ຫວາຍບຸ່ນຫວານ / Chinese Rattan Palm

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus rhabdocladus Burret / Arecaceae
ຊື່ພ້ອງ
Calamus pseudoscutellaris Conrard
Calamus pseudoscutellaris var. cylindrocarpus Conrard
Calamus rhabdocladus var. globulosus S.J.Pei & S.Y.Chen
Calamus rhabdocladus var. rhabdocladus
ຊື່ອື່ນ
ລາວ: ຫວາຍຫວານ, ບຸ່ນຫວານ, ຫວາຍບຸ່ນຫວານ, ຫວາຍບຸ່ນຢອງ, ບລ໋ອງສະໄລ
ຫວຽດ: ແຫ່ວ, ເໝີຍ, ເໝີຍຄູ່ງ, ເໝີຍດັ່ງ, ເໝີຍກໍ, ຊ໋ອງເດິ໋ນ, ເໝີຍທວນ, ສຣຸຍ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກິດເປັນສຸມ, ເປັນເຄືອ (ບາງຄັ້ງເປັນເຄືອສັ້ນໆ ຫຼື ລຳຕົ້ນດ່ຽວ), ເສັ້ນລຳຍາວເຖິງ 40 ມ, ເສັ້ນຜ່າສູງກາງ 2.5 ຊມ; ກາບໃບສີຂຽວ, ຂຽວອ່ອນ ຫຼື ນ້ຳຕານແດງ, ມີໜາມສີດຳ ຫຼື ສີນ້ຳຕານ, ແປ, ຍາວ 4 ຊມ (ໝາກຍາວ 10 ຊມຢູ່ຂອບກາບ) ປົກຫຸ້ມເປັນແຖວອຽງ; ຫູໃບຂະຫຍາຍທາງຍາວ, ມີໜາມເປັນແຖວ ແລະ ຢູ່ປາຍຫູໃບມີຂົນສັ້ນແຂງ; ເຂົ່າໃບບໍ່ເຫັນຈະແຈ້ງ ຫຼື ບໍ່ມີ; ມືເກາະຢູ່ກາບໃບຍາວ 5 ມ; ກ້ານໃບຍາວ 80 ຊມ, ມີໜາມເປັນວົງຢູ່ດ້ານເທິງ; ກ້ານກາງໃບຍາວ 2.7 ມ, ໃບຍ່ອຍຮູບແຄບ, ແຕ່ລະຂ້າງມີ 27-74 ໃບ, ໃບຍ່ອຍຮຽງ ສະໝໍ່າສະເໝີ ແລະ ແຜ່ອອກໃນທິດທາງດຽວກັນ (ສຳລັບຕົ້ນຍັງອ່ອນໃບຮຽງສະໝໍ່າສະເໝີ ແຕ່ເປັນຫວ່າງ, ແຕ່ມີໜ້ອຍທີ່ສຸດ ທີ່ໃບຍ່ອຍຮຽງບໍ່ສະໝໍ່າສະເໝີ ແລະ ແຜ່ນອອກໃນທິດທາງແຕກຕ່າງກັນ), ເສັ້ນໃບທາງດ້ານຫຼັງໃບ ແລະ ທ້ອງໃບມີຂົນເສັ້ນແຂງ; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 10 ມ, ມີມືເກາະ, ກາບຊ້ອນຊໍ່ດອກເປັນຫຼອດ; ໝາກກົມ, ກົມສ້ວຍ, ກົມຮູບໄຂ່, ຍາວ 1.4 ຊມ ແລະ ເສັ້ນຜ່າສູນກາງ 0.8 ຊມ, ສີແດງ ຫຼື ສີເຫຼືອງ. ການກະຈາຍພັນ ແລະ ຖີ່ນກຳເນິດ: ພາກເໜືອ ແລະ ພາກກາງຂອງລາວ, ຫວຽດນາມ ແລະ ຈີນ. ພົບຢູ່ຕາມປ່າດົງດິບເຂດຕໍ່າ ແລະ ເຂດສູງທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 20-1,850 ມ. ອອກດອກເດືອນເມສາ-ພືດສະພາ; ໝາກສຸກເດືອນຕຸລາ-ທັນວາ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014)

ບັນຍາຍການນຳໃຊ້

ການນຳໃຊ້: ເສັ້ນລຳຕົ້ນມີຄຸນນະພາບດີ ໃຊ້ເຮັດເຄື່ອງຫັດຖະກຳ ແລະ ໝາກກີນໄດ້.

ການປະກອບສ່ວນ