ຂີງປ່າແດງ / Wild Red Bract Ginger
APA 6th ed. ຂີງປ່າແດງ / Wild Red Bract Ginger. (2020, May 29). Retrieved from https://www.phakhaolao.la/kb/0000286
MLA 8th ed. ຂີງປ່າແດງ / Wild Red Bract Ginger. Pha Khao Lao, 29 May 2020, https://www.phakhaolao.la/kb/0000286.
Chicago 17th ed. Pha Khao Lao. 2020. "ຂີງປ່າແດງ / Wild Red Bract Ginger." Published May 29, 2020. https://www.phakhaolao.la/kb/0000286.
ເປັນພືດທີ່ມີຫົວໃຕ້ດິນຂະໜາດນ້ອຍຍາວ, ລຳຕົ້ນໃຕ້ດິນມັກເກິດດຽວ, ສູງ 1-2 ມ, ມີໃບ 7-14 ໃບ/ຕົ້ນ. ໃບຈັບລຽງແບບລະນາບດຽວ. ແຜ່ນໃບຮູບໃບຫອກແກມຮູບໄຂ່, ກວ້າງ 10-14 ຊມ, ຍາວ 20-70 ຊມ, ປາຍຮຽວແຫຼມ, ໂຄນຮູບຫີີ້ມ, ຂອບໃບລຽບ, ດ້ານເທີງມີຂົນ, ດ້ານລຸ່ມບາງເທື່ອມີສີແດງອົມສີມ່ວງແດງ, ມີຂົນ. ກ້ານໃບຍາວປະມານ 1,2 ຊມ. ເປັນຂໍ້ບວມ. ລີ້ນໃບແຍກເປັນສອງແສກ, ສັ້ນໆ. ຊໍ່ດອກຕໍ່ຊື່ ສີຂຽວ ຫຼື ສີແດງອົມສົ້ມ ເກີດຈາກລຳຕົ້ນໃຕ້ດິນ, ຮູບກວຍ, ຮູບກະບອງ ຫຼື ຮູບຂອບຂະໜານ ກວ້າງ 2-4 ຊມ, ຍາວ 7-14 ຊມ. ກ້ານຊໍ່ເລືອເລື້ອຍ ຍາວ 10-25 ຊມ. ດອກສີເຫຼືອງ ຫຼື ສີແດງປົນສີເຫຼືອງ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດຍາວ 3-6 ມມ, ປາຍແຍກເປັນແສກເລີກດ້ານດຽວ ຍາວ 4-6 ມມ. ກິບດອກໂຄນເຊື່ອມຕິດກັນເປັນຫຼອດຍາວປະມານ 4 ຊມ, ປາຍແຍກເປັນສາມແສກ ຮູບໃບຫອກ ເຖີງຮູບຂອບຂະໜານແຄບ, ຍາວປະມານ 1,5 ຊມ, ປາຍແຫຼມ. ກິບປາກສີເຫຼືອງ, ສີແດງ ຫຼື ມີລາຍສີບົວອົມແດງ, ຮູບຮີ ຫຼື ຮູບຂອບຂະໜານ ກວ້າງ 4-5 ມມ, ຍາວ 6-10 ມມ, ປາຍມົນຕັດ ຫຼື ວ້ຳຕື່ນ, ກິບຄູ່ຂ້າງທີ່ເກີດຈາກເກສອນເພດຜູ້ທີ່ເປັນໜັນຮູບໄຂ່ກວ້າງ. ເກສອນເພດຜູ້ມີຈະງອຍຍາວປະມານ 1 ຊມ. ເຕົ້າໄຂ່ຍາວ 2-4 ມມ. ໝາກເປັນຮູບໄຂ່, ປາຍຮຽວສ້ວຍເຂົ້າ. ໝາກສຸກເປັນສີເຫຼືອງ, ດ້ານໃນເປັນສີແດງ. ເມັດສີດຳເມື່ອແກ່ເຕັມທີ່, ມີເຍື້ອຫຸ້ມສີຂາວ.
ເປັນພືດທີ່ມີການນຳໃຊ້ດອກເພື່ອເປັນອາຫານມາດົນນານແລ້ວ ໂດຍສະເພາະແມ່ນທາງຊຽງຂວາງ ແລະ ຫຼວງພະບາງ, ແຕ່ບໍ່ຄ່ອຍມີຄົນສົນໃຈສຶກສາເຄື່ອງປ່າຂອງດົງຊະນິດນີ້, ແຕ່ວ່າດອກ ຫຼື ຊໍ່ດອກອ່ອນແມ່ນຖືກເກັບກູ້ເອົາມາລວກກັບແຈ່ວ, ຄ້າຍກັບວ່າເປັນຜັກກັບຊະນິດໜື່ງຈະມີລົດຊາດເພັດເລັກນ້ອຍ, ແຕ່ກໍ່ມີກີນຫອມອ່ອນຂອງດອກຂີງ, ກີນແລ້ວຈະເຮັດໃຫ້ທາງດ້ານອາຫານສະດວກ, ຫາຍໃຈໂລ່ງຂື້ນ.