ໄມ້ຂ້າມປ້ອມດົງ / King-wood Pine
APA 6th ed. ໄມ້ຂ້າມປ້ອມດົງ / King-wood Pine. (2021, February 17). Retrieved from https://www.phakhaolao.la/kb/0000208
MLA 8th ed. ໄມ້ຂ້າມປ້ອມດົງ / King-wood Pine. Pha Khao Lao, 17 February 2021, https://www.phakhaolao.la/kb/0000208.
Chicago 17th ed. Pha Khao Lao. 2021. "ໄມ້ຂ້າມປ້ອມດົງ / King-wood Pine." Published February 17, 2021. https://www.phakhaolao.la/kb/0000208.
Podocarpus fleuryi Hickel
Vietnam: Kim giao, Kim giao núi, Báng súng
Lao: Kham-pom Dong
ເປັນໄມ້ຢືນຕົ້ນສູງ 15-25 ແມັດ ແລະ ເສັ້ນຜ່າສູນກາງ 0.7 ແມັດ, ເຮືອນຍອດຊົງຟຸ່ມ. ໃບສີຂຽວເຂັ້ມ, ບາງ, ກ້ານໃບສັ້ນ, ຮູບຮີ, ປາຍແຫຼມ, ຍາວ 8-18 ຊັງຕິແມັດ, 3-5 ຊັງຕິແມັດ, ມີເສັ້ນກາງໃບດ້ານລຸ່ມ. ຊໍ່ດອກເພດຜູ້ 3-5 ອັນ, ເກີດຕາມງ່າມໃບ, ຮຽວຍາວ 1.5-3 ຊັງຕິແມັດ. ຊໍ່ດອກເພດແມ່ ຮູບສາມຫຼ່ຽມ. ຊໍ່ໝາກເກີດຕາມງ່າມໃບ, ກ້ານຍາວ 2-2.8 ຊມ. ມີເມັດໄຂ່ 1 ອັນ. ຖານຮອງບໍ່ມີ. ແກ່ນກົມ, ສີຂຽວເຂັ້ມ. ເສັ້ນຜ່າສູນກາງປະມານ 1.5-1.8 ຊັງຕິແມັດ. ດອກເກີດແຕ່ເດືອນມີນາ-ເມສາ. ແກ່ນແກ່ສົມບູນຕຸລາ-ພະຈິກ (Averyanov et al. 2014).
ເນື້ອໄມ້ສີຂາວເປັນເນື້ອລະອຽດ, ທົນທານຕໍ່ແມງໄມ້ ແລະ ປວກບໍ່ສາມາດກິນໄດ້. ໃຊ້ສຳລັບເຮັດຕູ້, ເຄື່ອງເຟີນິເຈີ, ເຄື່ອງດົນຕິ ແລະ ໄມ້ແກະສະລັກ. ໃບໃຊ້ເປັນຢາແກ້ອາການໄອ. ຮູບຊົງຂອງຕົ້ນໄມ້ແມ່ນສວຍງາມ, ໃຊ້ປູກເປັນໄມ້ປະດັບຕາມອາຄານສະຖານທີ່ສາທາລະນະຕ່າງໆ, ວັດວາອາຮາມ ແລະ ຕາມເສັ້ນທາງຕ່າງໆ.