ຫຍ້າໜວດແມວ / Java Tea
APA 6th ed. ຫຍ້າໜວດແມວ / Java Tea. (2019, April 3). Retrieved from https://www.phakhaolao.la/kb/0000274
MLA 8th ed. ຫຍ້າໜວດແມວ / Java Tea. Pha Khao Lao, 3 April 2019, https://www.phakhaolao.la/kb/0000274.
Chicago 17th ed. Pha Khao Lao. 2019. "ຫຍ້າໜວດແມວ / Java Tea." Published April 3, 2019. https://www.phakhaolao.la/kb/0000274.
Clerodendranthus stamineus (Benth.) Kudô
Clerodendrum spicatum Thunb.
Ocimum aristatum Blume
Ocimum grandiflorum Blume
Orthosiphon aristatus var. aristatus
Orthosiphon grandiflorus Bold.
Orthosiphon spicatus (Thunb.) Backer, Bakh.f. & Steenis
Orthosiphon spiralis (Lour.) Merr.
Orthosiphon stamineus Benth.
Orthosiphon tagawae Murata
Orthosiphon velteri Doan
Trichostema spirale Lour.
Chinese: 肾茶 [shen cha]
ເປັນພືດລົ້ມລຸກ, ສູງ 50-100 ຊມ. ກິ່ງກ້ານເປັນຫ່ຽມ, ສີມ້ວງ. ໃບດ່ຽວ, ຈັບກົງກັນຂ້າມ, ໃບຮູບໄຂ່ ຫຼື ຮູບດອກຈັນ, ກ້ວາງ 2-5 ຊມ, ຍາວ 4-9 ຊມ, ຖານໃບຮຽວແຫຼມຄືຫຼີ້ມ, ປາຍໃບຮຽວແຫຼມ, ຂອບໃບແສກແຂ້ວເລື່ອຍ, ກ້ານໃບຍາວ 1.5-2 ຊມ. ດອກ ອອກເປັນຊໍ່ແບບກະຈະທີ່ປາຍຍອດ, ຍາວ 7-29 ຊມ, ມີກ້ານດອກຍ່ອຍ, ວົງກາບດອກ ຍາວ 2.5-4.5 ມມ, ປາກເປີດສອງແຄ່ມ, ວົງກີບດອກ ຍາວ 10-20 ມມ, ເປັນຫຼອດ, ປາກແຍກເປັນສອງແຄ່ມ, ສີຂາວ ຫຼື ສີມ້ວງຈາງ, ເກສອນຜູ້ມີ 4 ອັນ, ຍາວຍື່ນອອກມາຈາກຫຼອດກີບດອກ. ໝາກ ເປັນໝາກແຫ້ງບໍ່ແຕກ, ຮູບໄຂ່, ຂະໜາດ 1.5-2 ມມ, ສີນ້ຳຕານ.
ປິ່ນປົວພະຍາດ: ຂັບປັດສະວະ ແລະ ແກ້ເຈັບແອວ. ສ່ວນທີ່ໃຊ້: ທັງຕົ້ນ. ວິທີການນຳໃຊ້: ຂັບປັດສະວະແມ່ນໃຊ້ກິ່ງກັບໃບຫຍ້າໜວດແມວມາລ້າງນ້ຳໃຫ້ສະອາດແລ້ວນຳໄປຕາກໃຫ້ແຫ້ງແລ້ວຊົງກັບນ້ຳຮ້ອນດື່ມຕາງນ້ຳ ແລະ ສຳລັບແກ້ເຈັບແອວແມ່ນໃຊ້ທັງຕົ້ນຕົ້ມນ້ຳດື່ມຈະເຮັດໃຫ້ອາການເຈັບຫຼັງເຈັບແອວຫາຍໄປ.
ການປູກຂະຫຍາຍພັນ: ຫຍ້າໜວດແມວເປັນພືດທີ່ມັກດິນຜຸຜຸ່ຍ, ປູກງ່າຍ ເຕີບໂຕໄວ ຂະຫຍາຍພັນດ້ວຍແກ່ນ ແລະ ຕັດຊຳ; ປູກເຮັດເປັນແປງ ຫຼື ປູກໃສ່ກະໂຖກໍ່ໄດ້ເຊັ່ນດຽວກັນ.