ຫວາຍໜາມແດງ / Red Thorn Rattane
APA 6th ed. ຫວາຍໜາມແດງ / Red Thorn Rattane. (2021, August 27). Retrieved from https://www.phakhaolao.la/kb/0000154
MLA 8th ed. ຫວາຍໜາມແດງ / Red Thorn Rattane. Pha Khao Lao, 27 August 2021, https://www.phakhaolao.la/kb/0000154.
Chicago 17th ed. Pha Khao Lao. 2021. "ຫວາຍໜາມແດງ / Red Thorn Rattane." Published August 27, 2021. https://www.phakhaolao.la/kb/0000154.
Plectocomia cambodiana Gagnep. ex Humbert
Plectocomia kerriana Becc.
Lao: wai katheui, wai lao, wai namkhao, wai tang, wai nyipoon
Vie: mây nhánh, mây tượng, song hầu, song voi gai đỏ, mây xương móc
ລັກສະນະເກີດເປັນສຸມ ຫຼື ເກີດລຳດ່ຽວ, ບາງຄັ້ງແຕກເປັນງ່າຢູ່ເທີງລະດັບໜ້າດິນ, ເປັນເຄືອ, ເສັ້ນລຳຕົ້ນຍາວເຖີງ 50 ມ, ເສັ້ນຜ່າສູນກາງຢູ່ໂຄນ 10 ຊມ; ກາບໃບສີຂຽວ, ປົກຫຸ້ມດ້ວຍຂົນສີນໍ້າຕານແດງ: ມີໜາມສີນ້ຳຕານເຫຼືອງ, ແຂງ, ຍາວ 2 ຊມ, ປົກກະຕິຮຽງເປັນແຖວສັ້ນໆ ປົກຫຸ້ມໜາແໜ້ນ; ບໍ່ມີຫູໃບ; ບໍ່ມີມືເກາະຢູ່ກາບໃບ, ບໍ່ມີກ້ານໃບ ຫຼື ກ້ານໃບຍາວ 10 ຊມ; ກ້ານກາງໃບຍາວ 2.1 ຊມ, ໃບຍ່ອຍຮູບຫອກກວ້າງ, ແຕ່ລະຂ້າງມີ 18-40 ໃບ, ໃບຍ່ອຍຮຽງບໍ່ສະໝໍ່າສະເໜີ, ໃບຍ່ອຍຮຽງເປັນກຸ່ມ ແຜ່ອອກໄປທິດທາງຕ່າງກັນ, ບາງຄັ້ງໃບຍ່ອຍຮຽງເກືອບຈະສະໝໍ່າສະເໝີກັນ, ໃບຍ່ອຍໂຄ້ງກົ່ງລົງລຸ່ມ, ທ້ອງໃບເປັນສີເທົາ, ເສັ້ນໃບຍ່ອຍລຽບຕາມຂອງໃບເຫັນຈະແຈ້ງ; ມີເກາະຢູ່ປາຍໃບຍາຍ 1.2 ມ; ຊໍ່ດອກຍາວ 1.1 ມ; ແໜງກາບຊ້ອນຊໍ່ດອກຍາວ 5 ຊມ, ຢູ່ດ້ານນອກກາບຊ້ອນຊໍ່ດອກບໍ່ມີຂົນ ຫຼື ມີຂົນບາງໆ; ໝາກກົມມົນ-ຮູບກົມສ້ວຍ, ເສັ້ນຜ່າສູນກາງ 2.3 ຊມ; ເກັດໝາກສີນ້ຳຕານເຫຼືອງ, ເປັນເສັ້ນຝອຍໆ, ບໍ່ມີຂົນເສັ້ນແຂງ, ປາຍຕັ້ງຂຶ້ນ. ການກະຈາຍພັນ ແລະ ຖີ່ນກຳເນິດ: ກຳປູເຈຍ, ລາວ, ຈີນ, ໄທ ແລະ ຫວຽດນາມ. ພົບຕາມປ່າດົງດິບເຂດຕໍ່າ ຫຼື ປ່າເຂດພູສູງ, ຢູ່ສູງຈາກສະດັບໜ້ານ້ຳທະເລ 100-1,700 ມ. ເປັນໝາກເດືອນເມສາເຖິງພືດສະພາ. (ຈັນສະໝອນ ພົງອຸດົມ ແລະ ຄະນະ, 2014).
ການນຳໃຊ້ ເປັນເສັ້ນຫວາຍທີ່ມີຄຸນນະພາບຕໍ່າ, ໃຊ້ເຮັດເຄື່ອງຫັດຖະກຳຂະໜາດນ້ອຍ. ຍອດ ແລະ ໝາກສາມາດກິນໄດ້. ໝາກສຸກເປັນອາຫານຂອງສັດປ່າ.