ໄມ້ຫີ້ງຂົນ / Fir Tree
APA 6th ed. ໄມ້ຫີ້ງຂົນ / Fir Tree. (2019, April 3). Retrieved from https://www.phakhaolao.la/kb/0000200
MLA 8th ed. ໄມ້ຫີ້ງຂົນ / Fir Tree. Pha Khao Lao, 3 April 2019, https://www.phakhaolao.la/kb/0000200.
Chicago 17th ed. Pha Khao Lao. 2019. "ໄມ້ຫີ້ງຂົນ / Fir Tree." Published April 3, 2019. https://www.phakhaolao.la/kb/0000200.
Cunninghamia lanceolata var. konishii (Hayata) Fujita
Cunninghamia konishii subsp. houaphanensis A. D. Silba & J. A. de Silva
ລັກສະນະທົ່ວໄປ: ເປັນໄມ້ຢືນຕົ້ນສູງປະມານ 50 ມ, ເສັ້ນຜ່າສູນກາງປະມານ 2.5 ມ, ເຮືອນຍອດເປັນແບບປີລະມິດ. ເປືອກແຕກ ແຍກເປັນປ່ຽງ, ສີແດງປົນສີນ້ຳຕານ, ມີນຳ້ມັນສີຂາວ, ມີກີ່ນຫອມອ່ອນ. ກີ່ງງ່າເກີດແຜ່ກະຈາຍເທີງປາຍຂອງລຳຕົ້ນ. ໃບຈັບແບບ ສະຫຼັບວຽນ, ຮູບໃບຫອກ, ຫຼື ຮູບກ້ຽວ, ຮຽວແຫຼມ, ຍາວ 2-4 ຊມ, ມີເສັ້ນສີຂຽວເຂັ້ມ 2 ເສັ້ນ ແລະ ສີຂາວທາງດ້ານທ້ອງໃບ. ໂຄນຜູ້ ເກີດທີ່ປາຍຍອດຂອງກີ່ງງ່າ, ມີ 14-25 ອັນ, ຮູບໄຂ່. ໂຄນເພດແມ່ ເກີດທີ່ປາຍຍອດ ຫຼື ກີ່ງງ່າໃກ້ປາຍຍອດ, ມີ 1 ຫຼື 2-4 ໂຄນ, ຮູບໄຂ່ກວ້າງ, ສີຂຽວເຂັ້ມ, ເຫຼື້ອມ ຫຼື ເປັນສີນ້ຳຕານເມື່ອແກ່.
ການກະຈາຍພັນ: ໃນຕ່າງປະເທດພົບຢູ່ ພາກໃຕ້ຂອງຈີນ, ໄຕຫວັນ, ພາກເໜືອຂອງຫວຽດນາມ, ໃນປະເທດລາວພົບຕາມ ສາຍພູຫຼວງ. ພົບຢູ່ແຂວງຫົວພັນ, ເມືອງວຽງໄຊ; ແຂວງຊຽງຂວາງ, ສາຍພູສາຍໄລແລ້ງ, ພົບເຂດກະຈາຍພັນໃໝ່ຢູ່ແຂວງບໍລິຄຳໄຊ, ເມືອງວຽງທອງ ແລະ ອາດພົບຢູ່ແຂວງຄຳມ່ວນ.
ນິເວດວິທະຍາ: ເປັນໄມ້ທີ່ເກີດຕາມພູສູງ 700-1500 ມ ຈາກລະດັບໜ້ານ້ຳທະເລ, ເກີດຕາມເຈີຍພູທີ່ເປັນສະລົບປະມານ 30-40 ອົງສາ, ລັກສະນະຂອງດິນທີ່ເກີດເປັນບ່ອນດິນທີ່ລະບາຍນ້ຳໄດ້ດີ, ເປັນດີນລ້ວນປະສົມກັບຊາກເນົ່າເປື່ອຍຂອງພືດ, ມັກອາກາດເຢັນ, ຕ້ອງປະລິມານນຳ້ຝົນຫຼາຍໃນແຕ່ລະປີ. ຊ່ວງທີ່ເລີ່ມອອກດອກແມ່ນເດືອນກຸມພາ ຫາ ເດືອນພືດສະພາ, ແຕ່ເມັດທີ່ແກ່
ການນຳໃຊ້: ເນື້ອໄມ້ເປັນເນື້ອລະອຽດ, ມີຄວາມຕ້ອງການຂອງຜູ້ປະກອບທາງດ້ານເຟີນີເຈີ, ໃນຫວຽດນາມໄດ້ມີການຂຸດຈຳນວນຫຼາຍ, ເພື່ອຕອບສະໜອງຄວາມຕ້ອງການຂອງໂຮງເລື້ອຍ. ເນື້ອໄມ້ມີນຳ້ມັນຫອມ ແລະ ສ້າງຄວາມທົນທານໃຫ້ກັບເນື້ອໄມ້ ຈື່ງເຮັດໃຫ້ມີຄວາມຕ້ອງການສູງຕໍໍ່