ໄມ້ເກັດລີນ / Wax Tree

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Toxicodendron succedaneum (L.) Kuntze / Anacardiaceae
ຊື່ພ້ອງ
Rhus erosus Radlk.
Rhus succedanea var. japonica Engl.
Toxicodendron succedaneum var. succedaneum
ຊື່ອື່ນ
Chinese: 野漆 [ye qi]
Eng: Japanese Wax Tree
Vietnamese: Son
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ສູງເຖິງ 15 ມ. ກີ່ງງ່າກ້ຽງ ຫຼື ມີຂົນເລັກນ້ອຍ, ປາຍຍອດອ່ອນມີຂົນອ່ອນນຸ້ມ. ກ້ານໃບຍາວ 6-9 ຊມ, ມີຂົນອ່ອນນຸ້ມ ຫຼື ກ້ຽງ. ໃບປະສົມ ຍາວ 20-35 ຊມ, ໃບຍ່ອຍ 5-15 ໃບ, ຈັບກົງກັນຂ້າມ ຫຼື ສະຫຼັບ, ແຜ່ນໃບ ຮູບຂອບຂະໜານ-ຮູບຮີ, ຮູບໄຂ່-ຮູບໃບຫອກ, ຂະໜາດ 3-16 × 0.9-5.5 ຊມ, ເນື້ອໃບໜາ, ກ້ຽງ ຫຼື ມີຂົນຫ່າງໆ ທັ້ງສອງດ້ານ, ໂຄນໃບບ້ຽວເລັກນ້ອຍ, ມົນ ຫຼື ຮູບຫຼີ້ມ, ຂອບໃບລຽບ, ປາຍໃບຮຽວແຫຼມ ຫຼື ເປັນຕີ່ງ, ເສັ້ນໃບມີປະມານ 15-22 ຄູ່, ສັງເກດເຫັນຊັດເຈນດ້ານທ້ອງໃບ. ຊໍ່ດອກແບບແຕກແໜງ, ຍາວ 7-15 ຊມ, ແຕກກີ່ງຫຼາຍ, ກ້ຽງ. ກ້ານດອກ ຍາວ 2 ມມ, ດອກສີເຫຼືອງອ່ອນປົນຂຽວ, ເສັ້ນຜ່າກາງປະມານ 2 ມມ. ກາບດອກກ້ຽງ, ແສກຮູບໄຂ່ກວ້າງ, ຍາວ 1 ມມ, ຮູບຕັດ. ກີບດອກ ຮູບຂອບຂະໜານ, ຍາວ 2 ມມ, ຮູບຕັດ. ເກສອນຜູ້ຍືນອອກມາ, ກ້ານຮູບແຄບ, ຍາວ 2 ມມ, ຖົງລະອອງເກສອນ ຮູບໄຂ່, ຍາວ 1 ມມ. ຈານຮອງມີ 5 ແສກ. ເຕົ້າໄຂ່, ກ້ຽງ. ໝາກແຂງ, ແກ່ນດຽວ. ເສັ້ນຜ່າສູນກາງ 7-10 ມມ, ເປືອກບາງ, ສີເຫຼືອງ, ກ້ຽງ, ເນື້ອໜາ, ສີຂາວ, ນ້ຳມັນສີນ້ຳຕານ.

ບັນຍາຍການນຳໃຊ້

ອາຫານ: ໝາກມີອາຊີດອ່ອນສາມາດກີນໄດ້. ແຕ່ມີການລາຍງານວ່າຄວນລະມັດລະວັງເນື່ອງຈາກຄວາມເປັນພິດໂດຍທົ່ວຂອງສາຍພັນ.

ຢາ: ເປັນຢາລ້າງສານພິດ, ຕ້ານເຊື້ອໄວຣັດ, ຮັກສານ້ຳບີ, ຮັກສາອາການໄຂ້ຂຶ້ນ, ພະຍາດຕາ. ໃຊ້ເປັນຢາລ້າງໜ້າທີ່ຖືກສານພິດ. ແຕ່ໃຊ້ດ້ວຍຄວາມລະມັດລະວັງເນື່ອງຈາກຕົ້ນໄມ້ນີ້ກໍ່ມີສານພິດຄືກັນ. ໝາກສາມາດໃຊ້ເພື່ອຮັກສາອາການເນົ່າເປື່ອຍຂອງຜິວໜັງ. ໄຂມັນຈະໝາກສາມາດໃຊ້ເພື່ອຮັກສາຜີວໜັງ ແລະ ຮົ່ມຢາ. ສານສະກັດຈາກໃບສາມາດຕ້ານເຊື້ອມະເຮັງ ແລະ ໄວຣັດໄດ້ດີ.

ການນຳໃຊ້ປະໂຫຍດອື່ນໆ: ໃບມີທາດປະສົມທານີນ 20%, ສາມາດເກັບໃນຊ່ວງລະດູໃບໄມ້ຫຼົ່ນເພື່ອໃຊ້ເປັນສີຍ້ອມຜ້າໄດ້ສີນ້ຳຕານ. ນ້ຳມັນສາມາດໃຊ້ເປັນສີເລັກເກີທາໄມ້. ຖືກໃຊ້ມາດົນໃນສີນລະປະຂອງຢີ່ປຸ່ນ ແລະ ເພື່ອແຕ້ມຮູບ ເຊີ່ງໄດ້ເກັບໄວ້ໃນບ່ອນຮົ່ມຈົນກວ່າເລັກເກີແຫ້ງ. ສີຍ້ອມຜ້າເປັນສີເຫຼືອງໄດ້ຈາກເນື້ອໄມ້. ໄຂມັນໄດ້ຈາກໝາກເພື່ອເຮັດໄທຂຽນໄດ້. ໝາກມີໄຂປະມານ 17%. ທາດອາຊິດໄຂມັນແມ່ນ 77%, ສະແຕຣິກອາຊິດ ແລະ ອາແຣກຊິດິກ 5%, ໄດອາຊິກ 6%, ໂອເຣອິກ ແລະ ໄລໂນເລອິກ 12%. ແກ່ນມີນ້ຳມັນໄກເຊີໄຣດ໌ 25%, ໂອເຣອິກ 47% ແລະ  ໄລໂນເລອິກ 28%.

ການປະກອບສ່ວນ