ໄມ້ຊີ / Giam Wood Tree

ການນຳໃຊ້
ສີ່ງປູກສ້າງ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Cotylelobium melanoxylon (Hook.f.) Pierre / Dipterocarpaceae
ຊື່ພ້ອງ
Anisoptera melanoxylon Hook.f.
Cotylelobium beccarianum Heim
Cotylelobium beccarii Pierre
Cotylelobium harmandii Heim
Cotylelobium leucocarpum Sloot.
Sunaptea melanoxylon (Hook.f.) Kosterm.
Vatica beccariana Heim
Vatica harmandii Heim
Vatica leucocarpa Foxw. ex Den Berger & Endert
Vatica melanoxylon Benth. & Hook.f. ex Miq.
Vatica melanoxylon var. recta Benth. & Hook.f.
ຊື່ອື່ນ
Resak hitam (Brunei Darussalam); Khiam khaao (Thailand); Khiam dam (Thailand); Khiam daeng (Thailand); Resak tempurong (Malaysia); Resak hitam (Malaysia); Resak (Malaysia); Resak daun lebar (Indonesia); Resak tembaga (Indonesia); Giam tembaga (Indonesia)
ສະຖານະພາບການອະນຸລັກ
Endangered
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງເຖິງ 52 ມ, ໜ້າຕ່າງປະມານ 72 ຊມ. ລຳຕົ້ນມີນ້ຳຢາງ. ຫູໃບຍາວ 3 ມມ. ກີ່ງງ່າກ້ຽງ. ໃບດ່ຽວ, ຈັບສະຫຼັບ, ເສັ້ນໃບເປັນຕາໜ່າງ ແລະ ສັງເກດເຫັນຊັດເຈັນດ້ານລຸ່ມ, ດ້ານທ້ອງໃບຈະເປັນສີຂຽວອ່ອນ. ດອກກວ້າງ 13 ມມ, ສີຂາວ, ຈັບຫ້ອຍຢູ່ກັບກ້ານ. ໝາກຍາວ 10 ມມ, ສີເຫຼືອງ ຫຼື ສີແດງ, ມີສອງປິກ, ຍາວ 60 ມມ, ປິກສອງອັນແຍກກັນ.

ບັນຍາຍການນຳໃຊ້

ເນື້ອໄມ້ຊີມີຄວາມເໝາະສົມໃນການນຳໃຊ້ໃນວຽກງານກໍ່ສ້າງທົ່ວໄປ, ເຮັດເຟີນີເຈີ, ແກະສະລັກ ແລະ ເຮັດເປັນເຄື່ອງຫຸ້ມຫໍ່. ແກ່ນ, ຮາກ ແລະ ໃບຂອງມັນມີສານຊະນິດໜື່ງທີ່ສາມາດໃຊ້ເຮັດເປັນສີຍ້ອມຜ້າ. ເປືອກ ແລະ ຮາກຂອງມັນມີຄຸນນະສົມບັດທາງດ້ານການຢາ ແລະ ນ້ຳຢາງຈາກລຳຕົ້ນຂອງມັນສາມາດໃຊ້ເປັນເຊື້ອໄຟໄດ້. 

ການປະກອບສ່ວນ