ໝາກໄຟ / Burmese grape
APA 6th ed. ໝາກໄຟ / Burmese grape. (2019, April 3). Retrieved from https://www.phakhaolao.la/kb/0000156
MLA 8th ed. ໝາກໄຟ / Burmese grape. Pha Khao Lao, 3 April 2019, https://www.phakhaolao.la/kb/0000156.
Chicago 17th ed. Pha Khao Lao. 2019. "ໝາກໄຟ / Burmese grape." Published April 3, 2019. https://www.phakhaolao.la/kb/0000156.
Baccaurea flaccida Müll.Arg.
Baccaurea oxycarpa Gagnep.
Baccaurea pierardi Wall.
Baccaurea propinqua Müll.Arg.
Baccaurea sapida (Roxb.) Müll.Arg.
Baccaurea wrayi King ex Hook.f.
Gatnaia annamica Gagnep.
Pierardia flaccida Wall. [Invalid]
Pierardia sapida Roxb.
ເປັນໄມ້ຢືນຕົ້ນ ຂະໜາດກາງ, ລຳຕົ້ນສູງ 13-17 ມ, ຕາມຍອດ ແລະ ປາຍກີ່ງອ່ອນມີຂົນ. ໃບດ່ຽວຈັບແບບສະບັບກັນ, ຮູບຮີແກມຮູບໃບຫອກ ຫຼື ຮູບໃບຫອກັບ, ບາງຄັ້ງຮູບໄຂ່, ໂຄນໃບແຫຼມ, ຂອບໃບລຽບ ຫຼື ແຂ້ວເລື້ອຍຕື່ນໆບໍ່ສະເໝີ, ປາຍໃບຮຽວແຫຼມ, ກວ້າງ 4,5-8 ຊມ, ຍາວ 10,5-22 ຊມ, ເສັ້ນຂະແໜງໃບມີ 5-8 ຄູ່, ດ້ານລ່າງນູນ, ຜີວໃບກ້ຽງທັງສອງດ້ານ, ເນື້ອໃບຄ້ອນຂ້າງບາງ, ກ້ານໃບຍາວ 1,5-6 ຊມ. ດອກ ອອກເປັນຊໍ່ຍາວໆ, ຕາມງ່າມໃບ ແລະ ຕາມກີ່ງງ່າໃບ, ສີເຫຼືອງ, ດອກເພດຜູ້ ແລະ ດອກເພດແມ່ສ່ວນຫຼາຍຢູ່ຕ່າງຕົ້ນກັນ, ສ່ວນນ້ອຍທີ່ຢູ່ຕົ້ນດຽວກັນ, ຊໍ່ດອກມີຂົນ, ດອກເພດຜູ້ ອອກເປັນຊໍ່ຍາວ 5-7,5 ຊມ, ໃບປະດັບຮູບໃບຫອກ, ກວ້າງ 2-3 ມມ, ກິບຮອງກິບດອກມີ 4-5 ກິບ, ຂະໜາດບໍ່ເທົ່າກັນ ເກສອນຜູ້ມີ 4-8 ອັນ, ດອກເພດແມ່ ອອກເປັນຊໍ່ຍາວ, ມີໃບປະດັບຢູ່ທີ່ໂຄນກ້ານດອກ, ກິບຮອບກີບດອກຮູບຂອບຂະໜານແຄບໆ, ຍາວປະມານ 1,2 ຊມ. ຮັ່ງໄຂ່ມີຂົນ ບໍ່ມີທໍ່ຮັງໄຂ່, ປາຍເກສອນແຍກເປັນ 2-3 ອັນ, ພາຍໃນມີ 3 ຊ່ອງ. ໝາກຄ້ອນຂ້າງກົມ ຫຼື ຮູບຮີ ເສັ້ນຜ່າສູນກາງປະມານ 25 ມມ, ຜີວສີເຫຼືອງ, ກ້ຽງ ມີ 1-3 ເມັດ, ເນື້ອຫຸ້ມເມັດສີຂາວນຸ່ມ ມີລົດຊາດຫວານສົ້ມ.
