ໝາກຕຸມກາ / Strychnine
APA 6th ed. ໝາກຕຸມກາ / Strychnine. (2019, April 3). Retrieved from https://www.phakhaolao.la/kb/0000189
MLA 8th ed. ໝາກຕຸມກາ / Strychnine. Pha Khao Lao, 3 April 2019, https://www.phakhaolao.la/kb/0000189.
Chicago 17th ed. Pha Khao Lao. 2019. "ໝາກຕຸມກາ / Strychnine." Published April 3, 2019. https://www.phakhaolao.la/kb/0000189.
Strychnos nux-vomica var. oligosperma Dop
Strychnos spireana Dop
Strychnos vomica St.-Lag.
ກຳປູເຈຍ: ຊແລງ ຕຸດ, ຊແລງ ທົມ
ວຽດນາມ: ໂກຈີ, ກູຈີ. ມາຕຽນ
ອັງກິດ: Strychnine, Snake Wood
ຕົ້ນແສງເບື່ອ ເປັນຕົ້ນໄມ້ຫຼົ່ນໃບ, ສູງປະມານ 5-25 ມ, ມີເຮືອນຍອດແບນ ແລະ ມີໜ້າຕ້າງ ພຽງເອິກ 15 ຊມ. ເປືອກສີເທົ່າ, ມີກາບເປັນວົງແຫວນອ້ອມຕົ້ນ. ກິ່ງມີສີເທົ່າແກມເຫຼືອງ, ບາງຄັ້ງກໍມີໜາມ. ໃບກວ້າງ ມົນຮູບໄຂ່, ຂະໜາດ 4-10.5 x 3-8.6 ຊມ, ມີກ້ານ 5-11 ມມ, ບາງ, ຜ່ອຍ ແລະ ເຫຼື້ອມ. ກ້ານຊໍ່ດອກ ສີນ້ຳຕານຈືດ ແລະ ມີຂົນ, ຍາວ 2.5-5.5 ຊມ ແລະ ມີຫຼາຍດອກສີຂຽວປົນເຫຼືອງ ຂະໜາດ 8-13 ມມ. ໝາກ ເມື່ອສຸກ ຈະປ່ຽນຈາກສີຂຽວເຫຼືອງເຫຼື້ອມ ເປັນ ສີແດງ, ແຂງ ມີເປືອກໝາກໜາ. ໝາກມີເສັ້ນຜ່າສູນກາງ 2.5 -4 ຊມ, ທາງໃນເປັນສີຂາວ, ມີ 1 ແກ່ນ - 4 ແກ່ນ, ແຕ່ລະແກ່ນ ຍາວ 2.1-2.2 ມ. ແກ່ນຂອງມັນແປມົນ ຄ້າຍຄືແຜ່ນດິສ, ໜາ ປະມານ 6 ມມ, ມີຂົນດົກເຮັດໃຫ້ເບິ່ງຄືເຫຼື້ອມ, ບໍ່ມີກິນ ແຕ່ມີລົດຊາດຂົມຫຼາຍ. ແສງເບື່ອຊະນິດນີ້ແມ່ນຫຼົງກັນງາຍ ກັບຊະນິດ Strychnos nux-blanda ທີ່ມີໝາກໃຫຍ່ຂະໜາດ ປະມານ 5-8 ຊມ
ແກ່ນໝາກແສງເບື່ອ ເປັນແຫຼ່ງຂອງທາດສະຕຣິກນີນ (strychnine) ແລະ ບຣູຊີນ (brucine) ທີ່ເປັນເສດຖະກິດ ຊຶ່ງນຳໃຊ້ເປັນທາດເບື່ອ ຫຼືເປັນຢາ. ແກ່ນຂອງມັນ ໄດ້ຖືກນຳໄປປຸງແຕ່ງ ເຮັດຢາເບື່ອ ເພື່ອໃຊ້ປະສົມໃຫ້ຢາມີລົດຂົມ ແລະ ໃຊ້ເປັນວັດຖຸດິບສຳລັບໄປຜະລິດ ຢາຜ່ອນຄາຍ ກ້າມຊີ້ນ ຫຼື ຢາປົວປະດົງຂໍ່, ປົວອາການປວດຂໍ່ກະດູກ ແລະ ອາການລ່ອຍ ມຶນຊາ. ສານສະກັດ ນັກສະໂວມີກາ (nux vomica) ມັນຖືກໃຊ້ຮ່ວມ ກັບສານສະກັດຈາກພືດອື່ນ ໃນການຜະລຶດຢາເມັດ. ນອກຈາກເນື້ອເຍື່ອຂອງເປືອກໄມ້ສົດ ແມ່ນໃຊ້ເພື່ອຕ້ານພະຍາດຂີ້ຮາກ ແລະ ທ້ອງບິດ. ໃບໃຊ້ຍ່ອງແປະປົວຝີໜອງ ແລະ ແກ່ນໃຊ້ຕົ້ມໃສ່ນໍ້ານົມ ແລ້ວຕຳໃຫ້ແຫຼກເປັນກ້ອນໜຽວ ເພື່ອແກ້ການຕິດຝິ່ນ. ແກ່ນສາມາດນຳມາກິນໄດ້ ໃນເວລາທີ່ມັນຍັງອ່ອນ ແຕ່ບໍ່ແນະນຳໃຫ້ກິນ ເພາະຖ້າກິນຫຼາຍອາດເຮັດໃຫ້ເສຍຊີວິດໄດ້.