ຫຍ້າໜວດແມວ / Java Tea

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Orthosiphon aristatus (Blume) Miq. / Lamiaceae
ຊື່ພ້ອງ
Clerodendranthus spicatus (Thunb.) C.Y.Wu
Clerodendranthus stamineus (Benth.) Kudô
Clerodendrum spicatum Thunb.
Ocimum aristatum Blume
Ocimum grandiflorum Blume
Orthosiphon aristatus var. aristatus
Orthosiphon grandiflorus Bold.
Orthosiphon spicatus (Thunb.) Backer, Bakh.f. & Steenis
Orthosiphon spiralis (Lour.) Merr.
Orthosiphon stamineus Benth.
Orthosiphon tagawae Murata
Orthosiphon velteri Doan
Trichostema spirale Lour.
ຊື່ອື່ນ
Eng: Cat´s whiskers
Chinese: 肾茶 [shen cha]
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ສູງ 50-100 ຊມ. ກິ່ງກ້ານເປັນຫ່ຽມ, ສີມ້ວງ. ໃບດ່ຽວ, ຈັບກົງກັນຂ້າມ, ໃບຮູບໄຂ່ ຫຼື ຮູບດອກຈັນ, ກ້ວາງ 2-5 ຊມ, ຍາວ 4-9 ຊມ, ຖານໃບຮຽວແຫຼມຄືຫຼີ້ມ, ປາຍໃບຮຽວແຫຼມ, ຂອບໃບແສກແຂ້ວເລື່ອຍ, ກ້ານໃບຍາວ 1.5-2 ຊມ. ດອກ ອອກເປັນຊໍ່ແບບກະຈະທີ່ປາຍຍອດ, ຍາວ 7-29 ຊມ, ມີກ້ານດອກຍ່ອຍ, ວົງກາບດອກ ຍາວ 2.5-4.5 ມມ, ປາກເປີດສອງແຄ່ມ, ວົງກີບດອກ ຍາວ 10-20 ມມ, ເປັນຫຼອດ, ປາກແຍກເປັນສອງແຄ່ມ, ສີຂາວ ຫຼື ສີມ້ວງຈາງ, ເກສອນຜູ້ມີ 4 ອັນ, ຍາວຍື່ນອອກມາຈາກຫຼອດກີບດອກ. ໝາກ ເປັນໝາກແຫ້ງບໍ່ແຕກ, ຮູບໄຂ່, ຂະໜາດ 1.5-2 ມມ, ສີນ້ຳຕານ.

ບັນຍາຍການນຳໃຊ້

ປິ່ນປົວພະຍາດ: ຂັບປັດສະວະ ແລະ ແກ້ເຈັບແອວ. ສ່ວນທີ່ໃຊ້: ທັງຕົ້ນ. ວິທີການນຳໃຊ້: ຂັບປັດສະວະແມ່ນໃຊ້ກິ່ງກັບໃບຫຍ້າໜວດແມວມາລ້າງນ້ຳໃຫ້ສະອາດແລ້ວນຳໄປຕາກໃຫ້ແຫ້ງແລ້ວຊົງກັບນ້ຳຮ້ອນດື່ມຕາງນ້ຳ ແລະ ສຳລັບແກ້ເຈັບແອວແມ່ນໃຊ້ທັງຕົ້ນຕົ້ມນ້ຳດື່ມຈະເຮັດໃຫ້ອາການເຈັບຫຼັງເຈັບແອວຫາຍໄປ.
ການປູກຂະຫຍາຍພັນ: ຫຍ້າໜວດແມວເປັນພືດທີ່ມັກດິນຜຸຜຸ່ຍ, ປູກງ່າຍ ເຕີບໂຕໄວ ຂະຫຍາຍພັນດ້ວຍແກ່ນ ແລະ ຕັດຊຳ; ປູກເຮັດເປັນແປງ ຫຼື ປູກໃສ່ກະໂຖກໍ່ໄດ້ເຊັ່ນດຽວກັນ.

ການປະກອບສ່ວນ