່ມີຂົນອ່ອນໆຫຸ້ມທົ່ວໄປ. ພືດຊະນິດນີ້ບັນຈຸນ້ຳຢາງສີຂາວຂຸ້ນ, ເປັນພືດເກີດຢູ່ເຂດຮ້ອນ ແລະ ຊຸ່ມທົ່ວໄປ, ເກີດຢູ່ທົ່ວທຸກບ່ອນ, ບ່ອນທີ່ຮົກເຮື້ອ, ຮົ່ມ ຫຼື ແດດ ໃກ້ທີ່ຢູ່ຂອງຄົນ, ອອກດອກຕະຫຼອດທຸກລະດູ

ບັນຍາຍການນຳໃຊ້

ຕົ້ນນຳມາຕົ້ມໃຊ້ກິນແກ້ບິດ, ແກ້ບິດເປັນມູກເລືອດ, ດ້ວຍການໃຊ້ທັ້ງຕົ້ນແຫ້ງປະມານ 15–25 ກຼາມປະສົມກັບນ້ຳຕານຊາຍຫາກໃຊ້ແກ້ບິດ, ຖ້າບິດເປັນມູກໃຫ້ປະສົມດ້ວຍນ້ຳຕານແດງ ແລະ ໃຊ້ນ້ຳຕົ້ນສຸກຕຸນເອົານ້ຳມາດື່ມ ຫຼື ຈະໃຊ້ທັງຕົ້ນນຳມາປະສົມກັບນ້ຳຕານອ້ອຍຕົ້ມເປັນນ້ຳດື່ມກໍ່ໄດ້. ແກ້3ຮກກະເພາະອາຫານດ້ວຍການໃຊ້ຕົ້ມຕາກແຫ້ງນຳມາຕົ້ມລວມກັບຫຍ້າຍຸບ, ໝາກກ້ອງໃບ ໃຊ້ດື່ມເຊົ້າ ແລະ ສວຍ. ດອກ ແລະ ໝາກບໍ່ລວມຮາກນຳໄປຕາກແຫ້ງແລ້ວນຳໄປປະກອບເປັນຢາໃນຮູບຂອງຢາດອງເຫຼົ້າ ແລະ ຢາສະກັດໄຫຼແຫຼວ (Fluid extract) ປະສົມກັບ Lobelia (Lobelia infliata L.) ຫຼື ຮາກຂອງ Senega (Polygala senega L.) ໃຊ້ເປັນຢາແກ້ຫືດ ແລະ ອາການໄອເພາະມີລີິດການຫາຍໃຈຊ່ວຍເຮັດໃຫ້ຫຼອດລົມຂະຫຍາຍຂຶ້ນ ແລະ ໃນຮູບຂອງຢາດອງເຫຼົາຈະໃຊ້ຮັກສາໂຣກກ່ຽວກັບລຳໄສ້ ແລະ ການຂັບຖ່າຍ. ທັງຕົ້ນໃຊ້ເປັນຢາຫ້າມເລືອດ ແລະ ສະໝານແຜ ຫຼື ຈະໃຊ້ໃບສົດມາທຸບ ຫຼື ຕຳແລ້ວພອກແຜເພື່ອຊ່ວຍຫ້າມເລືອດ.

ການປະກອບສ່ວນ