ຫວາຍກຳເຫຼົ້າ / Thorn Red Rattan
APA 6th ed. ຫວາຍກຳເຫຼົ້າ / Thorn Red Rattan. (2020, June 23). Retrieved from https://www.phakhaolao.la/kb/0000146
MLA 8th ed. ຫວາຍກຳເຫຼົ້າ / Thorn Red Rattan. Pha Khao Lao, 23 June 2020, https://www.phakhaolao.la/kb/0000146.
Chicago 17th ed. Pha Khao Lao. 2020. "ຫວາຍກຳເຫຼົ້າ / Thorn Red Rattan." Published June 23, 2020. https://www.phakhaolao.la/kb/0000146.
ລັກສະນະລຳຕົ້ນເກີດເປັນສຸມ, ເປັນເຄືອ, ເສັ້ນລຳຍາວເຖິງ 3 ມ, ເສັ້ນຜ່າສູນກາງ 1 ຊມ; ກາບໃບສີຂຽວປົນສີເຫຼືອງ, ມີໜາມສີນ້ຳຕານ, ປາຍດຳ, ແປ, ຊີ້ຕາມລວງຍາວ ຫຼື ຊີ້ຂຶ້ນເທິງ, ຍາວ 1.4 ຊມ, (ບາງຄັ້ງ ຍາວເຖິງ 2.5 ຊມ ຢູ່ປາຍກາບ) ປົກຫຸ້ມຫ່າງໆ; ຫູໃບພົ້ນເດັ່ນ, ເປັນເສັ້ນ, ແຕກແຍກ; ເຂົ່າໃບພົ້ນເດັ່ນ; ບໍ່ມີມືເກາະຢູ່ກາບໃບ ຫຼື ມີແຕ່ຫາຍາກທີ່ສຸດ; ກ້ານໃບຍາວ 10 ຊມ; ກ້ານກາງໃບ ຍາວ 0.7 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 5-6 ໃບ, ໃບຍ່ອຍຮຽງສະໝໍ່າສະເໜີ ແຕ່ຢູ່ໃນທິດທາງຕ່າງກັນ, ທ້ອງໃບເປັນສີເທົາຂາວ, ຄູ່ໃບຍ່ອຍຢູ່ປາຍໃບເຊື່ອມຕິດກັນຢູ່ກົກໃບ; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 0.4 ມ, ມີມືເກາະສັ້ນໆ ຫຼື ບໍ່ມີ; ກາບຊ້ອນຊໍ່ດອກເປິດ ແລະ ບໍ່ເປັນກາບ. ການກະຈາຍພັນ ແລະ ຖີ່ນກຳເນິດ: ພາກກາງຂອງລາວ. ພົບຢູ່ປ່າແຄມຫ້ວຍນ້ຳ ຫຼື ປ່າປະສົມໄມ້ປ່ອງ ທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລ 140-160 ມ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014)
ຍອດກິນໄດ້ ແລະ ເສັ້ນລຳໃຊ້ເຮັດເຄື່ອຫັດຖະກຳ