ຜັກໄຊ່ / Balsam apple
APA 6th ed. ຜັກໄຊ່ / Balsam apple. (2019, April 3). Retrieved from https://www.phakhaolao.la/kb/0000180
MLA 8th ed. ຜັກໄຊ່ / Balsam apple. Pha Khao Lao, 3 April 2019, https://www.phakhaolao.la/kb/0000180.
Chicago 17th ed. Pha Khao Lao. 2019. "ຜັກໄຊ່ / Balsam apple." Published April 3, 2019. https://www.phakhaolao.la/kb/0000180.
Cucumis intermedius M.Roem.
Momordica charantia subsp. abbreviata (Ser.) Greb.
Momordica charantia f. abbreviata (Ser.) W.J.de Wilde & Duyfjes
Momordica charantia var. abbreviata Ser.
Momordica charantia var. longirostrata Cogn.
Momordica charantia var. muricata (Willd.) Chakrav.
Momordica chinensis Spreng.
Momordica elegans Salisb.
Momordica indica L.
Momordica muricata Willd.
Momordica sinensis Spreng.
Momordica thollonii Cogn.
Sicyos fauriei H. Lév.
ກຳປູເຈຍ: ມະເຣອາ.
ຫວຽດນາມ: ໂຄກົວ, ມໍອົບດັງ, ມໍອົບມູ.
ຈີນ: ກູງົວ
ອັງກິດ: balsam apple, balsam pear, bitter cucumber, bitter lemon, bitterweed, bitterleaf leprosy gourd, bitter gourd, carilla fruit.
ຜັກໄຊ່ເປັນພືດລົ້ມລຸກເປັນເຄືອທີ່ມີກີ່ງກ້ານສາຂາຫຼາຍ, ມີຄວາມຍາວເຖີງ 2 ມ. ເຄືອຂອງມັນຍາວ ແລະ ມີຂົນພ້ອມດ້ວຍມືກ້ຽວ ຍາວປະມານ 20 ຊມ. ໃບຂອງມັນແຜ່ກວ້າງເປັນຮູບໄຂ່ແຍກເປັນ 5 ຊີກ, ຂະໜາດ 4-12 x 4-12 ຊມ ແລະ ຊີກໃບ ກໍ່ເປັນຮູບໄຂ່ ແລະ ເປັນແຂ້ວທີ່ຂອບ , ສ່ວນກ້ານໃບຍາວ 3-6 ຊມ. ດອກຂອງມັນມີສີຂາວ ຫຼື ເຫຼືອງຂະໜາດເສັ້ນຜ່າກາງ 2 ຊມ. ໝາກເປັນລັກສະນະຍາວຮູບໄຂ່ ມັກສ້ວຍແຫຼມທັງສອງສົ້ນ ຂະໜາດຄວາມຍາວຂອງໝາກ 10-15 ຊມ ແລະ ມີເສັ້ນຜ່າກາງແຕ່ 3.8-6.4 ຊມ ທັ້ງນີ້ ແມ່ນຂຶ້ນກັບແຕ່ລະຊະນິດ, ຕາມຜິວຂອງໝາກຍັງມີຫຼ່ຽມເປັນເສັ້ນຍາວ ເມື່ອເວລາສຸກເຕັມທີ່ຈະເປັນສີໝາກກ້ຽງອົມແດງ. ດ້ານໃນຂອງໝາກຈະໜຽວ ປະກອບດ້ວຍແກ່ນສີແດງ 4 ແກ່ນ ມີຮູບຮ່າງຄ້າຍໃບ ແລະ ເປັນຄື້ນຢູ່ທີ່ຂອບ, ຂະ ໜາດຂອງແກ່ນ ແມ່ນ 1.2-1.6 x 7-8 ມມ. ຜັກໄຊ່ແມ່ນພືດເຄືອຍາດດຽວກັນກັບໝາກບວບ, ໝາກແຕງ, ໝາກໂມ ພົບເຫັນມີຫຼາຍຊະນິດພັນ ຊຶ່ງມີຂະໜາດ ແລະ ຮູບຮ່າງຂອງໝາກ ແຕກຕ່າງກັນ. ຜັກໄຊ່ນີ້ກໍ່ເປັນໜຶ່ງໃນຈຳນວນເຄື່ອງປ່າຂອງດົງຫຼາຍໆຊະນິດ ທີ່ຖືກນຳມາປູກກັນ ໃນທົ່ວໂລກ.
ເຄືອອ່ອນ, ໃບອ່ອນ ແລະ ໝາກອ່ອນ ຂອງພືດຊະນິດນີ້ ແມ່ນລວກກິນໄດ້ທັງໝົດ. ສຳລັບໝາກ ນັ້ນຖ້າວ່ານຳໄປເຮັດແກງກໍ່ຈະມີລົດຂົມໜອ້ຍລົງ, ທັງຍັງໃຊ້ເປັນເຄື່ອງດື່ມທີ່ໃຫ້ຄຸນຄ່າທາງ ການຢາອີກດ້ວຍ. ມັນໃຊ້ປົວພະຍາດເບົາຫວານ, ປົວພະຍາດຜິວໜັງ, ປົວອາການໃຄ່ບວມ ແລະ ອາການ ການຕິດເຊື້ອ ເຊັ່ນ: ພະຍາດເອດ, ພະຍາດຜິວໜັງ, ພະຍາດຕັບອັກເສບ, ໄຂ້ຫວັດໃຫຍ່ ແລະ ພະຍາດໄຂ້ອອກຕຸ່ມ. ຢູ່ໃນຕຳລາຢາຈີນ ຜັກໄຊ່ ຖືກໃຊ້ເຂົ້າໃນການປິ່ນປົວພະຍາດກະເພາະ ແລະ ລຳໄສ້ອັກເສບ. ສ່ວນໃບນັ້ນ ກໍສາມາດກິນດິບໄດ້ໃນປະລິມານນ້ອຍ, ສຳລັບແມ່ມານບໍ່ຄວນກິນຜັກນີ້ ເພາະຈະເປັນຜົນກະທົບ ໃຫ້ແກ່ເດັກໃນທ້ອງ.