ຫວາຍກະທີງ / Bull Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus oligostachys T. Evans, K. Sengdala, O. Viengkham, B. Thammavong & J. Dransf. / Arecaceae
ຊື່ພ້ອງ
Calamus pauciflorus T.Evans & al.
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ລັກສະນະ: ລຳຕົ້ນເກີດເປັນສຸມ, ເປັນເຄືອ, ເສັ້ນລຳຍາວເຖິງ 7 ມ, ເສັ້ນຜ່າສູນກາງ 1 ຊມ; ກາບໃບສີຂຽວ, ມີໜາມສີນ້ຳຕານ, ຮູບຄ້າຍຄືເຂັມ, ຍາວ 0.7 ຊມ, ປົກຫຸ້ມກະແຈກກະຈາຍ; ມີຫູໃບ; ມີເຂົ່າໃບ; ມືເກາະຢູ່ກາບໃບ ຍາວ 1.8 ມ; ກ້ານໃບຍາວ 10 ຊມ; ກ້ານກາງໃບ ຍາວ 0.6 ມ, ໃບຍ່ອຍຮູບຮີ, ແຕ່ລະຂ້າງມີ 5-7 ໃບ, ໃບຍ່ອຍຮຽງເປັນຈຸ້ມຫ່າງກັນ, ໃບຍ່ອຍຢູ່ປາຍໃບມີລັກສະນະຄ້າຍໃບວີ, ຄູ່ໃບຍ່ອຍທີ່ຢູ່ປາຍໃບເຊື່ອມຕິດກັນຢູ່ກົກໃບ; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 2.2 ມ, ມີມືເກາະ, ພາກສ່ວນທຳອິດຂອງຊໍ່ດອກບໍ່ເປັນງ່າ ຫຼື ເປັນງ່າສ່ວນໜ້ອຍ; ກາບຊ້ອນຊໍ່ດອກເປັນຫຼອດ; ໝາກກົມ, ເສັ້ນຜ່າສູນກາງ 0.7 ຊມ, ສີເຫຼືອງ. ການກະຈາຍພັນ ແລະ ຖີ່ນກຳເນີດ: ພາກກາງຂອງລາວ (ບ້ານ ຫາດໄຄ້, ເມືອງທ່າພະບາດ, ບໍລິຄຳໄຊ) ພົບຢູ່ໄທ. ຢູ່ປ່າດົງດິບເຂດຕ່ຳ, ຢູ່ປ່າແຄມນ້ຳ ຫຼື ປ່າໄມ້ປ່ອງ (ປ່າໄຜ່) ທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລຕໍ່າ. (ຈັນສະໝອນ ພົງອຸດົມ ແລະ ຄະນະ, 2014)

ບັນຍາຍການນຳໃຊ້

ເສັ້ນລຳໃຊ້ເຮັດເຄື່ອງຫັດຖະກຳ, ໝໍ່ ຫຼື ຍອດອ່ອນສາມາດກິນໄດ້. ໝາກສຸກເປັນອາຫານຂອງສັດປ່າ.

ການປະກອບສ່ວນ