ຕົ້ນຂີ້ເຫຼັກ / Siamese cassia
APA 6th ed. ຕົ້ນຂີ້ເຫຼັກ / Siamese cassia. (2023, August 8). Retrieved from https://www.phakhaolao.la/kb/0000253
MLA 8th ed. ຕົ້ນຂີ້ເຫຼັກ / Siamese cassia. Pha Khao Lao, 8 August 2023, https://www.phakhaolao.la/kb/0000253.
Chicago 17th ed. Pha Khao Lao. 2023. "ຕົ້ນຂີ້ເຫຼັກ / Siamese cassia." Published August 8, 2023. https://www.phakhaolao.la/kb/0000253.
Cassia florida Vahl
Cassia gigantea DC.
Cassia siamea Lam.
Cassia siamea var. puberula Kurz
Cassia sumatrana Roxb.
Cassia sumatrana DC.
Chamaefistula gigantea G.Don
Sciacassia siamea (Lam.) Britton & Rose
Sciacassia siamea (Lam.) Britton
Senna sumatrana (DC.) Roxb.
ເປັນໄມ້ພຸ່ມ ສູງ 1-3 ມ, ກິ່ງແຜ່ອອກດ້ານຂ້າງ, ຍອດອ່ອນມີຂົນສັ້ນນຸ້ມ; ໃບເປັນໃບປະສົມແບບຂົນນົກປາຍຄູ່, ໃບຍ່ອຍມີ 8-20 ຄູ່, ກ້ານໃບຍາວ 30-60 ຊມ. ກ້ານໃບຍ່ອຍ ຍາວ 1 ຊມ. ຫູໃບເປັນຕິ່ງຮູບສາມຫຼ່ຽມ ຍາວ 6-8 ມມ, ຕິດທົນ, ໃບຍ່ອຍຮູບຮີ ຫຼື ຮູບຂອບຂະໜານ ກວ້າງ 4-6 ຊມ, ຍາວ 7-15 ຊມ, ປາຍໃບ ແລະ ຖານໃບມົນ, ຂອບໃບລຽບ, ແຜ່ນໃບກ້ຽງ, ເສັ້ນໃບຍ່ອຍມີ 10-12 ຄູ່, ດອກອອກເປັນຊໍ່ແບບຊໍ່ກະຈະແຄບ, ອອກຕາມຊອກໃບຍາວ 20-50 ຊມ. ໃບປະດັບຮູບຮີ ຍາວ 2-3 ຊມ, ຫຼົ່ນງ່າຍ, ກ້ານດອກຍ່ອຍຍາວ 2-4 ມມ. ກາບດອກ 5 ກາບ ລຽງຊ້ອນເລື່ອມກັນໃນຕາດອກຮູບຂອບຂະໜານຍາວບໍ່ເທົ່າກັນ ຍາວ 1-2 ຊມ, ກີບດອກ 5 ກີບ ສີເຫຼືອງສົດ ແຜ່ນກີບຮູບໄຂ່ເກືອບມົນຍາວປະມານ 2 ຊມ, ເກສອນເພດຜູ້ມີປະມານ 10 ອັນ 2 ອັນຍາວ, ຮັງໄຂ່ກ້ຽງ ມີເມັດໄຂ່ຈຳນວນຫຼາຍ; ໝາກເປັນຝັກຮູບແຖບກ້ຽງ ຍາວ 10-15 ຊມ, ມີປີກກ້ວາງປະມານ 5 ມມ. ຝັກມີຜະໜັງກັ້ນ. ແກ່ນມີ 50-60 ແກ່ນ.
ຂີ້ເຫຼັກແມ່ນເພີ່ນນຳເອົາໃບ ແລະ ຍອດອ່ອນມາເຮັດເປັນອ້ອມຂີ້ເຫຼັກ, ເອົາຍອດ ແລະ ໃບອ່ອນມາຕົ້ມໃຫ້ຈົນຈືດແລ້ວເອົານ້ຳອອກ ຫຼັງຈາກນັ້ນເອົາປຸງແຕ່ງເປັນອ່ອມ ໂດຍມີສ່ວນປະສົມແມ່ນໜັງທີ່ເຜົາ ຫຼື ຕົ້ມສຸກແລ້ວ, ໃສ່ເຂົ້າໄປໃນໜໍ້ອອກແລ້ວກໍ່ປຸງລົດຕາມຄວາມຕ້ອງການ. ຍອດຂີ້ເຫຼັກມັກຈະເຫັນຂາຍຕາມຕະຫຼາດເກືອບທຸກປີ, ໂດຍລາຄາບໍ່ແພງປານໃດ, ສຳລັບອ່ອມຂີ້ເຫຼັກທີ່ເຮັດເປັນຫໍ່ຄ້າຍຫໍ່ມົກຂາຍຕາມຮ້ານແຄມທາງກໍ່ໄດ້ຂາຍດີເຊັ່ນດຽວກັນ.
ການປູກຂະຫຍາຍພັນ: ຂີ້ເຫຼັກບ້ານເປັນພືດທີ່ມີຄວາມທົນທານສາມາດເກີດໄດ້ເກືອບທຸກສະພາບດິນໃນທຳມະຊາດ ຂະຫຍາຍພັນດ້ວຍແກ່ນ ຫຼື ຕັດຊຳ, ເປັນພືດທີ່ປູກງ່າຍປະຈຸບັນຄົນທົ່ວໄປມັກນຳມາປູກເປັນໄມ້ປະດັບເພາະມີດອກ ແລະ ຊົງພຸ່ມທີ່ສວຍງາມ.
ຄຸນຄ່າທາງດ້ານໂພຊະນາການຕໍ່ 100 ກຼາມ
- kcal 65
- Water 81.1 (g)
- Protein 6.3 (g)
- Fat 0.7 (g)
- Carb 6.1 (g)
- Fiber 4.6 (g)
- ASH 1.2 (g)
- Ca 158 (mg)
- P 51 (mg)
- Na 20 (mg)
- K 28 (mg)
- Fe 1.6 (mg)
- Carotene 3882 (mcg)
- Vitamin A 324 (RAE mcg)
- Vitamin B1 0.19 (mg)
- Vitamin B2 0.45 (mg)
- Vitamin B3 1.90 (mg)
- Vitamin C 211 (mg)
- micronutSc 3.80