ຜັກກ້ານຕົງ / Asian nakedwood

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Colubrina asiatica (L.) Brongn. / Rhamnaceae
ຊື່ພ້ອງ
Ceanothus asiaticus L.
Ceanothus capsularis G.Forst.
Colubrina capsularis G. Forst.
Pomaderris capsularis (G. Forst.) G. Don
Rhamnus acuminata Colebr. ex Roxb.
Rhamnus asiatica (L.) Lam. ex Poir.
Rhamnus splendens Blume
Sageretia splendens (Blume) G. Don
Trymalium capsulare G.Don
Tubanthera katapa Raf.
ຊື່ອື່ນ
Eng: Latherleaf
Chinese: 蛇藤 [she teng]
ບັນຍາຍລັກສະນະພືດສາດ

ເປັນໄມ້ພຸ່ມ ສູງປະມານ 2-3 ແມັດ, ເປືອກແກ່ສີນ້ຳຕານ, ກີ່ງງ່າອ່ອນສີຂຽວ, ກ້ຽງ. ໃບດ່ຽວ, ຈັບແບບສະລັບ, ກ້ານໃບກົມ, ຍາວ 1-1,4 ຊມ, ແຜ່ນໃບ ຮູບໄຂ່, ຍາວ 2-6 ຊມ, ກວ້າງ 2-3 ຊມ, ແຜ່ນໃບດ້ານເທີງສີຂຽວເຂັ້ມ, ດ້ານລຸ່ມສີຂຽວຈາງ, ຂອບໃບຮູບແຂ້ວເລື້ອຍ, ໂຄນຮູບຫີ້ຼມ, ປາຍຮຽວແຫຼມ, ເສັ້ນໃບມີ 4-6 ຄູ່, ມີເສັ້ນຄູ່ທຳອິດອອກຈາກກົກໃບ. ດອກອອກເປັນຊໍ່ສັ້ນໆຕາມຊອກໃບໃກ້ກັບປາຍກີ່ງງ່າ, ຊໍ່ດອກຍາວປະມານ 1 ຊມ, ກ້ານຮຽງເປັນແຖວຊໍ່ນ້ອຍໆ, ໃນແຕ່ລະຊໍ່ດອກຈະມີດອກຍ່ອຍຢູ່ປະມານ 7-14 ດອກ, ດອກຍ່ອຍມີຂະໜາດນ້ອຍ ເມື່ອດອກບານຈະມີຂະໜາດເສັ້ນຜ່ານສູນກາງປະມານ 0,4-0,6 ຊມ, ດອກເປັນສີເຫຼືອງອ່ອນປົນສີຂຽວ, ມີກີ່ນຫອມອ່ອນໆ, ໃນດອກຍ່ອຍມີປະກອບດ້ວຍດອກສົມບູນເພດປະມານ 2-4 ດອກ ແລະ ດອກເພດຜູ້ອິກຈຳນວນຫຼາຍດອກ, ລັກສະນະຂອງດອກເປັນຮູບຈານ, ດອກມີເກສອນເພດຜູ້ຈຳນວນ 5 ອັນ, ກີບດອກເປັນສີເຫຼືອງມີ 5 ອັນ, ປາຍກິບດອກແຫຼມ, ສ່ວນຖານກິບມີດອກຕິດກັນທີຖານດອກ, ຈານຮອງດອກມີເຫຼືອງສົ້ມ, ມີເຕົ້າໄຂ່ປະມານ 2-3 ຫ້ອງ, ຫຼອມຮວມກັບຈອນຮອງດອກ, ສ່ວນກາບດອກເປັນສີຂຽວສົດ 5 ອັນ, ລັກສະນະເປັນຮູບສາມຫຼ່ຽມ, ສ່ວນກ້ານດອກສັ້ນ ມີຄວາມຍາວປະມານ 0,2-0,3 ຊມ, ໂດຍຈະອອກດອກຊ່ວງເດືອນມີຖຸນາ-ທັນວ່າ. ພົບໄດ້ທົ່ວໄປຕາມປ່າໂຄກຂອງເມືອງຈອມເພັດແຂວງຫຼວງພະບາງ.

ບັນຍາຍການນຳໃຊ້

ເປັນພືດທີ່ມີຄວາມນີຍົມກິນເປັນຜັກປ່າທີ່ເກັບຫາໄດ້ງ່າຍຕາມທ້ອງຖີ່ນ, ເອົາຍອດອ່ອນມາລວກກັບແຈ້ງ, ແກ້ງໃສ່ກັບປານ້ຳຂອງ, ຊຸບປົນກັບຜັກອື່ນໆ. ໃນປະຈຸບັນໄດ້ມີບາງເຂດໄດ້ປູກເປັນພືດເສດຖະກິດເພື່ອຂາຍຕາມທ້ອງຕະຫຼາດບາງຄັ້ງເຫັນໃນຕະຫຼາຍເຊົ້າຫຼວງພະບາງ, ແຕ່ກໍ່ຍັງຫາຍາກຢູ່ຕາມທ້ອງຕະຫຼາດ. ຜັກກ້ານຕົງຍັງມີຫຼາຍພາກສ່ວນຍັງສາມາດປຸງແຕ່ງເປັນຢາປົວພະຍາດ: ຮາກເປັນຢາແກ້ອາການປວດຫົວ, ຊ່ວຍແກ້ຜິດຮ້ອນຖອນພິດໄຂ້, ໂດຍນິຍົມໃຊ້ຮາກຄັນຮ່ວມກັບຮາກຢານາງ ແລະ ຮາກຜັກຫວານບ້ານເພື່ອໃຊ້ເປັນຢາຫຼັກໃນຕຳລາຢາແກ້ໄຂ້, ແກ້ໄຂ້ອອກຕຸ່ມຕ່າງໆເອົາມາຕົ້ມຮ່ວມກັນ. ລຳຕົ້ນ ແລະ ໃບໃຊ້ຕົ້ມນ້ຳອາບຈະຊ່ວຍແກ້ຕຸ່ມຄັນຄາຍໄດ້, ການປູກຂະຫຍາຍພັນ: ເຮົາຈະສັງເກດເຫັນໝາກຈະເປັນສີນ້ຳຕານດຳນັ້ນສະແດງວ່າມັນແກ່ເຕັມທີ່ແລ້ວ, ສາມາດເກັບເອົາແກ່ນມາກ້າໄດ້. ໃສ່ຝຸ່ນຄອກປະສົມກັບຊາຍ ແລະ ກາບເຜົາ. ນອກນັ້ນຍັງສາມາດເກັບຍອດເບ້ຍອ່ອນມາຈາກທຳມະຊາດມາປູກໄດ້.

ການປະກອບສ່ວນ