ເຂົ້າຊີວນາມອນ / Zewnamon Rice

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Oryza sativa / Poaceae
ຊື່ພ້ອງ
ຊື່ອື່ນ
LG4646
ບັນຍາຍລັກສະນະພືດສາດ

ແນວພັນເຂົ້າຄໍາ (LG4646) ເປັນແນວພັນພຶ້ນເມືອງຂອງທ້ອງຖິ່ນ ແຂວງ ໄຊຍະບູລີ. ໃນປີ 2005, ສູນຄົ້ນຄວ້າກະສິກໍາ ແລະ  ປ່າໄມ້ພາກເໜືອ ໄດ້ນໍາມາປູກເພື່ອຄັດເລືອກ ແລະ ໃນປີ 2008, ຈຶ່ງໄດ້ນໍາໄປປູກທົດສອບໃນພຶ້ນທີ່ໄຮ່ຂອງຊາວກະສິກອນ ເຫັນວ່າມີການຈະເລີນເຕີບໂຕດີ ພ້ອມທັງໃຫ້ຜົນຜະລິດສູງ, ໃນປີ 2010, ໄດ້ນໍາມາທົດສອບ ແລະ ຂະຫຍາຍໃນພຶ້ນທີ່ 6 ຈຸດສຸມຂອງໂຄງການ NURiFaR. ໃຫ້ຜົນຜະລິດປະມານ 1.7-2.8 ໂຕນ/ເຮັກຕາ, ອາຍຸ 140-145 ວັນ, ລວງສູງ 120-130 ຊມ, ເມັດເຂົ້າເປືອກສີເຫຼືອງມີຂົນ, ຂະໜາດເມັດເຂົ້າສານຍາວ 9.79 ມມ, ກວ່າງ 3.06 ມມ, ໜາ 2.2 ມມ, ນໍ້າໜັກ 1000 ເມັດແມ່ນ 27.9 ກກ, ຄຸນນະພາບການກິນອ່ອນດີ ແລະ ຄຸນນະພາບການສີ ແມ່ນ 61 %.

ບັນຍາຍການນຳໃຊ້

ປະຊາຊົນຂົງເຂດແຂວງຫຼວງນໍ້າທານິຍົມປູກເພື່ອບໍລິໂພກ ເພາະມີຄຸນນະພາບການກິນດີ ແລະ ເຫຼືອແຮໄວ້ຂາຍຈໍານວນໜຶ່ງ

ການປະກອບສ່ວນ