ສົ້ມສ້ຽວ / Malabar Orchid Tree

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Bauhinia malabarica Roxb / Fabaceae
ຊື່ພ້ອງ
Bauhinia acida Korth.
Bauhinia castrata Hassk.
Bauhinia hawkesiana F.M.Bailey
Bauhinia malabarica var. reniformis Baker
Bauhinia platyphylla Miq.
Bauhinia rugulosa Miq.
Casparea castrata (Hassk.) Hassk.
Pauletia acida (Korth.) Hassk.
Piliostigma acidum (Korth.) Benth.
ຊື່ອື່ນ
ໄທ: ສົ້ມສ້ຽວ, ສ້ຽວສົ້ມ, ສ້ຽວໃຫຍ່, ຄາງໂຄ, ແດງໂຄ, ປາມ.
ກຳປູເຈຍ: ເຈິງຄູ.
ວຽດນາມ: ໄຕເຕືອງ, ໄຕວົງ.
ອັງກິດ: Malabar orchid, mountain ebony, sweet and sour leaf.
ບັນຍາຍລັກສະນະພືດສາດ

ສົ້ມສ້ຽວ ເປັນພືດເກິ່ງບໍ່ຫຼົ່ນໃບ ມີຄວາມສູງ ປະມານ 10 ມ, ລຳຕົ້ນສັ້ນ ແລະ ຄົດງໍ ມີໜ້າຕ້າງພຽງເອິກ ເຖິງ 50 ຊມ. ໃບມີສອງຊີກ ຫຼື ສອງໃບຍ່ອຍ, ຂະໜາດ 3.5-12 x 5-16 ຊມ ແລະ ມີຄາຍຢູ່ຕາມແຜ່ນໃບ, ສ່ວນກ້ອງໃບ ຫຸ້ມດ້ວຍລະອອງແປ້ງ ແລະ ມີກ້ານໃບຍາວ 2-4 ຊມ. ຊໍ່ດອກມີປາຍພຽງ, ມີດອກເປັນກຸ່ມ, ມີສີຂາວ ຫາ ຂາວປົນຂຽວ ຂະໜາດຄວາມ ກວ້າງ 0.5 ຊມ ແລະ ຄວາມຍາວ 2 ຊຕມ. ໝາກເປັນຝັກ ມີຂ້ວນຍາວ, ເມື່ອແກ່ເຕັມທີ່ ຈະແຕກ ອ້າອອກ ແລະ ປ່ອຍແກ່ນຈຳນວນ 5-15 ແກ່ນ ຂະໜາດ 20-25 ຊມ x 1-1.5 ຊມ ອອກເອງ ຕາມທຳມະຊາດຂອງມັນ. ມີສົ້ມສ້ຽວສອງຊະນິດທີ່ປາກົດໃຫ້ເຫັນ ຄື ຊະນິດທີ່ບໍ່ມີຂົນ/ຄາຍ (B. piliostigma var. malabaricum), ແລະ ຊະນິດທີ່ມີຂົນ/ຄາຍຢູ່ກ້ອງໃບ (B. piliostigma  var. acidum). ຊະນິດທີສອງນັ້ນ ຈະພົບເຫັນຢູ່ແຕ່ເຂດແຫ້ງແລ້ງ ຂອງພາກເໜືອ. ຕົ້ນສົ້ມສ້ຽວ  ສວ່ນໃຫຍ່ ແມ່ນປູກຂຶ້ນເພື່ອເປັນໄມ້ປະດັບ ທີ່ໃຫ້ດອກສີຂາວ, ສີແດງອົມມ່ວງ ຫຼື ມ່ວງອົມຟ້າ.

ບັນຍາຍການນຳໃຊ້

ຍອດສົ້ມສ້ຽວ ແລະ ໃບອ່ອນ ສາມາດລວກກິນກັບແຈ່ວ ຫຼື ເຮັດແກງສົ້ມໄດ້. ໃບຂອງມັນຍັງສາມາດໃຊ້ເປັນຢາລົດໄຂ້, ຊ່ວຍຂັບໄລ່ເລືອດເວລາລົງປະຈຳເດືອນ ແລະ ຊ່ວຍໃຫ້ປັດສະວະໄຫຼສະດວກດີ. ສານທີ່ສະກັດໄດ້ຈາກດອກ ແລະ ເປືອກ ສາມາດກິນແກ້ອາການໄອ, ເພີ້ມນ໙ລາຍແລະ ປິ່ນປົວໂລກທ້ອງບິດໄດ້. ໝາກອ່ອນ ແລະ ແກ່ນຂອງມັນນັ້ນ ກໍສາມາດກິນໄດ້. ເສັ້ນໄຍຈາກເປືອກໄດ້ຖືກນຳໃຊ້ເພື່ອເຮັດເຊືອກ, ສ່ວນໄມ້ ໃຊ້ເຮັດຖ່ານ ແລະ ຟືນ. ໝົດທຸກສ່ວນຂອງຮາກມີສັບພະຄຸນຕ້ານກັບພະຍາດໄຂ້ຍູງ ແລະ ອາດໃຊ້ປິ່ນປົວໂລກມະເຮັງໄດ້. ນອກຈາກນີ້ ຕົ້ນສົ້ມສ້ຽວ ກໍຍັງປູກເພື່ອເປັນໄມ້ປະດັບ ແລະ ເພື່ອປັບປຸງຄຸນນະພາບຂອງດິນ ໄດ້ອີກດ້ວຍ.

ການປະກອບສ່ວນ