ຕີນເປັດ / Tin Pet

ການນຳໃຊ້
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Alstonia scholaris (L.) R. Br. / Apocynaceae
ຊື່ພ້ອງ
Echites scholaris L.
ຊື່ອື່ນ
ໄທ: ຕີນເປັດ, ຈາບາ, ພະຍາຊາຕາບານ, ຕີນເປັດຂາວ, ບາ-ຊາ, ປູ-ລາ, ຊາຕາບານ.
ຫວຽດນາມ: ມົ້ວ ກົວ, ໂມ້ກົວ, ເຊືອ, ນັງຕລັງ.
ກຳປູເຈຍ: ໂປປີນເຄະ.
ຈີນ: ຕັງ ຈຽວ ຊູ.
ອັງກິດ: pulai, devil tree, blackboard tree, devil’s bark, milky pine, white cheese wood, pagoda tree.
ບັນຍາຍລັກສະນະພືດສາດ

ຕົ້ນຕີນເປັດ ເປັນໄມ້ຫຼົ່ນໃບເລັກນ້ອຍ, ສູງເຖິງ 40 ມ ແລະ ມີໜ້າຕ້າງເຖິງ 75 ຊມ, ລຳຕົ້ນ ມັກເປັນຮ່ອງຫຼຸບວໍ້າເຂົ້າຢູ່ສ່ວນກົກ. ໃບເກີດເປັນວຽນ ແຕ່ 4 ຫາ 8 ໃບ ແລະ ມີຂະໜາດ 4-32 x 1.2-8.7 ຊມ. ຊໍ່ດອກເປັນຂົນ, ຍາວ 3-10 ຊມ, ແລະ ມີດອກສີຂາວ-ຂຽວ ທີ່ມີກິ່ຫອມ ຫຼາຍໆດອກເກີດເປັນຈຸ້ມຢູ່ປາຍກິ່ງ, ແຕ່ລະດອກຍາວ 1 ຊມ. ໝາກເກີດເປັນເປັນຝັກຄູ່, ແຕກອ້າອອກເປັນສອງງີມ, ຂະໜາດ 20-56 x 2-3 ຊມ, ມີແກ່ນຫຼາຍ (ຂະໜາດ 3.9-7.5 x 1.4-1.9 ມມ) ແຕ່ລະແກ່ນ ມີຂົນ (ຍາວ 1-2 ມມ) ເກີດເປັນປຸ້ມຢູ່ແຕ່ລະສົ້ນ.

ບັນຍາຍການນຳໃຊ້

ໝາກ ແລະ ຮາກ ຂອງຕົ້ນຕີນເປັດ ນຳໃຊ້ເຮັດຢາແຜນບູຮານ ດື່ມເພື່ອລົດໄຂ້ຮ້ອນ, ປົວພະຍາດຖອກທ້ອງ ແລະ ພະຍາດມາເລເລຍ ແລະ ປົວອາການປວດອະໄວຍະວະສືບພັນຊາຍ, ອາການເຈັບຫົວ ແລະ ປອດບວມ. ສານສະກັດຈາກເປືອກຂອງມັນ ມີຄຸນສົມບັດຕ້ານພະຍາດມະເລັງ, ລົດຜ່ອນທາດນໍ້າຕານຢູ່ໃນເລືອດ ແລະ ບັນເທົາອາການປວດຂໍ້ຕ່າງໆ. ຢາງຂາວຂອງມັນ ສາມາດໃຊ້ທາບາດເພື່ອໄລ່ໜອນອອກ ແລະ ສາມາດໃຊ້ຜະລິດຊີວິງໂກມ (chewing gum) ຄຸນນະພາບດີ. ໃບຂອງມັນນຳໃຊ້ເຂົ້າໃນການປົວໂລກຫອນໄກ່ (syphilis) ແລະ ປົວບວມ. ຢູ່ປະເທດວຽດນາມ, ເຂົາເຈົ້າເຜົາໃບແຫ້ງ ຫຼື ໃບດິບ ໃສ່ກ້ອງຕຽງຂອງແມ່ຍີງທີ່ອອກລູກໃໝ່ ແລ້ວເອົາທາໃສ່ຫຼັງແມ່ລູກອ່ອນ ເພື່ອກະຕຸ້ນເຮັດໃຫ້ມີນໍ້ານົມ. ເປືອກຂອງມັນໃຫ້ເສັ້ນໃຍ, ຕົ້ນຂອງມັນປູກເປັນຕົ້ນໄມ້ປະດັບ ແລະ ເປັນໄມ້ຟືນທີ່ດີ. ບາງເທື່ອເພີ່ນກໍ່ໃຊ້ຖ່ານໄມ້ຕີນເປັດນີ້ຕຳເຮັດໝື້ປືນ ແລະ ກໍ່ເຄີຍຖືກໃຊ້ເຮັດແຜ່ນກະດານດຳຂຽນ ຕາມໂຮງຮຽນ.

ການປະກອບສ່ວນ