ຫວາຍແດງນ້ອຍ / Red Slender Rattane

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Plectocomiopsis geminiflora (Griff.) Becc. / Arecaceae
ຊື່ພ້ອງ
Calamus geminiflorus Griff.
Calamus turbinatus Ridl.
Plectocomia geminiflora (Griff.) H.Wendl.
Plectocomiopsis geminiflora var. billitonensis Becc.
Plectocomiopsis geminiflora var. borneensis Becc.
ຊື່ອື່ນ
ກຳປູເຈຍ: ພເດົາເຕັງໂອ, ພະເດົາກຣາຮອມ, ແຍ້
ລາວ: ຫວາຍແດງ, ຫວາຍແດງນ້ອຍ, ຫວາຍໜູ, ຫວາຍຍາງ, ຫວາຍກຳເຫຼົາ, ຍາງ
ຫວຽດ: ເໝີຍຣຸດ, ເໝີຍໂດະ, ເໝີຍດ໋ອດດັ໋ງ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກີດເປັນສຸມ, ລັກສະນະສຸມໃຫຍ່ໜາແໜ້ນ, ເປັນເຄືອ, ເສັ້ນລຳຍາວເຖີງ 15 ມ, ເສັ້ນຜ່າສູນກາງ 2.5 ຊມ; ກາບໃບສີຂຽວ ຫຼື ສີເທົາ, ມີໜາມສີເຫຼືອງ, ຮູບຄືເຂັມ, ຍາວ 2 ຊມ (ຢູ່ສ່ວນຂອບປາຍກາບມີຄວາມຍາວກວ່າ) ປົກຫຸ້ມກະແຈກກະຈາຍ; ຫຸໃບຍາວ 3 ຊມ, ບິດລີ້ວ; ບໍ່ມີເຂົ່າໃບ; ບໍ່ມີມືເກາະຢູ່ກາບໃບ; ກ້ານໃບສັ້ນ ຫຼື ບໍ່ມີ, ກ້ານກາງໃບຍາວ 1.3 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 12-20 ໃບ, ໃບຍ່ອຍຮຽງບໍ່ສະໝໍ່າສະເໝີ, ໃບໂຄ້ງກົ່ງລົງລຸ່ມ, ຫຼັງໃບຍ່ອຍມີຂົນສັ້ນແຂງ, ສີເຫຼືອງ; ມືເກາະຢູ່ປາຍໃບຍາວ 0.5 ມ; ຊໍ່ດອກຍາວ 0.5 ມ; ໝາກເກືອບກົມມົນ, ຈັບຢູ່ລຸ່ມແຊງ, ຍາວ 3 ຊມ ແລະ ກວ້າງ 3.5 ຊມ, ສີເຫຼືອງປົນຂຽວ. ການກະຈາຍພັນ ແລະ ຖິ່ນກຳເນິດ: ກຳປູເຈຍ, ລາວ, ພາກໃຕ້-ພາກກາງຂອງຫວຽດນາມ (ຢູ່ບືງທວນ, ດົງນ່າຍ ແລະ ຂັນໂຫ໋), ມຽນມາ, ໄທ, ບໍແນວ, ເປນີຊູລາມາເລເຊຍ, ເກາະຊຸມາຕຣາ. ພົບເກີດຢູ່ປ່າດົງເຂດຕໍ່າ, ປົກກະຕິພົບຫັນຢູ່ເຂດທີ່ມີການຂຸດຄົ້ນໄມ້ ຫຼື ຢູ່ຕາມແຄມປ່າ, ຢູ່ລະດັບສູງຈາກໜ້ານ້ຳທະເລ 20-158 ມ. ເປັນໝາກເດືອນພືດສະພາ (ຈັນສະໝອນ ພົງອຸດົມ ແລະ ຄະນະ, 2014)

ບັນຍາຍການນຳໃຊ້

ເສັ້ນລຳຕົ້ນມີຄຸນນະພາບຕໍ່າ ບໍ່ຄ່ອຍມີການນຳໃຊ້ເຮັດຫັດຖະກຳຈັກສານ. ຍອດ ແລະ ໝາກສາມາດໃຊ້ເປັນອາຫານໄດ້. ໝາກສຸກເປັນອາຫານຂອງສັດປ່າ.

ການປະກອບສ່ວນ