ໄມ້ຈຳປາປ່າ / Yellow wood Magno Tree

ການນຳໃຊ້
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Magnolia baillonii Pierre / Magnoliaceae
ຊື່ພ້ອງ
Aromadendron baillonii (Pierre) Craib
Aromadendron spongocarpum (King) Craib
Magnolia baillonii var. bailingia Sima & H.Jiang
Magnolia phellocarpa (King) H.J.Chowdhery & P.Daniel
Michelia baillonii (Pierre) Finet & Gagnep.
Michelia phellocarpa (King) Finet & Gagnep.
Paramichelia baillonii (Pierre) Hu
Talauma phellocarpa King
Talauma spongocarpa King
ຊື່ອື່ນ
ໄມ້ສົ້ມຊວຍ, ຈຳບໍ້ປ່າ, ຊາຍ, ຫຳຊາຍ, ຊາຍເຫຼືອງ
Chinese: 合果木 [he guo mu]
Vietnamese name: Giổi xương; Đạm cúc, Giổng găng, Kui đùi
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງ 35 ມ. ລຳຕົ້ນຕັ້ງຊື່, ກີ່ງງ່າສີເທົາ, ກ້ຽງ, ເປືອກລຽບ. ຫູໃບຕິດກັບກ້ານໃບນ້ອຍກວ່າເຄີ່ງໜື່ງ. ໃບດ່ຽວ, ຈັບສະຫຼັບ, ແຜ່ນໃບຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວ 7-23 ຊມ, ປາຍໃບແຫຼມສັ້ນ, ດ້ານລຸ່ມໃບມີຂົນ, ກ້ານໃບຍາວ 1-3 ຊມ. ຊໍ່ດອກຍາວ 1-1.5 ຊມ, ກ້ານດອກຍາວປະມານ 5 ມມ. ດອກມີກີ່ນຫອມ, ສີຂາວ, ມີ 15-21 ກີບ, ລຽງກັນຫຼາຍຊ້ອນ, ຮູບໃບຫອກແຄບ, ກີບວົງໃນສັ້ນກວ່າວົງນອກ, ຍາວ 2-3 ຊມ. ເກສອນຜູ້ຍາວ 4-5 ມມ, ແກນລວມຖົງເກສອນເປັນຕ່ອມຍາວ, ໃບໄຂ່ຈຳນວນຫຼາຍ, ຍາວ 5-8 ມມ. ກ້ານຍາວ 3-5 ມມ. ໝາກຮູບຮີ ຫຼື ຮູບຊົງກະບອກ, ຍາວ 6-10 ຊມ. ມີກ້ານສັ້ນໆ. ໝາກລວມເຊື່ອຕິດກັນ, ແຕກອກ, ແກນກາງຕິດໄດ້ນານ.

ບັນຍາຍການນຳໃຊ້

ຄູນຄ່າພິເສດຂອງໄມ້ຊະນິດນີ້ແມ່ນມັນມີເນື້ອໄມ້ທີ່ສວຍງາມເປັນ ສີນ້ຳຕານເຫຼືອງ, ມີຄວາມໜາແໜ້ນຂອງເນື້ອໄມ້ໃນລະດັບປານກາງ ແລະ ບໍ່ມີຄວາມທົນຕໍ່ປວກ. ປະຊາຊົນຕາມຊົນນະບົດນຳໃຊ້ໄມ້ຊະນິດນີ້ເປັນໄມ້ແປ້ນປູເຮືອນ. ເນື້ອໄມ້ມີຄວາມເໝາະສົມສຳຫຼັບເຮັດເຟີນິເຈີເຊັ່ນ: ເຮັດຕູ້ໃສ່ຖ້ວຍ, ເຮັດໂຕະ ແລະ ຕັ້ງ, ບາງຄັ້ງກໍເອົາມາເຮັດເປັນໄມ້ວົງກົບປ່ອງຢ້ຽມ. 

ການປະກອບສ່ວນ