ຫວາຍງາ / Elephant trunk Rattan
APA 6th ed. ຫວາຍງາ / Elephant trunk Rattan. (2021, September 7). Retrieved from https://www.phakhaolao.la/kb/0000151
MLA 8th ed. ຫວາຍງາ / Elephant trunk Rattan. Pha Khao Lao, 7 September 2021, https://www.phakhaolao.la/kb/0000151.
Chicago 17th ed. Pha Khao Lao. 2021. "ຫວາຍງາ / Elephant trunk Rattan." Published September 7, 2021. https://www.phakhaolao.la/kb/0000151.
ຫວຽດ: ເໝີຍດຸງດິນ, ເໝີຍຣາໂງະ, ພຸນໂງະ
ລັກສະນະລຳຕົ້ນເກີດເປັນສຸມ (ລຳຕົ້ນແຕກກີ່ງງ່າຢູ່ເໜືອໜ້າດິນຂຶ້ນມາ), ເປັນເຄືອ, ເສັ້ນລຳຍາວເຖິງ 50 ມ, ເສັ້ນຜ່າສູນກາງ 2 ຊມ; ກາບໃບສີຂຽວ, ປົກຄຸມດ້ວຍຈົນສີນ້ຳຕານ, ມີໜາມສີດຳ, ໜາມຮູບສາມຫຼ່ຽມຍາວ 1 ຊມ, ປົກຫຸ້ມກະແຈກກະຈາຍ; ຫູໃບຍາວ 13 ຊມ, ໂອບຫຸ້ມລຳຫຼົມໆເປັນຕາໜ່າງຄືຮັງນົກເມື່ອໃບແກ່; ບໍ່ມີເຂົ່າໃບ; ບໍ່ມີມືເກາະຢູ່ກາບໃບ; ກ້ານໃບຍາວ 15 ຊມ; ກ້ານກາງໃບຍາວ 0.5 ມ, ໃບຍ່ອຍຮູບດອກຈັນ, ແຕ່ລະຂ້າງມີ 4-8 ໃບ, ໃບຍ່ອຍຮຽງສະໝໍ່າສະເໝີ, ໃບຍາວ 17-20 ຊມ, ກວ້າງ 6-11 ຊມ, ປາຍໃບເປັນຢັກໆ (ຄ້າຍຄືແຂ້ວເລື່ອຍ), ທ້ອງໃບເປັນສີຂາວເງີນ; ມືເກາະຢູ່ປາຍໃບຍາວ 0.3 ມ; ຊໍ່ດອກຍາວ 0.4 ມ; ໝາກຮູບໄຂ່ປີ້ນ, ຍາວ 0.8 ຊມ ແລະ ກວ້າງ 0.7 ຊມ, ສີນ້ຳຕານເຫຼືອງ. ການກະຈາຍພັນ ແລະ ຖິ່ນກຳເນີດ: ລາວ, ພາກກາງ ແລະ ພາກໃຕ້ຂອງຫວຽດນາມ. ພົບເກີດຢູ່ຕາມປ່າດົງດິບເຂດຕໍ່າ, ເຄິ່ງປ່າດົງດິບ, ປ່າເຂດສູງ ຢູ່ລະດັບຄວາມສູງຈາກໜ້ານ້ຳທະເລ 100-972 ມ. ເປັນໝາກໃນເດືອນພືດສະພາ (ຈັນສະໝອນ ພົງອຸດົມ ແລະ ຄະນະ, 2014).
ເສັ້ນລຳມີຄຸນນະພາບປານກາງໃຊ້ສຳລັບເຮັດເຄື່ອງເຮືອນ ແລະ ເຮັດກະຕ່າ. ຍອດສາມາດກີນໄດ້ ແລະ ໝາກສູກເປັນອາຫານຂອງສັດປ່າ.