ໄມ້ໝາກຊັກ / Rerak

ການນຳໃຊ້
ສີນຄ້າ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Sapindus rarak DC. / Sapindaceae
ຊື່ພ້ອງ
Dittelasma rarak (DC.) Benth. & Hook. f.
Sapindus rarak var. rarak
ຊື່ອື່ນ
Chinese: 毛瓣无患子 [mao ban wu huan zi]
Vietnamese: Bồ hòn
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ປ່ຽນໃບ, ສູງເຖິງ 20 ມ. ແຕກກີ່ງງ່າ, ແຂງ, ໜາ, ເປືອກສີເທົາ. ຍອດອ່ອນມີຂົນອ່ອນນຸ້ມປົກຄຸ້ມ. ໃບປະສົມ, ກ້ານໃບຍາວ 25-40 ຊມ, ສີຂຽວ, ເມື່ອແກ່ເປັນສີແດງ. ໃບຍ່ອຍມີຈຳນວນ 7-12 ຄູ່, ຈັບກົງກັນຂ້າມ, ກ້ານໃບຍ່ອຍ 5-8 ມມ, ແຜ່ນໃບຮູບຂອບຂະໜານ, ຮູບໄຂ່-ຮູບໃບຫອກ, ຂະໜາດ 7-13 × 1.5-4 ຊມ, ເນື້ອໃບບາງ, ກ້ຽງ ຫຼື ມີຂົນປົກຄຸມໜາແໜ້ນ, ເສັ້ນໃບເປັນຕາໜ່າງຫນ້າແໜ້ນ, ເຫັນຊັດເຈັນດ້ານລຸ່ມ, ໂຄນຮູບຕັດ, ປາຍແຫຼມ. ຊໍ່ດອກເກີດປາຍໃບ, ຕັ້ງຊື່, ເປັນຮ່ອງຕາມລວງຍາວ, ມີຂົນອ່ອນນຸ້ມ. ດອກສົມມະມາດ, ຂະໜາດໃຫຍ່, ດອກຕຸ່ມຮູບໄຂ່. ກ້ານດອກຍາວ 1.5 ມມ. ກາບດອກ 5 ອັນ, ຮູບຂະໜານ ຫຼື ຮູບໄຂ່ກວ້າງ, ມີກີບໜື່ງໃຫຍ່ກວ່າ ຍາວ 3 ມມ, ມີຂົນໜານຸ້ມ. ກີບດອກ 4 ອັນ, ຮູບຫອກກັບ, ຍາວ 3.6 ມມ, ມີຂົນໜາແໜ້ນ, ກ້ານເກສອນມີຂົນ. ໝາກມົນກົມ, ສີດຳເມື່ອສຸກ.

ບັນຍາຍການນຳໃຊ້

ໄມ້ໝາກຊັກ ເປັນໄມ້ທີ່ສາມາດຈະເລີນເຕິບໂຕໄດ້ດີ ສາມາດນຳໃຊ້ປູກເພື່ອຟື້ນຟູປ່າ, ໝາກສາມາດເປັນອາຫານໃຫ້ກັບສັດປ່າຫຼາຍຊະນິດ. ໝາກອຸດົມສົມບູນດ້ວຍຊາໂປນິນສາມາດນຳມາໃຊ້ເປັນສະບູ່ຊັກເຄື່ອງໄດ້ດີ. ເມື່ອປະສົມກັບນ້ຳແລ້ວຈະມີຟອງຄ້າຍສະບູ່. ໝາກໃຊ້ເປັນຢາປາບສັດຕູ້ພືດ. ເນື້ອໄມ້ເປັນສີເທົາອົມເຫຼືອງ, ໄມ້ເນື້ອແຂງ ແຕ່ບໍ່ນິຍົມເຮັດເຟີນິເຈີ ແຕ່ນິຍົມເຮັດເປັນໄມ້ອັດ ແລະ ກະດານ.

ການປະກອບສ່ວນ