ໝາກຕ້ອງ / Santol

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Sandoricum koetjape (Burm.f.) Merr. / Meliaceae
ຊື່ພ້ອງ
Azedarach edule Noronha
Melia koetjape Burm.f.
Sandoricum indicum Cav.
Sandoricum maingayi Hiern
Sandoricum nervosum Blume
Trichilia nervosa Vahl
Trichilia venosa Spreng.
ຊື່ອື່ນ
Eng: cotton fruit
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງເຖີງ 45 ມ, ລຳຕົ້ ນແຕກເປັນຮ່ອງ, ບາງຄັ້ງພົບມີຮາກຟູສູງເຖີງ 3 ມ. ເປືອກສີນຳ້ຕານ ອົບ ຊົມພູອ່ອນ, ລຽບ, ມີຊ່ອງອາກາດ ຫຼື ເປືອກລອກອອກເປັນແຜ່ນກົມ ເຮືອນຍອດເປັນຮູບໂດມ. ໃບປະສົມແບບ ສາມໃບຍ່ອຍຍາວ 18-40 ຊມ, ກ້ານໃບຍາວ 7,5-16 ຊມ, ແປ, ກ້ຽງ ຫຼື ມີຂົນນຸ່ມສັ້ນໆ ສີເຫຼືອງອົມສີນ້ໍາຕານ, ໃບຍ່ອຍຮູບໄຂ່ ໃບທີ່ປາຍກວ້າງ 5-14 ຊມ, ຍາວ 8-20 ຊມ, ໃບດ້ານຂ້າງມັກຈະນ້ອຍກວ່າ, ປາຍໃບຮຽວແຫຼມ, ໂຄນແຫຼມ ຫຼື ກົມ. ໃບດ້ານຂ້າງໂຄນຄ່ອນຂ້າງບ້ຽວ, ຂອບໃບລຽບ ຫຼື ບາງຄັ້ງພົບແຂ້ວເລື້ອຍ, ຜີວໃບດ້ານເທີງກ້ຽງ ຫຼື ມີຂົນສີນ້ຳຕານເລັກນ້ອຍ, ເສັ້ນກ່າງກາງໃບທັ້ງສອງດ້ານກ້ຽງ ຫຼື ມີຂົນນຸ່ມສັ້ນໆສີນ້ຳຕານ, ເມື່ອ່ອນສີບົວ ຫຼື ສີແດງຊໍ້າ, ເສັ້ນໃບມີ 7-14 ຄູ່ ແຕ່ລະຄູ່ໂຄ້ງຈອດກັນໃກ້ກັບຂອບໃບ, ກ້ານໃບຍ່ອຍຍາວ 4-9 ມມ, ສ່ວນໃບທີ່ປາຍ ກ້ານໃບຍາວ 3-5,5 ຊມ. ດອກສີຂຽວອົມເຫຼືອງ ຫຼື ສີຄ່ອນຂ້າງແດງ ມີກີ່ນຫອມ ອອກເປັນຊໍ່ກະຈຸກຂະແໜງ ຕາມງ່າມໃບທີ່ປາຍໆຍອດ ຍາວ 6-24 ຊມ, ຊໍ່ຕັ້ງຊື່ ຫຼື ຫ້ອຍລົງເລັກນ້ອຍ, ແກນກາງຊໍ່ມີຂົນນຸ່ມສັ້ນສີເຫຼືອງ ອົມນ້ຳຕານ, ແກນຊໍ່ດອກນ້ອຍ ຍາວ 8 ຊມ, ກາງອອກ ແລະ ມີແກນອັນທີ່ສອງມີດອກ 1-5 ດອກ. ໃບປະດັບ ຍາວປະມານ 7 ມມ, ຮູບສາມຫຼ່ຽມ, ແຄບ ມີຂົນນຸ່ມສັ້ນໜາແໜ້ນ, ລຸດລ່ວງງ່າຍ. ໃບປະດັບຍ່ອຍຄ່ອນຂ້າງ ນ້ອຍກວ່າ ຕິດເຍື້ອງກັນເລັກນ້ອຍ, ກ້ານດອກຍ່ອຍຍາວ 3-5 ມມ. ກາບດອກຮູບລະຄັງ ຫຼື ຮູບຖ້ວຍຍາວປະມານ 3,5 ມມ, ປາຍແຍກເປັນພູກົມ ຫຼື ມົນບໍ່ເທົ່າກັນ 5 ພູ, ຍາວ 0,75 ມມ, ມີຂົນສັ້ນນຸ່ມໆ, ຂອບມີຂົນ, ສີຂຽວແກມ ສີເຫຼືອງ, ກິບດອກມີ 5 ກິບ, ຮູບໃບຫອກແຄບ ຫຼື ໃບຫອກກັບ ຍາວ 6-9 ມມ, ດ້ານນອກມີຂົນສັ້ນນຸ່ມໆ, ເມື່ອ ບານຈະໂຄ້ງພົບລົງ, ປາຍກົມ ຫຼື ວ້ຳບຸ່ມ, ເກສອນເພດຜູ້ເຊື່ອມຕິດກັນເປັນທໍ່, ດ້ານນອກມີຂົນສັ້ນນຸ່ມ, ດ້ານໃນມີ ຂົນຍາວ ຫ່າງສີສົ້ມ ຫຼື ສີເຫຼືອງອ່ອນດ ຂອບຈັກເປັນ 10 ອັນ, ບາງຄັ້ງພົບມີ 8 ອັນ, ຍາວ 1-1,5 ມມ, ຮູບຂອບ ຂະໜານ ແຄບ, ປາຍເປັນຕີ່ງແຫຼມຕິດເປັນ 2 ລະດັບ, ບໍໂພ້ນທໍ່, ຖານຮອງດອກຍາວປະມານ 1,5 ມມ, ບາງຄ້າຍເຍື່ອ, ກ້ຽງ, ຂອບແຂ້ວເປັນຄູຍ, ເຕົ້າໄຂ່ ແລະ ກ້ານຊູເກສອນເພດແມ່ກ້ຽງ, ຮັງໄຂ່ຢູ່ໃນຖານຮອງ ດອກນ້ອຍໆ ມີ 4 ຫຼື 5 ຫ້ອງໄຂ່, ຍອດເກສອນເພດແມ່ແຂ້ວເປັນພູ ຍາວ 1,5 ມມ. ໝາກສົດ ກົມ, ເສັ້ນຜ່າສູນ ກາງຍາວ 5-12 ຊມ. ມີຂົນກຳມະຫຍີ່.

