ຕົ້ນງວງຊ້າງ / Indian Heliotrope

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Heliotropium indicum L. / Boraginaceae
ຊື່ພ້ອງ
Eliopia riparia Raf.
Eliopia serrata Raf.
Heliophytum indicum (L.) DC.
Heliophytum velutinum DC.
Heliotropium africanum Schumach. & Thonn.
Heliotropium anisophyllum P.Beauv.
Heliotropium cordifolium Moench
Heliotropium foetidum Salisb.
Heliotropium horminifolium Mill.
Tiaridium anisophyllum G.Don
Tiaridium indicum (L.) Lehm.
Tiaridium velutinum Lehm.
ຊື່ອື່ນ
ລາວ: ຕົ້ນງວງຊ້າງ, ຫຍ້າງວງຊ້າງ.
ໄທ: ຜັກແພວຂາວ, ຫວາຍງວງຊ້າງ, ຫຍ້າງວງຊ້າງນ້ອຍ, ຫຍ້າງວງຊ້າງ.
ຈີນ: ໄຕ໊ບ໋ວຍອ້ຽວ, ເສ່ຍຜີເຊົ່າ, ງຽວບ໋ວຍເຊົ່າ, ຕ້າເຫວີຍອ້ຽວ, ຊ່ຽງປີ້ເສົ່າ.
ບັນຍາຍລັກສະນະພືດສາດ

ພືດລົ້ມລຸກ, ມີລຳຕົ້ນອວບນ້ຳພໍຄວນ, ລຳຕົ້ນແຕກເປັນຫຼາຍກິ່ງຫຼາຍງ່າ, ເປັນຟຸ່ມ, ສູງ 50 ຊັງຕີແມັດ, ພືດຊະນິດນີ້ມີຂົນແຈກຢາຍທົ່ວໄປໂດຍສະເພາະຢູ່ຕາມໃບ. ໃບ: ແມ່ນໃບປະເພດດ່ຽວ, ຈັບແບບສະຫຼັບ, ຫຼື ເກືອບກົງກັນຂ້າມກັນຢູ່ຕາມງ່າ ແລະ ລຳຕົ້ນ, ໃບມີຮູບໄຂ່ ຫຼື ຮູບຫົວໃຈ, ຍາວ  6–8 ຊັງຕີແມັດ, ກວ້າງ 4–7 ຊັງຕີແມັດ, ປາຍໃບສ້ວຍ, ຕີນໃບມົນ ຫຼື ບ້ຽວ ແລະ ເປັນປີກຍາວລົງໄປຕາມກ້ານໃບ, ຂອບເປັນຢັກ, ກ້ານໃບຍາວ 3–5 ຊັງຕີແມັດ, ຜິວໃບບໍ່ລຽບມີຮອຍຢູ່ຢີ່ ແລະ ມີຂົນຢາຍຢູ່ທົ່ວ. ດອກ: ອອກຢູ່ຍອດ, ຮວງດອກອາດຍາວເຖີງ 20 ຊັງຕີແມັດ, ປາຍຂອງຮວງດອກມ້ວນເຂົ້າອັນພາໃຫ້ມີລັກສະນະຄ້າຍຄືງວງຊ້າງ. ພາຍໃນຮວງດອກ, ດອກຈັດລຽງກັນເປັນ 3–4 ແຖວຢູ່ດ້ານດຽວ, ດອກມີຂະໜາດນ້ອຍອອກສີຂາວ ຫຼື ສີມ່ວງອ່ອນໆ, ດອກແມ່ນດອກປະເພດ 5 ແລະ ມີເພດຮ່ວມ. ກາບດອກມີສີຂຽວ ແລະ ແຍກກັນເປັນ 5 ແຂ້ວຈະແຈ້ງ, ຍາວປະມານ 0,15 ຊັງຕີແມັດ, ກີບດອກມີລັກສະນະເປັນຮູບທໍ່ຍາວ, ລວງຍາວປະມານ 0,3 ຊັງຕີແມັດ, ຢູ່ປາຍທໍ່ແຍກເປັນ 5 ກີບ, ເວລາບານປາຍຂອງກີບດອກແບອອກກ້ວາງປະມານ 0,2 ຊັງຕີແມັດ, ທົ່ວກາບດອກ ແລະ ກີບດອກຫຸ້ມຫໍ່ດ້ວຍຂົນ. ໝາກ: ຈັດກັນຢູ່ເປັນຮວງຢ່າງໜາແໜ້ນ, ມີຂະໜາດນ້ອຍ, ມີຮູບໄຂ່, ມີເປືອກແຂງຢູ່ຕິດກັນເປັນຄູ່. ພາຍໃນແຕ່ລະໝາກແບ່ງເປັນ 2 ຫ້ອງ, ແຕ່ລະຫ້ອງມີແກ່ນ 1 ອັນ. 

ບັນຍາຍການນຳໃຊ້

ນ້ຳຈາກໃບງວງຊ້າງມີສັບພະຄຸນຊ່ວຍຫຼຸດນ້ຳຕານໃນເລືອດ, ທັ້ງຕົ້ນໃຊ້ເປັນແກ້ພະຍາດຊັກໃນເດັກ, ແກ້ໄຂ້, ລົດໄຂ້, ຊ່ວຍດັບພິດຮ້ອນ, ແກ້ອາການຫອບຫືດ, ຖອນພິດໄຂ້ດ້ວຍການໃຊ້ລຳຕົ້ນສົດນຳມາຕົ້ມເອົາແຕ່ນ້ຳກິນເປັນຢາ, ຊ່ວຍແກ້ເດັກນ້ອຍຕົກໃຈໃນເວລາກາງຄືນ, ໃບສົດນຳມາຕຳໃຫ້ລະອຽດຄັ້ນເອົາແຕ່ນ້ຳໃຊ້ເປັນຢາຢອດຫູ, ນ້ຳຈາກໃບໃຊ້ເປັນຢາຢອດຕາແກ້ຕາມົວສ່ວນທັງຕົ້ນກໍ່ມີສັບພະຄຸນໃຊ້ເປັນຢາແກ້ຕາມົວເຊັ່ນກັນ (ນ້ຳຈາກໃບ, ໝົດຕົ້ນ), ຮາກສົດນຳມາຕຳຄັ້ນເອົາແຕ່ນ້ຳໃຊ້ຢອດຕາແກ້ຕາອັກເສບ, ຕາມົວ, ເຈັບຕາ, ຊ່ວຍແກ້ອາການປາກເປື່ອຍດ້ວຍການໃຊ້ຕົ້ນສົດມາຕຳໃຫ້ລະອຽດຄັ້ນເອົາແຕ່ນ້ຳໃຊ້ບ້ວນປາກ, ກົ້ວຄໍ ວັນລະ 4–6 ຄັ້ງ.

ການປະກອບສ່ວນ