ໄມ້ໂລງເລງຈີນ / Yunnan Catkin Yew

ການນຳໃຊ້
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Amentotaxus yunnanensis H.L.Li / Taxaceae
ຊື່ພ້ອງ
Amentotaxus argotaenia var. yunnanensis (H.L.Li) Keng f.
ຊື່ອື່ນ
Chinese: 云南穗花杉 [yun nan sui hua shan]
ສະຖານະພາບການອະນຸລັກ
Vulnerable
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງເຖິງ 30 ມ ແລະ 0.8 ມ, ເຮືອນຍອດຊົງສວຍ ບໍ່ສະໝ່ຳສະເໜີ. ກີ່ງງ່າໂຄ້ງລົງ, ຍອດອ່ອນແຕກໃໝ່ໃນປີທຳອິດຈະເປັນຮູບຂອບຂະໜານ ຫຼື ຮູບໄຂ່. ໃບສີຂຽວເຂັ້ມ, ຮູບຫອກກວ້າງ ຫຼື ຮູບກ່ຽວ, ຮຽວແຫຼມຫາປາຍ, ຍາວ 3.5-10 ຊມ, ກວ້າງ 0.8-1.5 ຊມ, ໜາ, ມີເສັ້ນກາງຂະແໜງສີນ້ຳຕານ ຫຼື ສີເຫຼືອງອ່ອນເມື່ອແກ່, ກວ້າງ 3-4 ມມ, ຂະແໜງຍາວຮອດຂອບໃບ 1.5-2 ມມ. ດອກເພດຜູ້ເກີດເປັນຈຸ້ມ 4-5 ອັນ. ດອກເພດແມ່ເກີດຈາກງ່າມໃບ, ຮຽວຍາວ ຫຼື ຮູບໄຂ່. ເຍື້ອຫຸ້ມແກ່ນເປັນສີຂາວ ປົນສີແດງ, ຍາວ 2.2-3 ຊມ, ກວ້າງ 1.4-1.5 ຊມ. ແກ່ນຮູບຮີ, ມີປາຍສັ້ນໆ. ດອກເມື່ອເດືອນມີນາ, ແກ່ນແກ່ເມື່ອເດືອນ ຕຸລາ (Averyanov et al. 2014).

ບັນຍາຍການນຳໃຊ້

ເນື້ອໄມ້ສີຂາວໃຊ້ສຳລັບເຮັດເຟີນິເຈີ. ແກ່ນມີນ້ຳມັນຫອມສາມາດໃຫ້ເປັນຢາ. ສາມາດປູກເປັນພືດປະດັບໄດ້ດີ.

ການປະກອບສ່ວນ