ໝາກພິລາ / Pomegranate

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Punica granatum L. / Lythraceae
ຊື່ພ້ອງ
Punica florida Salisb.
Punica grandiflora Steud.
Punica nana L.
Punica spinosa Lam.
Rhoea punica St.-Lag.
ຊື່ອື່ນ
ລາວ: ຕົ້ນໝາກພິລາ
ໄທ: ທັບທີມ, ພິລາ, ພິລາຂາວ, ມະກ່ອງແກ້ວ, ມະເກາະ, ໝາກຈັງ
ບັນຍາຍລັກສະນະພືດສາດ

ໄມ້ຢືນຕົ້ນຂະໜາດນ້ອຍ, ລຳຕົ້ນແຕກເປັນຫຼາຍລຳ, ສູງ  3–4 ແມັດ. ລຳຕົ້ນອອກສີນ້ຳຕານແກ່. ແຕ່ລະລຳແຕກອອກເປັນກິ່ງງ່າ. ຊື່ງມີໜາມ ຫຼື ບໍ່ມີແລ້ວແຕ່ພັນ, ງ່ານ້ອຍມີລັກສະນະຍູ່ຍີ່ ແລະ ຫ່ຽວແຫ້ງ. ໃບ: ແມ່ນໃບປະເພດດ່ຽວ, ມີຮູບຍາວແຫຼມ, ລວງຍາວ 7–8 ຊັງຕີແມັດ, ກວ້າງ 2–2,5 ຊັງຕີແມັດ, ໃບຈັບພາບກັນ. ເນື້ອໃບເບື້ອງເທີງມີສີເຂັ້ມກວ່າເບື້ອງລຸ່ມ, ແຄມເນື້ອໃບກ້ຽງ, ກ້ານໃບສັ້ນປະມານ 0,5 ຊັງຕີແມັດ, ອອກສີສົ້ມປົນແດງ. ດອກ: ແມ່ນປະເພດດອກດ່ຽວ, ຈັບຢູ່ປາຍງ່ານ້ອຍ ຫຼື ຢູ່ຍອດ, ດອກອອກສີແສດ, ແມ່ນດອກສະໝ່ຳສະເໝີ, ຈຳນວນຂອງກີບດອກ ແລະ ກາບດອກບໍ່ຄົງທີ່, ກາບດອກ ແລະ ກີບດອກມີແຕ່ 4–8 ອັນ, ແມ່ນດອກທີ່ມີເພດຮ່ວມ. ກາບດອກໜຽວ, ໜາ ແລະ ຫຍາບ ຕິດກັນຢູ່ຕີນ,ປາຍແຍກກັນລຽບຕາມແຄມຂອງກາບດອກມີຂົນປ່ອຍຖ່າຍ ແລະ ຂົນຫຸ້ມຫໍ່ແຈກຢາຍທົ່ວໄປ. ກີບດອກອ່ອນ, ບາງ ແລະ ຍັບຍໍ່, ເກສອນມີຈຳນວນຫຼາຍ. ກ້ານເກສອນຍາວອອກສີສົ້ມອ່ອນໆ, ຮວຍເມັດລະອອງ ແລະ ເມັດລະອອງເອງກໍ່ອອກສີເຫຼືອງ. ເກສອນຈັບຢູ່ພື້ນຮອງອ້ອມຮອບເຕົ້າໄຂ່ ຊື່ງຈັບລຸ່ມແມ່ນປະເພດເຕົ້າໄຂ່ມີເນື້ອ ແລະ ມີໄຂ່ຫຼາຍ. ໝາກ: ມີຮູບກົມ, ຍາວ, ໃຫຍ່, ມີເປືອກແຂງ, ເຫຼື້ອມຢູ່ຂ້າງເທີງຂອງໝາກຍັງມີເສດເຫຼືອຂອງກາບດອກຕິດຄ້າງຢູ່. ເປືອກຂອງໝາກພິລາມີສີເຫຼືອງ ແລະ ມີຣົດຝາດ. ເມື່ອເວລາໝາກສຸກຈະມີສີເຫຼືອງປົນສີສົ້ມເຂັ້ມ, ພາຍໃນບັນຈຸແກ່ນຈຳນວນຫຼາຍ. ເປືອກນອກຂອງແກ່ນມີສີຂາວ-ສົ້ມ ຫຼື ເຫຼືອງ-ສົ້ມແດງ ມີຣົດຫວານກິນໄດ້.

ບັນຍາຍການນຳໃຊ້

ໝາກໃຊ້ເປັນຢາບຳລຸງ, ຮາກ, ໝາກ ແລະ ໃບ ໃຊ້ປົວຖອກທ້ອງ, ທ້ອງບິດ, ເປືອກຂອງໝາກ, ຮາກ ແລະ ເປືອກຂອງລຳຕົ້ນໃຊ້ເປັນຢາຂ້າແມ່ທ້ອງໂຕກົມ ແລະ ພະຍາດໂຕຕິດ ດ້ວຍການນຳເປືອກຂອງຮາກ ແລະ ຕົ້ນທີ່ຍັງສົດໆປະມານເຄິ່ງກຳມືຕື່ມຕົ້ນດອກຈັນເລັກນ້ອຍເພື່ອແຕ່ງຣົດນຳມາຕົ້ມກັບນ້ຳ 3 ຖ້ວຍແກ້ວຈົນແຫ້ງເຫຼືອຖ້ວຍເຄິ່ງແລ້ວນຳມາຮັບປະທານຄັ້ງລະ 2 ບ່ວງ. ຫຼັງຈາກນັ້ນ 2 ຊົ່ວໂມງຈິ່ງຮັບປະທານຢາຖ່າຍເຊັ່ນ: ດີເກືອອີກ 2 ບ່ວງຕາມໄປອີກຄັ້ງໜຶ່ງ, ນ້ຳໝາກພິລາໃຊ້ເປັນຢາປົວເລືອດຈາງ. ນອກນັ້ນຍັງໃຊ້ຕົ້ນນີ້ປົວເລືອດດັງອອກ, ປົວລິດສີດວງທະວານ, ປົວອາການເຈັບໜ້າເອິກ, ແກ່ນໃຊ້ເປັນຢາບຳລຸງຫົວໃຈ.

ການປະກອບສ່ວນ