ຜັກກູດໂງ່ງ / Climbing Fern

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Lygodium flexuosum (L.) Sw. / Lygodiaceae
ຊື່ພ້ອງ
Hydroglossum flexuosum (L.) Willd.
Ophioglossum flexuosum L.
Ramondia flexuosa (L.) Mirb.
ຊື່ອື່ນ
Chinese: 曲轴海金沙 [qu zhou hai jin sha]
ບັນຍາຍລັກສະນະພືດສາດ

ຈັດເປັນຜັກກູດທີ່ມີເຄືອພາດພັນໄປຕາມຕົ້ນໄມ້ຊະນິດອື່ນ, ເຫງົ້າສັ້ນມີຂົນສີນ້ຳຕານເຂັ້ມໜາແໜ້ນ, ມີຂະໜາດເສັ້ນຜ່າສູນກາງປະມານ 2-4 ມມ, ບໍ່ມີເກັດໃບ. ລຳຕົ້ນເມື່ອແກ່ຈະມີສຳດຳ ແລະ ເປັນມັນ. ໃບເປັນໃບປະສົມແບບຂົນນົກຂັ້ນສອງ ແກນກາງມີລະນະນະເປັນເຄືອເລື້ອຍ ກ່າງກາງໃບປະກອບດ້ວຍຊັ້ນທີ່ຊັດເຈັນ ໂຄນກ້ານໃບເປັນສີນຳຕານ ສ່ວນທດ້ານເທີງເປັນສີເຫຼືອງອົມນ້ຳຕານ ມີຂົນສີນຳ້ຕານ ມີປືກແຜ່ຍີ່ນອອກມາບໍ່ຊັດເຈນ ຫຼື ບໍ່ມີ, ໃບຍ່ອຍອອກລຽງກັນໃນກາງໃບ ໂດຍໃບຍ່ອຍທີ່ບໍ່ສ້າງສະປໍ, ກ້ານໃບຍ່ອຍຈະຍາວໄດ້ປະມານ 2-4 ມມ, ແຜ່ນໃບເປັນຮູບໃບຫອກ, ປາຍໃບມົນ ຫຼື ແຫຼມ, ໂຄນໃບເປັນຮູບຫົວໃຈ ສ່ວນຂອບໃບເປັນແບບແຂ້ວເລື້ອຍ, ມີຂະໜາດກວ້າງປະມານ 1-2 ຊມ, ແລະ ຍາວປະມານ 4-7 ຊມ, ແຜ່ນໃບບາງຄ້າຍກະດາດ, ຜີວໃບມີຂົນໃສ ຫຼັງໃບກ້ຽງ, ສ່ວທ້ອງໃບມີຂົນຂື້ນກະຈາຍຕາມເສັ້ນໃບສ່ວນໃບຍ່ອຍທີ່ສ້າງສະປໍມັກຢູ່ສ່ວນຍອດ, ປະກອບດ້ວຍຈຸລັງພຽງແຖວດຽວ, ຮຽງຕົວໃນແນວຂວາງ ແລະ ຢູ່ຍອດຂອງຖົງສະປໍ ເຍື່ອຄູມກຸ່ມຖົງສະປໍທຽມຈະມີລັກສະນະເປັນຖົງຊ້ອນກັນ ແລະ ມີຂົນໃສ ກຸ່ມສະປໍ່ນັ້ນຈະເກີດທີຂອງໃບຍ່ອຍ ມີຂະໜາດກວ້າງປະມານ 1,5 ມມ, ແລະ ຍາວໄດ້ເຖີງ 1 ຊມ, ສ່ວນອືກຂໍ້ມູນລະບຸວ່າລັກສະນະຂອງໃບຍ່ອຍນັ້ນຈະມີຢູ່ຫຼາຍຮູບຮ່າງເຊັ່ນ ຂອບຂະໜາດ ເຖີງ ຮູບສາມຫຼ່ຽມຍາວ, ຂອບໃບຍັກເປັນແຂ້ວເລື້ອຍ, ໃບມີຂະໜາດກວ້າງປະມານ 7-12 ຊມ, ແລະ ຍາວປະມານ 10-25 ຊມ. 

ບັນຍາຍການນຳໃຊ້

ຍອດອ່ອນຂອງຜັກກູດໂງ່ງສາມາດນຳມາເປັນອາຫານໄດ້ຫຼາຍຢ່າງເຊັ່ນ: ຊຸບ, ແກ້ງໃສ່ກັບຜັກຊະນິດອ່ີນ ຫຼື ແກ້ງໃສ່ກັບເຫັດ, ຍອດອ່ອນຈະເຫັນວ່າງຂາຍຕາມທ້ອງຕະຫຼາດຫຼວງພະບາງໃນຊ່ວງເດືອນ ພືດສະພາ ເຖີງສີງຫາ, ນອກຈາກຍອດອ່ອນສາມາດກີນໄດ້ແລ້ວ, ເຄືອ ແລະ ໃບແກ່ຍັງສາມາດໃຊ້ເຂົ້າໃນຕຳລາຢາຫຼາຍປະເພດເຊັ່ນ: ຢາແກ້ເຈັບຄໍ ໂດຍເອົາມາຕົ້ມນ້ຳດື່ມ, ເຫງົ້າສາມາດປົວພະຍາດນີ້ວ ແລະ ລິດຊີດວງໄດ້.  ການປູກຂະຫຍາຍພັນ: ໂດຍທົ່ວໄປແລ້ວຈະມັກພົບຕາມທຳມະຊາດ, ຍັງບໍ່ທັນມີໃຜປູກເພື່ອຂາຍເປັນສີນຄ້າເທີ່ອ ແຕ່ໃນທຳມະຊາດມັນສາມາດຂະຫຍາຍພັນດ້ວຍການໃຊ້ສະປໍ ຈະເລີນເຕີບໂຕໃນດີນເກືອບທຸກປະເພດ ມັກແສງແດງ ພົບຂື້ນທົ່ວໄປຕາມປ່າປະສົມ ຫຼື ກາງໄຮ່ເຂົ້າຂອງປະຊາຊົນເມື່ອຖາງເຮັດໄຮ່ທາງພາກເໜືອ.
 

ການປະກອບສ່ວນ