ຜັກບອນໜາມ / Spiny Lasia

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Lasia spinosa (L.) Thwaites / Araceae
ຊື່ພ້ອງ
Dracontium spinosum L.
Lasia aculeata Lour.
Lasia crassifolia Engl.
Lasia crassifolia f. angustisecta Engl.
Lasia crassifolia f. latisecta Engl.
Lasia desciscens Schott
Lasia hermannii Schott
Lasia heterophylla (Roxb.) Schott
Lasia jenkinsii Schott
Lasia loureiroi Schott
Lasia roxburghii Griff.
Lasia zollingeri Schott
Pothos heterophyllus Roxb.
Pothos lasia Roxb.
Pothos spinosus Buch.-Ham. ex Wall.
ຊື່ອື່ນ
Eng: Geli-geli, Bekil
Chinese: 刺芋 [ci yu]
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຜັກໜາມເປັນພືດລົ້ມລຸກອາຍຸຫຼາຍປີ, ລຳຕົ້ນເປັນເຫງົ້າແຂງຢູ່ໃຕ້ດິນເລືອໄປຕາມໜ້າດີນ, ປາຍຕັ້ງຊື່ຂື້ນ ແລະ ໂຄ້ງເລັກນ້ອຍ, ຊູຍອດຂື້ນ, ມີໜາມແຫຼມຕາມລຳຕົ້ນ, ລຳຕົ້ນມີເສັ້ນຜ່າສູນກາງປະມານ 4-5 ຊມ, ຍາວໄດ້ເຖີງ 75 ຊມ. ໃບດ່ຽວ, ລຽງແບບສະລັບ, ຮູບຫົວລູກສອນ, ຂອບໃບຍັກວ້ຳເລີກເປັນແສກ, ຮອຍວ້ຳເລີກເກືອບເສັ້ນກາງໃບ, ໃບກວ້າງປະມານ 25 ຊມ, ຍາວ 20-40 ຊມ, ມີໜາມຕາມເສັ້ນໃບດ້ານລຸ່ມ, ຂອບໃບລຽບ ຫຼື ວ້ຳເລີກ 9 ແສກ. ໃບອ່ອນມ້ວນເປັນກໍ້ກົມ ປາຍແຫຼມ, ກ້ານໃບຮູບຊົງກະບອກ ຍາວ, ແຂງ, ຍາວ 40-120 ຊມ, ມີໜາມແຫຼມຕາມກ້ານໃບ ແລະ ເສັ້ນກາງໃບ. ດອກອອກເປັນຊໍ່ຕັ້ງຂື້ນ, ຮູບຊົງກະບອກ, ເປັນແທ່ງຍາວເທົ່າໆກັບໃບ, ປະມານ 4 ຊມ, ອອກມາຈາກກາບໃບ, ກ້ານຊໍ່ດອກຍາວໄດ້ເຖີງ 75 ຊມ ແລະ ມີໝາມ ມີດອກຍ່ອຍອັດກັນແໜ້ນເປັນດອກສົມບູນເພດ, ໃບປະດັບເປັນກາບສີນ້ຳຕານແກມສີຂຽວສີມ່ວງ, ກາບຫຸ້ມມ້ວນບິດເປັນກ້ຽວຕາຄວາມຍາວຂອງກາບ, ຍາວໄດ້ເຖີງ 66 ຊມ, ດອກເປັນຊໍ່. ດອກແບບມີກາບດອກ. ຊໍ່ດອກສີນ້ຳຕານ. ດອກຕົວຜູ້ຢູ່ສ່ວນປາຍ ແລະ ມີຈຳນວນຫຼາຍ, ດອກຕົວແມ່ຢູ່ສ່ວນກົກ ແລະ ມີຈຳນວນໜ້ອຍກວ່າ. ໝາກລຽງຊິດກັນແໜ້ນເປັນແທ່ງຮູບຊົງກະບອກ. ໝາກສົດ ໜາ ແລະ ໜຽວ. ໝາກອ່ອນສີຂຽວມີເນື້ອນຸ່ມ. ໝາກແກ່ສີເຫຼືອງແກມແດງ, ອອກດອກປະມານພືດສະພາ ເຖີງເດືອນມີຖູນາ ແລະ ເປັນໝາກເດືອນມິຖຸນາ ເຖີງ ສີງຫາ ສາມາດພົບຕາມຊໍ້ານ້ຳ, ແຄມຫ້ວຍໜອງ, ຄອງບືງຕ່າງໆ. ເປັນພືດທີ່ມັກບ່ອນດີນທີ່ມີຄວາມຊຸ່ມຊື່ນ.