ບັນຍາຍການນຳໃຊ້

ໝາກຕ້ອງເປັນໝາກໄດ້ທຳມະຊາດ ແຕ່ໃນປະຈຸບັນຍ້ອນຄວາມນີຍົມບໍລີໂພກຫຼາຍຈື່ງເຫັນໄດ້ວ່າມີການປູກ ຢ່າງກວ້າງຂວ້າງໃນທົ່ວປະເພດ. ເປັນໄມ້ຕ້ົນທີ່ຄ່ອນຂ້າງປູກງ່າຍ ແລະ ສາມາດເກີດໃນດີນເກັບທຸກປະເພດ, ສາມາດພົບຕົ້ນຕາມ ທຳມະຊາດ ໄດ້ຕາມປ່າດົງດີບ, ປ່າປະສົມປ່ຽນໃບ, ຕາມເຈີຍພູ, ໝາກຕ້ອງໃນປະຈຸບັນລາຄາ 3000-5000ກິບ/ກີໂລ, ແຕ່ໝາກທີ່ເກັບຈາກທຳມະຊາດແມ່ນທີ່ຄ່ອນຂ້າງນ້ອຍ ແຕ່ມີລົດຊາດສົ້ມຫຼາຍບາງຕົ້ນ ແຕ່ບາງຕົ້ນກໍ່ຫວານດີເສັ້ນດຽວກັນ ຂື້ນກັບສະພາບອາກາດ ແລະ ສານອາຫານໃນດີນ. ແຕ່ສ່ວນຫຼາຍຄົນມັກປູກຕົ້ນທີ່ເປັນພັນປະສົມເຊີ່ງໝາກຈະໃຫຍ່ກວ່າ ແລະ ເນື້ອໝາກອາດຈະຫຼາຍກວ່າໝາກ ຈາກທຳມະຊາດ. ຈາກການວີໄຈຂອງຫຼາຍສະຖາບັນຄົ້ນຄວ້າທາງດ້ານອາຫານ ແລະ ໂພຊະນາການໄດ້ໃຫ້ຮູ້ຂໍ້ມູນວ່າ ໝາກຕ້ອງເປັນໝາກໄມ້ທີ່ມີທາດໂພເທສຊຽມສູງຈື່ງບໍ່ເໝາະສົມສຳລັບຜູ້ທີ່ເປັນພະຍາດໝາກໄຂ່ຫຼັງ ເພາະວ່າ ບາງຄົນອາດຈະມີພາວະໂພເທສຊຽມສູງຢູ່ແລ້ວ ຈື່ງຄວບຄຸມການກີນໂພເທສຊຽມເປັນພີເສດ ແລະ ສຳລັບບູກຄົນ ທົ່ວໄປກໍ່ບໍ່ຄວນກີນຫຼາຍເຊັ່ນດຽວກັນອາດເຮັດເຈັບທ້ອງໄດ້. 

ຕົ້ນໝາກຕ້ອງ ນອກຈາກໝາກທີ່ເປັນອາຫານໄດ້ແລ້ວ ພາກສ່ວນອື່ນກໍ່ສາມາດນຳໃຊ້ໄດ້ເຊັ່ນດຽວກັນເຊັ່ນ: ໃບ ຕົ້ມນ້ຳດື່ມເພື່ອແກ້ໄຂ່ ແລະ ຂັບເຫຼື່ອ. ຮາກຝົນເຮັດເປັນຢາທາຊ່ວຍຮັກສາບາດແຜ ແລະ ຕົ້ມນ້ຳດື່ມແກ້ ຖອກທ້ອງ, ແກ້ຂັບລົມ. ເປືອກຂອງລຳຕົ້ນເປັນຢາຮັກສາພະຍາດຜີວໜັງເຊັ່ນ: ຂີ້ກາກ, ຂີ້ກຽນ.  ສານສະກັດຈາກເມັດມີປະສິດທີພາບໃນການຂັບໄລ່ແມງໄມ້. ສານສະກັດຈາກກີ່ງງ່າມີຜົນຢັບຢັ້ງມະເຮັງໄດ້. ໝາກຕ້ອງໃຊ້ໝາກເປັນອາຫານໄດ້ຫຼາຍແບບເຊັ່ນດອງໄວ້ກີນດົນ, ແລະ ບາງເທື່ອສາມາດເຮັດ ເປັນ ໝາກຕ້ອງກວນ ຫຼື ແຍມໝາກຕ້ອງ, ນ້ຳໝາກຕ້ອງ. ລຳຕົ້ນຂອງມັນເປັນໄມ້ເນື້ອແຂງສາມາດ ນຳມາເຮັດເຄື່ອງໃຊ້ຊ່ອຍພາຍໃນເຮືອນໄດ້ ແລະ ກີ່ງງ່າສາມາດນຳມາເຮັດຟືນໄດ້.

ການປະກອບສ່ວນ