ຫ້ວານຈອດ / Red Tuber Iris

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Eleutherine bulbosa (Mill.) Urb. / IRIDACEAE
ຊື່ພ້ອງ
Antholyza meriana Blanco
Bermudiana bulbosa (Mill.) Molina
Bermudiana congesta (Klatt) Kuntze
Cipura plicata (Sw.) Griseb.
Eleutherine americana (Aubl.) Merr. ex K.Heyne
Eleutherine anomala Herb.
Eleutherine longifolia Gagnep.
Eleutherine plicata (Sw.) Herb.
Eleutherine plicata Herb. ex Klatt
Eleutherine subaphylla Gagnep.
Ferraria parviflora Salisb.
Galatea americana (Aubl.) Kuntze
Galatea bulbosa (Mill.) Britton
Galatea plicata (Sw.) Baker
Galatea vespertina Salisb.
Ixia americana Aubl.
Marica plicata (Sw.) Ker Gawl.
Moraea plicata Sw.
Sisyrinchium americanum (Aubl.) Lemée
Sisyrinchium bulbosum Mill.
Sisyrinchium capitatum Pers.
Sisyrinchium congestum Klatt
Sisyrinchium elatum Seub. ex Klatt
Sisyrinchium latifolium Sw.
Sisyrinchium palmifolium Cav.
Sisyrinchium palmifolium var. congestum (Klatt) Baker
Sisyrinchium plicatum (Sw.) Spreng.
Sisyrinchium racemosum Pers.
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ມີຫົວຢູ່ໃຕ້ດິນ, ສີແດງ, ມີໃບເກັດຫໍ່ຫຸ້ມ, ລັກສະນະຄ້າຍຄືຫົວຜັກບົ່ວ. ໃບເປັນໃບດ່ຽວ, ແຜ່ນໃບຈີບພັບຊ້ອນກັນຄ້າຍວີ, ກ້ວາງ 1.5-3 ຊມ, ຍາວ 25-60 ຊມ, ປາຍໃບຮຽວແຫຼມ, ຖານໃບແຄບ, ຂອບໃບລຽບ. ດອກ ອອກເປັນຊໍ່, ກ້ານຊໍ່ດອກຍາວ 2.5-4 ຊມ, ມັກໂຄ້ງງໍ, ມີກາບຫຸ້ມດອກສີຂຽວ 2-10 ອັນ, ຊ້ອນກັນຢູ່ງ່າມໃບໃກ້ຍອດ, ດອກມີ 4-10 ດອກ, ກ້ານດອກຍາວ 1-1.5 ຊມ, ກີບດອກມີ 6 ກີບ, ສີຂາວ, ຮູບຂອບຂະໜານ ຫຼື ຮູບໄຂ່ກັບ, ລຽງເປັນສອງຊັ້ນ, ກີບທີ່ຢູ່ຊັ້ນໃນມີຂະໜາດນ້ອຍກ່ວາກີບທີ່ຢູ່ຊັ້ນນອກ; ເກສອນເພດຜູ້ມີ 3 ອັນ, ກ້ານເກສອນເພດແມ່ເປັນຮູບເສັ້ນ 3 ເສັ້ນ, ເຕົ້າໄຂ່ຈັບດ້ານລຸ່ມ, ມີ 3 ຫ້ອງ, ເມັດໄຂ່ມີຈຳນວນຫຼາຍ. ໝາກ ຮູບຂອບຂະໜານຫົວຕັດມີ 3 ຫ້ອງ, ແກ່ນຮູບຮີອັດກັນແໜ້ນ.

ບັນຍາຍການນຳໃຊ້

ປິ່ນປົວພະຍາດ: ໄລ່ລົມໃນກະເພາະອາຫານ, ລຳໄສ້ ແລະ ແກ້ໄຂ້ຫວັດຕັນດັງໃນເດັກນ້ອຍ. ສ່ວນທີ່ໃຊ້: ຫົວໃຕ້ດິນ. ວິທີການນຳໃຊ້: ໃຊ້ຫົວຕົ້ມນ້ຳດຶ່ມຈະໄລ່ລົມໃນລຳໄສ້ ແລະ ກະເພາະອາຫານ, ນອກນັ້ນຍັງໃຊ້ຫົວຕຳປະສົມກັບຫວ້ານເປາະໂພະຫົວເດັກນ້ອຍຈະຊ່ວຍລົດໄຂ້ຫັວດ ແລະ ອາການຕັນດັງ.
ການປູກຂະຫຍາຍພັນ: ຫວ້ານຈອດເປັນພືດທີ່ປູກງ່າຍ ຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ ຂະຫຍາຍພັນດ້ວຍແກ່ນ ແລະ ແຍກຫົວ.

ການປະກອບສ່ວນ