ບັນຍາຍການນຳໃຊ້

ສ່ວນທີ່ເຮົາມັກເຫັນຂາຍຕາມທ້ອງຕະຫຼາດບ້ານເຮົາແມ່ນໃບອ່ອນ ແລະ ຍອດອ່ອນຂອງຜັກໜາມ, ມັນສາມາດນຳເອົາມາເຮັດອາຫານໄດ້ຫຼາຍປະເພດເຊັ່ນ: ນຳເອົາຍອດອ່ອນ ແລະ ໃບອ່ອນມາລວກເກັບແຈ່ວປາ, ກັບລາບຕ່າງໆ, ສາມາດນຳເອົາມາປະສົມກັບຜັກຊະນິດອື່ນມາເຮັດຊຸບຜັກ ຫຼື ແກ້ງກໍ່ໄດ້ເຊັ່ນດຽວ. ຍອດຜັກໜາມແມ່ນສາມາດນຳມາເຮັດໃສ່ແກ້ງອ່ອມຕ່າງໆໄດ້, ສາມາດພົບເຫັນຂາຍໄດ້ຕາມທ້ອງຕະຫຼາດໃນເດືອນພືດສະພາ ເຖີງເດືອນກັນຍາ, ລາຄາທົ່ວໄປແມ່ນມັດ 5000ກິບ/ມັດ. ແຕ່ກໍ່ຂື້ນຕາມທ້ອງຖີ່ນ. ນອກຈາກຍອດອ່ອນທີ່ກີນໄດ້ແລ້ວຍັງມີບາງສ່ວນທີ່ໃຊ້ເປັນຢາໄດ້ເຊັ່ນ ລຳຕົ້ນໃຊ້ແກ້ໄອ, ຂັບຂີ້ກະເທີ, ຕົ້ມນ້ຳອາບແກ້ຄັນເນື່ອງຈາກພືດຫັດເລືອດ ແລະ ໄຂ້ອອກຜື່ນສຸກໃສດຳແດງ ແລະ ໃຊ້ຖອນພືດ. ໃບແກ້ປວດທ້ອງ, ແກ້ໄອ, ຮາກຕົ້ມນ້ຳໃຫ້ເດັກນອກເກີດໃໝ່ອາບ, ແກ້ເຈັບຄໍ. ຮາກ ແລະ ໃບໃຊ້ຂັບຂີ້ກະເທີ. ເຫງົ້າເປັນຢາຂັບກະເທີ, ແກ້ໄອ, ຕົ້ມນ້ຳອາບແກ້ຄັນເນື່ອງຈາກພືດ ແລະ ຜິວໜັງເປັນຕຸ່ມ, ທັ້ງຕົ້ນ ແກ້ປັດສະວະບໍ່ເຮັດວຽກ. ຜັກໜາມມີອາຊິດໄຮດອກໄຊຢານິກ ເປັນສານຜິດ, ຈື່ງຕ້ອງນຳໄປເຮັດໃຫ້ສຸກ ຫຼື ດອງກ່ອນຮັບປະທານເພື່ອກຳຈັດຜິດ.
ການປູກຂະຫຍາຍພັນ: ສາມາດນຳເອົາເຫງົ້າປະມານໄດ້ໜື່ງປີມາຕັດຊໍາປູກແຄມໜອງນ້ຳ ຫຼື ບ່ອນທີ່ມີຄວາມຊຸ່ມຊື່ນກໍ່ສາມາດເກີດຂື້ນໄດ້ແລ້ວ, ຜັກໜາມເປັນພືດປູກຂື້ນງ່າຍ ແຕ່ບໍ່ຄ່ອຍມີຄົນສົນໃຈປູກ, ແຕ່ສາມາດປູກເປັນສີນຄ້າໄດ້ແລ້ວ.  
 

ການປະກອບສ່ວນ