ໝາກໄຟເປັນໝາກໄມ້ທຳມະຊາດທີ່ສາມາດກິນໄດ້ ແລະ ມີຫຼາຍເຂດທີ່ສາມາດພົບໄດ້ໃນ ພາກເໜືອຂອງລາວ ໃນເຂດປ່າປະສົມປ່ຽນໃບ ຫຼື ປ່າດົງດິບແຫ້ງ, ບາງເຂດພົບຕາມປ່າແຄມຫ້ວຍທີ່ມີຄວາມຊຸ່ມເຢັນ, ໝາກໄຟນີ້ ສາມາດພົບ ໄດ້ຕາມຕະຫຼາດ ທົ່ວໄປໃນຊ່ວງປະມານເດືອນພືດສະພາ ເຖີງເດືອນຕຸລາ, ໂດຍສະເພາະແມ່ນ ຊ່ວງ ບຸນເຂົ້າສະຫຼາກ ແລະ ບຸນເຂົ້າປະດັບດິນຈະມັກພົບຫຼາຍຕາມຕະຫຼາດຫຼວງພະບາງ. ລາຄາປະມານ 3000-10000ກິບ/ກິໂລ, ແຕ່ກໍ່ອີງຕາມລະດູການຖ້າລະດູໃດມີຫຼາຍຈະລາຄາຂ້ອນຂ້າງຖືກ. ໝາກໄຟເມື່ອສຸກແລ້ວຈະມີ ລົດຊາດຫວານ ແລະ ມີສານອາຫານຫຼາຍຊະນິດ ລວມໄປເຖີງວີຕາມີຊີ, ນ້ຳຕານ ແລະ ອື່ນໆ ທີ່ເປັນປະໂຫຍດ ຕໍ່ຮ່າງກາຍ ນີຍົມກີນເປັນໝາກໄມ້ສົດ ຫຼື ນຳໄປເຮັດນ້ຳໝາກໄມ້ ນອກຈາກໝາກຂອງມັນ ແລ້ວສ່ວນ ອື່ນໆ ກໍ່ມີປະໂຫຍດເຊັ່ນກັນເຊັ່ນ: ໃບ ແລະ ຮາກ ຕ່າງກໍ່ມີປະໂຫຍດໂດຍມີສັບພະຄູນໃນກາຮັກສ າພະຍາດຕ່າງໆເຊັ່ນ: ແກ້ໄອ, ແກ້ຫວັດ, ແກ້ໄຂ້ ມາເລເຣີຍ, ເມື່ອຕົ້ມຮາກຈະຊ່ວຍໃນການຂັບນ້ຳປັດສະວະ. ໜາກໄຟມີວິຕາມີນຊີຊ່ວຍ ໃນການສ້າງຄໍລາເຈນເຮັດໃຫ້ຜີວລຽບນຽນສົດໃສ, ຊ່ວຍໃເຮັດໃຫ້ຜີວຊຸ່ມຊື່ນ, ຊ່ວຍແກ້ຫາຍໃຈຝືດ ຫຼື ແກ້ອາການ ທ້ອງ ອືດທ້ອງເຟີ, ໝາກອ່ອນຈະມີລົດຊາດສົ້ມມັກແກ້ງສົ້ມປາ. ນອກນັ້ນໝາກໄຟສຸກຍັງສາມາດເຮັດນ້ຳເຊື່ອມໄດ້.
ວິທີເຮັດນ້ຳໝາກໄຟ:
ກ. ກະກຽມວັດຖຸດິບດັ່ງນີ້ ໝາກໄຟ 500 ກຣາມ, ນ້ຳເຊື່ອມ ½, ເກືອປ່ນ ½ ບ່ວງແກ້ງ, ນ້ຳສະອາດ 3 ຖ້ວຍ
ຂ. ນຳໝາກໄຟມາລ້າງນ້ຳໃຫ້ສະອາດ ແລ້ວນຳໄປປອກເປືອກ ແລ້ວນຳເນື້ອທີ່ໄດ້ ໃສ່ນ້ຳຕົ້ມໃຫ້ຟົດປະມານ 10 ນາທີ
ຄ. ຖ້າຈົນເນື້ອໝາກໄຟເລະ ຫຼັງຈາກນັ້ນໃຫ້ຕອງເອົາແຕ່ນ້ຳ
ງ. ໃສ່ນ້ຳເຊື່ອມ, ເກືອປົນຕາມລົງໄປ ແລ້ວຄົນໃຫ້ເຂົ້າກັນ ເມື່ອສຳເລັດ ເທ່ໃສ່ຂວດ
ຈ. ນຳມາແຊ່ໄວໃນຕູ່ເຢັນ ຖ້າຈະດື່ມກໍ່ໃສ່ນ້ຳແຂງດ້ວຍຈະດີ ນີ້ກໍ່ຄືຂັ້ນຕອນເຮັດນຳ້ເຊື່ອມໝາກໄຟ