ຕົ້ນປໍປ່ານ / Ramie

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Boehmeria nivea (L.) Gaudich. / Urticaceae
ຊື່ພ້ອງ
Boehmeria candicans Hassk.
Boehmeria frutescens var. concolor (Makino) Nakai
Boehmeria frutescens var. viridula (Yamam.) Suzuki
Boehmeria juncea Bedevian
Boehmeria nipononivea Koidz.
Boehmeria nivea var. candicans Wedd.
Boehmeria nivea f. concolor (Makino) Kitam.
Boehmeria nivea var. concolor Makino
Boehmeria nivea subsp. nipononivea (Koidz.) Kitam.
Boehmeria nivea f. nipononivea (Koidz.) Kitam.
Boehmeria nivea var. nipononivea (Koidz.) W.T.Wang
Boehmeria nivea var. nivea
Boehmeria nivea var. tenacissima (Gaudich.) Miq.
Boehmeria nivea var. viridula Yamam.
Boehmeria tenacissima Gaudich.
Boehmeria thailandica Yahara
Boehmeria utilis André
Procris nivea Wedd.
Ramium niveum (L.) Kuntze
Urera lamiifolia Gaudich.
Urtica lamiifolia Juss. ex Pers.
Urtica nivea L.
Urtica tenacissima Roxb.
Urtica utilis de Vriese
ຊື່ອື່ນ
Chinese: 苎麻 [zhu ma]
Eng: Ramie, Chinese Grass, Chinese Silk Plant
ບັນຍາຍລັກສະນະພືດສາດ

ເປັນໄມ້ພຸ່ມຂະໜາດນ້ອຍລຳຕົ້ນສູງປະມານ 2 ມ, ລຳຕົ້ນໃຫຍ່ມັນຈະເລືອທີ່ກົກລຳຕົ້ນ, ມີເສັ້ນຜ່າສູນກາງລຳຕົ້ນປະມານ 1-2 ຊມ, ລຳຕົ້ນມີຂົນເລັກນ້ອຍ. ໃບດຽວຈັບແບບສະລັບ, ແຜ່ນໃບຮູບຫົວໃຈ ຫຼື ໃບຫອກ, ຂະໜາດ 10-15 x 4-8 ຊມ. ກົກໃບມົນ ຫຼື ຮູບຫົວໃຈ, ຂອບໃບແບບແຂ້ວເລື້ອຍ, ປາຍໃບຮຽວແຫຼມ. ຜີວໃບດ້ານລຸ່ມສີຂຽວເຂັ້ມ, ຜີວໃບດ້ານລຸ່ມສີຂຽວຈາງ, ມີເສັ້ນໃບ 4-5 ຄູ່, ເສັ້ນໃບອອກຈາກກົກໃບ 3 ເສັ້ນ. ແຜ່ນໃບທັ້ງສອງດ້ານເປັນລັກສະນະຊາຄ້າຍມີຂົນ. ດອກອອກເປັນຊໍ່ຂະໜາດນ້ອຍທີຊອກໃບ, ມີດອກສີຂຽວອົມຂາວເລັກນ້ອຍ. ໝາກ ແລະ ເມັດຂະໜາດນ້ອຍຈຳນວນຫຼວງຫຼາຍເມັດແກ່ຈະເປັນສີດຳ.

