ໄມ້ໝາກເຄັງ / Velvet Tamarind

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dialium cochinchinense Pierre / Fabaceae
ຊື່ພ້ອງ
ຊື່ອື່ນ
Malaysia: keranji kertas kechil (Peninsular)
Cambodia: krâlanh lomië
Thailand: khleng (general), i-dang (northern), kayi (peninsular)
Vietnam: xoay, xây, nhội, Lá mét, Xài mét
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະຫນາດໃຫຍ່ ສູງເຖິງ 35 ມ, ລຳຕົ້ນ ຍາວ 16-18 ມ, ເສັ້ນຜ່າສູນກາງ 80-100 ມ, ບາງຄັ້ງ 150 ມ, ຕັ້ງຊື່, ມີຮາກໂຄນແຜ່ກວ້າງອອກ. ເປືອກສີເທົາ ຫຼື ສີຂາວ, ວຸ່ມ, ເປືອກໜາ 6-8 ມມ, ແຂງ, ສີນ້ຳຕານ, ນ້ຳຢາງໃສໆ ແລ້ວປ່ຽນເປັນສີແດງ. ຫູໃບນ້ອຍ, ຫຼຸດລ່ວງງ່າຍ.ໃບປະສົມ, ກ້ານໃບຍາວ 12-20 ມມ, ກ້ຽງ ຫຼື ຂົນເລັກນ້ອຍ, ກ້ານໃບຍາວ 5-15 ຊມ, ກ້ຽງ ຫຼື ມີຂົນ. ແຜ່ນໃບ 5-9, ຈັບສະຫຼັບ, ຮູບໄຂ່ກວ້າງ ຫຼື ຮູບຮີ 4-7 × 1.5-4.5 ຊມ, ໂຄນຮູບມົນ ຫຼື ແຫຼມ, ບ້ຽວ, ປາຍຮູບຕັດ ຫູື ມີຕີ່ງແຫຼມຍາວອອກ, ເສັ້ນໃບ 6-10 ຄູ່, ຂອບໃບເປັນຄື້ນເລັກນ້ອຍ. ກ້ານໃບຍ່ອຍ 4-5 ມມ, ມີຂົນ. ຊໍ່ດອກເກີດຢູ່ປາຍກີ່ງງ່າ ຫຼື ຊອກໃບ, ກ້ານດອກຍາວ 10-30 ຊມ ຫຼື ຍາວກວ່າ, ມີຂົນ. ກ້ານດອກ 2 ມມ, ມີຂົນ. ດອກຕຸ່ມ ຮູບໄຂ່, 3-4 ມມ. ກາບດອກ 5, ຮູບຮີ, ເຊື່ອມຕິດກັນຢູ່ໂຄນສັ້ນໆ, ຍາວ 4 ມມ, ຂົນສີເທົາຢູ່ດ້ານນອກ, ດ້ານໃນກ້ຽງ, ມີໄຂ່ 2 ອັນ, ຮວງຮັບຂະໜາດນ້ອຍ. ໝາກຮູບໄຂ່, ແຂງດ້ານຂ້າງເລັກນ້ອຍ. ຂະໜາດ 15–20 × 8–15 ມມ, ມີຂົນອ່ອນນຸ້ມ. ເມັດ ຮູບຮີ ຂະໜາດ 9 × 6 × 3 ມມ, ເປືອກແຂງ.

ບັນຍາຍການນຳໃຊ້

ເນື້ອງໄມ້ແມ່ນນຳໃຊ້ເປັນເຄີ່ອງເຟີນິເຈີ, ໜອນຮອງລ່າງລົດໄຟ, ໂຄງສ້າງຂອງຂົ້ວ,ໂຄ້ງສ້າງຂອງເຮືອນ (ປະຕູ, ປ໋ອງຢ້ຽມ), ເຮັດໂຄງສ້າງຂອງເຮືອນ, ອຸປະກອນການກິລາ, ໂຄງສ້າງຂອງລົດ, ເຄື່ອງມືນຳໃຊ້ເພື່ອການກະສິກຳ.ໝາກສາມາດນຳມາປູງແຕ່ງເປັນອາຫານຂອງຫວານໄດ້ຫລາຍປະເພດ.

ການປະກອບສ່ວນ