ຕົ້ນຝ້າຍ / Cotton

ການນຳໃຊ້
ພືດເສັ້ນໃຍ
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Gossypium hirsutum L. / Malvaceae
ຊື່ພ້ອງ
See synonyms on http://www.theplantlist.org/tpl1.1/record/kew-2831092
ຊື່ອື່ນ
Eng: upland cotton or Mexican cotton
ບັນຍາຍລັກສະນະພືດສາດ

ເປັນພຸ່ມສູງປະມານ 1-3 ມ, ອາຍຸໄດ້ໜື່ງປີ ຫຼື ຫຼາຍກວ່າໜື່ງປີ, ລຳຕົ້ນຕັ້ງຊື່, ແຕກກີ່ງງ່າສາຂາແຕ່ກາງລຳຕົ້ນຈົນຮອດປາຍຍອດ, ມີຂົນນຸ່ມລະອຽດຕາມລຳຕົ້ນ. ໃບດ່ຽວ, ຈັບແບບສະລັບ, ມີຫູໃບ, ຮູບໃບຫອກ, ຂະໜາດນ້ອຍ ສີຂຽວ, ຈັບຢູ່ກົກກ້ານໃບ. ກ້ານໃບກົມ, ຍາວປະມານ 4-6 ຊມ, ມີຂົນອ່ອນນຸ່ມ, ສີຂຽວ. ແຜ່່ນໃບຮູບຫົວໃຈ ຫຼື ຮູບໃບຫອກກວ້າງ, ຍາວ 6-9 ຊມ, ກວ້າງ 6-12 ຊມ, ຂອບແຍກອອກເປັນແສກທີ່ເຫັນໄດ້ຊັດເຈັນ ມີ 4 ແສກ, ແສກກົກຈະນ້ອຍກວ່າແສກອື່ນໆ, ສຳລັບແສກທີ່ໃຫຍ່ກວ່າໝູ່ແມ່ນແສກກາງ, ແຕ່ລະແສກປາຍແຫຼມ, ຂອບລຽບ, ເນື້ອໃບຊາ, ເສັ້ນກາງໃບອອກຈາກກົກໃບ 7 ເສັ້ນ, ໂຄນໃບເປັນຮູບຫົວໃຈ, ແຜ່ນໃບດ້ານເທີງສີຂຽວເຂັ້ມ, ດ້ານລຸ່ມສີຂຽວຈາງ. ດອກອອກເປັນດອກດ່ຽວທີ່ຊອກໃບ ແລະ ປາຍຍອດ, ມີໃບປະດັບອອກທີ່ໂດດເດັ່ນມີ 3 ອັນ, ເປັນຮູບຫົວໃຈ, ຍາວ 2-3 ຊມ, ກວ້າງ 2-2,5 ຊມ, ຂອບເປັນແສກຍາວຫຼາຍອັນ ເນື້ອຊາ, ສີຂຽວ. ກ້ານດອກກົມ, ມີຂົນອ່ອນນຸ່ມ, ຍາວປະມານ 1 ຊມ. ກາບດອກມີ 5 ອັນ, ສີຂຽວ, ປາຍຮູບຕັດພຽງ, ກິບດອກມີ 5 ອັນສີເຫຼືອງອ່ອນ, ເມື່ອແກ່ແລ້ວໃກ້ຈະລ່ວງຈະເປັນສີບົວອົມເຫຼືອງ ຫຼື ກາຍເປັນສີແດງ. ເກສອນເພດຜູ້ຈຳນວນຫຼາຍ ກ້ານເກສອນຕິດກັນເປັນຫຼອດຫຸ້ມເຕົ້າໄຂ່ໄວ້, ຖົງເມັດລະອອງເປັນສີເຫຼືອງ. ຮ່ວງຮອງຮັບລະອອງເກສອນມີ 3-5 ອັນ, ກ້ຽງ. ເຕົ້າໄຂ່ມີ 3 ຫ້ອງ, ແຕ່ລະຫຼ້ອງມີໄຂ່ຫຼາຍເມັດ. ໝາກເປັນຮູບໄຂ່, ປາຍແຫຼມ, ເມື່ອຍັງອ່ອນເປັນສີຂຽວ, ເມື່ອແກ່ແລ້ວຈະເປັນສີນ້ຳຕານ ແລະ ແຕກອອກມາເປັນສາມສ່ວນ, ຈະມີນວນສີຂຽວອົມເອົາເມັດໄວ້. ເມັດຮູບໄຂ່ ສີດຳເມື່ອແກ່ແລ້ວ. 