ບັນຍາຍການນຳໃຊ້

ເພີ່ນໄດ້ເກັບເອົາທັງຕົ້ນ ແລະ ທູບເອົາເສັ້ນໃຍຈາກເປືອກທີ່ຢູ່ຊັ້ນໃນສຸດຂອງເປືອກຂອງຕົ້ນມາດືງເອົາເສັ້ນໃຍເພື່ອເປັນສີ່ງທີ່ນຳມາຕໍ່າ ຫຼື ເຮັດເປັນເຊືອກທີ່ຕ້ອງການໃຊ້ງານ, ນອກນັ້ນຍັງເກັບໃບປານມາເຮັດເກືອສັດລ້ຽງ ແລະ ເປັນສ່ວນປະສົມຂອງເຂົ້າໜົມປ່ານ. ເສັ້ນໃຍທີ່ໄດ້ຈາກປ່ານບາງຄັ້ງເອີ້ນວ່າ rhea fiber ສ່ວນຂອງເສັ້ນໃຍໄດ້ຈາກສ່ວນໃນຂອງເປືອກ ເສັ້ນໃຍຕິດເປືອກເປັນທີ່ຮູ້ຈັກກັນໂດຍທົ່ວໄປໃນນາມຂອງ China grass ດັ່ງນັ້ນ ຜົນຜະລິດທີ່ໄດ້ຈາກເສັ້ນໃຍຂອງປານຈື່ງມັກເອີ້ນວ່າ grass linen ເສັ້ນໃຍປານຈັດເປັນເສັ້ນໃຍທຳມະຊາດທີ່ໜຽວທົນທີ່ສຸດ ມີລັກສະນະເປັນມັນຄ້າຍເສັ້ນໄໝມີສີເຫຼືອງອ່ອນ (ເສັ້ນໃຍຈະມີສີຂາວເມື່ອຟອກດ້ວຍສານຟອກສີ) ສາມາດດູດຄວາມຊຸ່ມ ແລະ ຄາຍຄວາມຊຸ່ມໄດ້ຢ່າງໄວວາ ມີຄວາມຍືດຍຸ່ນນ້ອຍ ຕ້ານທາງຕໍ່ການຫົດຕົວ, ການຜູຜັງ ແລະ ບໍ່ຫຍໍ້ຍັບງ່າຍ ເໝາະສຳລັບທີຈະໃຊ້ເຮັດສີ່ງທີ່ແປຮູບເປັນເຄື່ອງໃຊ້ພາຍໃນບ້ານເຮືອນ ແລະ ອື່ນໆ ໃຊ້ປະສົມກັບຂົນສັດໃນອັດຕາສ່ວນປະມານ 25% ຈະຊ່ວຍເຮັດໃຫ້ຜ່າຂົນສັດບໍ່ຫົດ ແລະ ລຽບດ ເມື່ອປະສົມກັບເສັ້ນໃຍສັງເຄາະໂພລີເຍສເຕີ ປະມານ 35% ຈະໄດ້ ຜ້າທທີ່ສວມໃສ່ສະບາຍໃນສະພາບອາກາດຮ້ອນ ແລະ ທົນທານຕໍ່ການຫັກພັບ ຫຼື ຮອຍຫຍໍ້ ຜ້າທີ່ຕໍ່າຈາກເສັ້ນໃຍປານອາດໃຊ້ຕັດເປັນເສືອນອກເສືອເຊີດ ເສືອຊັນໃນ ເຄື່ອງປະດັບໃນບ້ານ ເຮັດເຊືອກ, ເສັ້ນດ້າຍ, ຜ້າໃບ, ແລະ ຜົນຜະລິດທາງດ້ານອຸດສາຫະກຳອື່ນໆ ອິກຫຼາຍເຊັ່ນ: ສາຍພານໃຊ້ຫຸ້ມເສັ້ນລວດ ເປັນສະນວນສາຍໂທລະສັບ ທ່ໍດັບໄຟ ເຄື່ອງບັນຈຸຂອງຕ່າງໆ. ໂດສະເພາະໃຊ້ປ້ອງກັນການຮົວຊືມຂອງນ້ຳທີ່ແກນໃບພັນທ້າຍເຮືອ ໂດຍທົ່ວໄປເສັ້ນໃຍຈາກປານມີການໃຊ້ເຮັດເຄື່ອງນຸ່ງຫົ່ມ ແລະ ໃຊ້ເຮັດເຄື່ອງບັນຈຸຫຼາຍທີສຸດ ໃບ ແລະ ຍອດຕົ້ນປ່ານໃນປະສົມອາຫານສັດໄດ້ຢ່າງດີ ແລະ ມີໂປຕິນສູງ. ໃນປະເທດແມ່ນໄດ້ການເປັນສ່ວນປະສົມທີ່ມີຊື່ສຽງກໍ່ຄືເຂົ້າໜົມປ່ານທ່າແຂກ. 
 

ການປະກອບສ່ວນ