ບັນຍາຍການນຳໃຊ້

ເພີ່ນໄດ້ເກັບເອົານວນຝ້າຍທີ່ແຕກຈາກໝາກເອົາມາຕາກແດດໃຫ້ແຫ້ງດີ ຈາກນັ້ນເອົາມາອີ້ວເອົາເມັດອອກ, ນຳເອົາຝ້າຍທີ່ອີ້ວແລ້ວມາກົງເຮັດໃຫ້ຟູ ຫຼື ເຮັດໃຫ້ເນື້ອຂອງນວນຝ້າຍຂະຍາຍອອກຈາກັນກັນໃຫ້ມີຄວາມນຸ່ມ ດ້ວຍເຄື່ອງມືທີເອີ້ນວ່າກົງ ຫືຼ ຄັນທະນູ ພ້ອມດ້ວຍອຸປະກອນທີ່ໃຊ້ສາຍດີດ, ເອົານວນຝ້າຍທີ່ກົງແລ້ວມາລັນໃຫ້ເປັນແທ່ງກົມ, ຂະໜາດເທົ່າກັບນີ້ວມື້ຍາວປະມານ ຄືບໜື່ງ ດ້ວຍອຸປະກອນໄມ້ໄຜ່ເລົາກົມ, ຂະນາດເທົ່າກັບໄມ້ທູ່ປາຍຮຽວຍາວປະມານ ໜື່ງຄືບ, ພ້ອມດ້ວຍໄມ້ກະດານແຜ່ນລຽບ. ຈາກນັ້ນເອົາໄປເຂັນ ໂດຍການນຳເອົາຝ້າຍທີ່ລັນທີ່ເປັນກໍ່ແລ້ວມາດືງໃຫ້ເປັນເສັ້ນ ແລະ ໜູນພັນກັນຈົນແໜ້ນເປັນເສັ້ນ ດ້າຍພ້ອມດືງດ້າຍກັບໄປກໍ້ມ້ວນໄວ້ທີ່ຫຼອດເຫຼັກແຫຼມ ຂອງເຄື່ອງມືທີ່ເອີ້ນວ່າ ຫລາ. ເອົາເສັ້ນຝ້າຍນັ້ນມາປ້າຍໂດຍການນຳດ້ານທີ່ເຂັນ ມາດືງອອກມ້ວນໄຂວ້ໄວ້ທີ່ ເປີຍ (ເປັນອຸປະກອບທີ່ເຮັດດ້ວຍໄມ້) ເພື່ອລວບລວມດ້າຍໄວ້ເປັນໃຈ ຫຼື ເປັນຫົວພ້ອມທີ່ນຳໄປຂ້າດ້າຍ. ເອົາເສັ້ນຝ້າຍທີ່ເປີຍ ເປັນໃຈ ຫຼື ເປັນຫົວ, ໄປເຮັດຕາມກຳມະວິທີຕໍ່ໄປຈະຕ້ອງເຮັດການຂ້າຝ້າຍ ຫຼື ຂ້າດ້າຍ ເຮັດໃຫ້ດ້າຍໜຽວ ແລະ ແໜ້ນເວລາທໍ່ອາດຈະບໍ່ຂາດງ່າຍໄດ້ເນື້ອຜ້າທີ່ລະອຽດນຽນ. ກວັກ ໝາຍເຖີງ ການເອົາດ້າຍທີ່ຜ່ານການເປີຍແລ້ວ ໄປກໍ່ມ້ວນໄວ້ທີ່ກວັກຊື່ງເປັນອຸປະກອນທີສານ ດ້ວຍໄມ້ໄຜ່ລັກສະນະຄ້າຍກະຕ້າ, ຫົວທ້າຍມີຮູສຳລັບສຽບໄມ້ໃຫ້ໜູນໄດ້ເພື່ອຕຽມດ້າຍໄປຮັ້ນຫູກຕໍ່ໄປ. ເອົາໄປກາງ ໝາຍເຖີງ ການນຳເອົາດ້າຍຢືນ ຫຼື ເຄືອຫູກທີ່ຜ່ານການສຶບຫູກໄວ້ແລ້ວໄປຊື່ງ ຫຼື ຕືງໄວ້ກັບກີ່ ຊື່ງເຮັດຂື້ນດ້ວຍໄມ້ເສົາ 4 ອັນ ມີດ້ານກວ້າງແລ້ວຍາວມີຄານຍືດທັງ 4 ດ້ານ ທັ້ງເທີງ ແລະ ລ່າງ ເພື່ອຕຽມທີ່ຈະຕໍ່າ ຫຼື ເຮັດເປັນຜ້າ. ຕໍ່າ ໝາຍເຖີງການຕໍ່າຫູກ ໂດຍມີອຸປະກອນໃນການຍົກດ້ວຍດ້າຍຢືນຂື້ນລົງສະລັບກັນເພື່ອສອດດ້າຍ ພຸ່ງໄໃ້ໄປຂັດສານກັນໄວ້ແລ້ວຕີດ້ວຍຟືມໃຫ້ດ້າຍເຂົ້າຊິດເປັນເນື້ອຜ້າເຮັດຢ່າງນີ້ຕໍ່ເນື່ອງຈົນແລ້ວເສດ. ເມື່ອຕໍ່າເປັນຜ້າແລ້ວກໍ່ນຳໄປຍ້ອມສີຕາມທີ່ມັກ, ແລ້ວໄປຕັດເຮັດເຄື່ອງນຸ່ງ. ຝ້າຍມີການນຳໃຊ້ຫຼາຍຢ່າງໂດຍສະເພາະແມ່ນນວນຝ້າຍທີ່ໃສ່ເຮັດເປັນເຄື່ອງນຸ່ມຫົ່ມແຕ່ບູຮານນານມາແລ້ວກໍ່ໄດ້ໃຊ້ມາເຖີງປັດຈະບັນນີ້ ໄດ້ເຮັດເປັນຜະລິດຕະພັນຕ່າງໆເກີດຂື້ນໂດຍມີລາຄາສູງ ເຊັ່ນ: ຜ້າຝ້າຍຊຳເໜືອ, ເສັ້ນຝ້າຍ ເພື່ອໃຊ້ເຂົ້າໃນການພາສີສູ່ຂວັນຕ່າງໆ, ຍັງໄດ້ມີການເຮັດເປັນເຄື່ອງນຸ່ມທີ່ທັນສະໄໜເກີດຂື້ນ ເຊັ່ນ ເສື້ອ, ສີ້ນ, ຜ້າກັ້ງ, ຜ້າມ່ານຕ່າງໆ ແລະ ຜະລິດຕະພັນເຄື່ອງເອ້ຍອງຕ່າງໆ.
 

ການປະກອບສ່ວນ